unfoldingWord 14 - ການເດີນທາງໃນຖິ່ນແຫ້ງແລ້ງກັນດານ
Outline: Exodus 16-17; Numbers 10-14; 20; 27; Deuteronomy 34
Script Number: 1214
Language: Lao
Audience: General
Genre: Bible Stories & Teac
Purpose: Evangelism; Teaching
Bible Quotation: Paraphrase
Status: Approved
Scripts are basic guidelines for translation and recording into other languages. They should be adapted as necessary to make them understandable and relevant for each different culture and language. Some terms and concepts used may need more explanation or even be replaced or omitted completely.
Script Text
ຫຼັງຈາກພຣະເຈົ້າໄດ້ໃຫ້ກົດບັນຍັດແກ່ປະຊາຊົນອິດສະລາເອນ ພຣະອົງຕ້ອງການໃຫ້ພວກເຂົາເຊື່ອຟັງກົົດບັນຍັດນັ້ນ ເໝືອນດັ່ງກັບທີ່ພຣະອົງຮັກສາພັນທະສັນຍາຂອງພຣະອົງທີ່ມີຕໍ່ພວກເຂົາ ແລ້ວພວກເຂົາກໍອອກຈາກພູເຂົາຊີນາຍ. ພຣະເຈົ້າເລີ່ມນຳພວກເຂົາໄປສູ່ດິນແດນແຫ່ງພັນທະສັນຍາ ບ່ອນທີ່ມີຊື່ວ່າ “ການາອານ”. ພວກເຂົາໄດ້ພາກັນຕິດຕາມເສົາເມກທີ່ນຳໜ້າພວກເຂົາໄປກ່ອນສູ່ດິນແດນການາອານ.
ພຣະເຈົ້າໄດ້ສັນຍາກັບອັບຣາຮາມ, ອີຊາກ ແລະຢາໂຄບ ວ່າຈະຊົງປະທານດິນແດນແຫ່ງພັນທະສັນຍາໃຫ້ກັບເຊື່ອສາຍຂອງພວກເພິ່ນ, ແຕ່ຍັງຄົງມີຄົນຫຼາຍກຸ່ມອາໄສຢູ່ໃນແຜ່ນດິນນັ້ນທີ່ເອີ້ນວ່າ “ຊາວການາອານ.” ຄົນເຫຼົ່ານັ້ນບໍ່ໄດ້ນະມັດສະການພຣະເຈົ້າ ແຕ່ພວກເຂົານັດສະການພຣະເຈົ້າປອມແລະເຮັດແຕ່ສິ່ງຊົ່ວໆ.
ພຣະເຈົ້າຊົງບອກໃຫ້ຊາວອິດສະລາເອນວ່າ, “ພວກເຈົ້າຕ້ອງຂ້າຊາວການາອານໃນແຜ່ນດິນແຫ່ງພັນທະສັນຍານັ້ນໃຫ້ໝົດ. ຢ່າສ້າງຄວາມສຳພັນທີ່ດີກັບພວກເຂົາ ແລະ ຢ່າແຕ່ງງານກັບພວກເຂົາ. ພວກເຈົ້າຕ້ອງທຳລາຍຮູບເຄົາລົບຂອງພວກເຂົາໃຫ້ໝົດກ້ຽງ. ຖ້າຫາກພວກເຈົ້າບໍ່ເຊື່ອຟັງເຮົາ ພວກເຈົ້າຈະນະມັດສະການຮູບເຄົາລົບຂອງພວກເຂົາແທນເຮົາ.”
ເມື່ອຊາວອິດສະລາເອນມາເຖິງຊາຍແດນຂອງການາອານ ໂມເຊໄດ້ເລືອກເອົາຊາຍຈາກແຕ່ລະເຜົ່າທັງໝົດ 12 ຄົນ. ເພິ່ນໄດ້ສັ່ງໃຫ້ພວກເຂົາເຂົ້າໄປສອດແນມໃນແຜ່ນດິນນັ້ນວ່າມັນເປັນແນວໃດ. ພວກເຂົາຍັງໄດ້ສັງເກດເບິ່ງວ່າຊາວການາອານເປັນຄົນເຂັ້ມແຂງ ຫຼື ອ່ອນແອ
ຊາຍທັງ12ຄົນໄດ້ທ່ອງທ່ຽວທົ່ວແຜ່ນດິນການາອານເປັນເວລາ 40ວັນ ແລ້ວພວກເຂົາກໍກັບຄືນມາ. ພວກເຂົາໄດ້ເລົ່າສູ່ປະຊາຊົນຟັງວ່າ, “ແຜ່ນດິນນັ້ນມີຄວາມອຸດົມສົມບູນຫຼາຍແລະມີພືດພັນຢ່າງຫຼວງຫຼາຍ.” ແຕ່ມີ 10ຄົນໃນພວກເຂົາເວົ້າຂຶ້ນວ່າ, “ເມືອງນີ້ເປັນເມືອງທີ່ແໜ້ນໜາຫຼາຍ ແລະປະຊາຊົນໃນບັນດາເມືອງນັ້ນເປັນຄົນຫຸ່ນໃຫຍ່ຫຼາຍ! ຖ້າຫາກພວກເຮົາເຂົ້າໂຈມຕີພວກເຂົາ ແນ່ນອນວ່າພວກເຂົາຈະຕ້ອງຊະນະແລະຂ້າພວກເຮົາຖິ້ມຢ່າງແນ່ນອນ!”
ທັນໃດນັ້ນ ຄາເລັບແລະໂຢຊວຍ ຊາຍ2ຄົນໃນທີມນັກສືບນັ້ນກໍເວົ້າຂຶ້ນວ່າ, “ມັນເປັນຄວາມຈິງທີ່ຄົນໃນເມືອງການາອານນັ້ນເປັນຄົນສູງໃຫຍ່ແລະແຂງແຮງ, ແຕ່ພວກເຮົາສາມາດເອົາຊະນະພວກເຂົາໄດ້ຢ່າງແນ່ນອນ! ພຣະເຈົ້າຈະຕໍ່ສູ້ແທນພວກເຮົາ!”
ແຕ່ພວກປະຊາຊົນບໍ່ຮັບຟັງສຽງຂອງຄາເລັບແລະໂຢຊວຍ. ພວກເຂົາເລີ່ມໃຈຮ້າຍໂມເຊແລະອາໂຣນແລະເວົ້າວ່າ, “ເປັນຫຍັງເຈົ້າຈຶ່ງພາພວກເຂົາມາບ່ອນທີ່ໂຫດຮ້າຍເຊັ່ນນີ້? ພວກເຮົາຄວນຈະອາໄສຢູ່ໃນເອຢິບ ດີກວ່າຈະມາຖືກຂ້າໃນ ສະໜາມຮົບ ແລະ ລູກແລະເມຍຂອງພວກເຮົາກໍຈະຕົກເປັນທາດ.” ປະຊາຊົນທັງຫຼາຍຕ້ອງການຢາກເລືອກຜູ້ນຳຄົນໃໝ່ທີ່ຈະນຳເຂົາກັບໄປຍັງປະເທດເອຢິບ.
ພຣະເຈົ້າໃຈຮ້າຍຫຼາຍແລະໄດ້ເຂົ້າໄປໃນຫໍເຕັນທີ່ປະຊຸມນັ້ນ ແລະກ່າວວ່າ, “ເພາະວ່າເຈົ້າບໍ່ເຊື່ອຟັງແລະຍັງຕໍ່ຕ້ານເຮົາ ພວກເຈົ້າທັງໝົດຈະຕ້ອງຫຼົງຢູ່ໃນຖິ່ນແຫ້ງແລ້ງກັນດານນີ້. ທຸກຄົນທີ່ມີອາຍຸ20ປີຂຶ້ນໄປຈະຕ້ອງຫຼົງຢູ່ໃນຖິ່ນແຫ້ງແລ້ງກັນດານແລະຕາຍກ່ອນທີ່ພວກເຂົາຈະໄດ້ເຂົ້າໄປໃນແຜ່ນດິນແຫ່ງພັນທະສັນຍາຍົກເວັ້ນໂຢຊວຍແລະຄາເລັບ.
ເມື່ອພວກເຂົາໄດ້ຍິນເຊັ່ນນັ້ນກໍຮູ້ສຶກເສຍໃຈໃນຄວາມບາບຂອງພວກເຂົາ ພວກເຂົາຈຶ່ງຈັບອາວຸດແລະບຸກເຂົ້າໄປຕີຄົນການາອານ. ໂມເຊໄດ້ເຕືອນພວກເຂົາບໍ່ໃຫ້ໄປ ເພາະພຣະເຈົ້າຈະບໍ່ສະຖິດຢູ່ກັບພວກເຂົາ ແຕ່ພວກເຂົາກໍບໍ່ຍອມຮັບຟັງເພິ່ນ.
ພຣະເຈົ້າບໍ່ໄດ້ໄປກັບພວກເຂົາສະນັ້ນພວກເຂົາຈຶ່ງພ່າຍແພ້ແລະມີຫຼາຍຄົນຕາຍໃນການຕໍ່ສູ້ນັ້ນ. ແລ້ວພວກອິດສະລາເອນກໍກັບຄືນມາຈາກການາອານແລະເຂົ້າໄປຍັງຖິ່ນແຫ້ງແລ້ງກັນດານແລະທຽວວົນວຽນຢູ່ໃນທີ່ນັ້ນເປັນເວລາ 40 ປີ.
ໃນຊ່ວງເວລາ 40ປີທີ່ຊາວອິດສະລາເອນຫຼົງໃນຖິ່ນແຫ້ງແລ້ງກັນດານນັ້ນ ພຣະເຈົ້າໄດ້ປະທານເຂົ້າຈີ່ຈາກສະຫວັນທີ່ເອີ້ນວ່າ, “ມານາ” ແລະຍັງປະທານຝູງນົກຂຸ້ມ (ນົກຂະໜາດກາງ) ເພື່ອພວກເຂົາຈະໄດ້ກິນຊີ້ນຂອງພວກມັນ) ໃນລະຫວ່າງຊ່ວງເວລານັ້ນ ພຣະເຈົ້າໄດ້ຊົງໃຫ້ເຄື່ອງນຸ່ງແລະເກີບໃຫ້ພວກເຂົາໃສ່ໄດ້ຢູ່ຕະຫຼອດເວລາ.
ນອກຈາກນັ້ນ ພຣະເຈົ້າຍັງໄດ້ເຮັດການອັດສະຈັນກັບພວກເຂົາໂດຍໃຫ້ພວກເຂົາໄດ້ກິນນ້ຳທີ່ອອກມາຈາກກ້ອນຫີນ. ແຕ່ເຖິງປານນັ້ນ ພວກເຂົາກໍຍັງຈົ່ມຕໍ່ວ່າພຣະເຈົ້າແລະຕໍ່ໂມເຊ. ແຕ່ພຣະເຈົ້າກໍຍັງສັດຊື່ຕໍ່ຄຳສັນຍາທີ່ພຣະອົງມີຕໍ່ອັບຣາຮາມ, ອີຊາກ ແລະຢາໂຄບ.
ຍັງມີຄັ້ງໜຶ່ງທີ່ເມື່ອປະຊາຊົນອິດສະລາເອນບໍ່ມີນ້ຳດື່ມ ແລ້ວພຣະເຈົ້າກໍບອກໂມເຊວ່າ, “ຈົ່ງເວົ້າກັບກ້ອນຫີນ ແລ້ວນ້ຳກໍຈະໄຫຼອອກມາ.” ແຕ່ໂມເຊເຮັດໃຫ້ພຣະເຈົ້າເສຍພຣະກຽດຕໍ່ໜ້າຄົນທັງປວງໂດຍການໃຊ້ໄມ້ເທົ້າຂອງລາວຕີໃສ່ກ້ອນຫີນນັ້ນ 2 ຄັ້ງ ແທນທີລາວຄວນຈະເວົ້າກັບມັນ. ແລ້ວນ້ຳກໍໄຫຼອອກມາຈາກກ້ອນຫີນໃຫ້ປະຊາຊົນໄດ້ດື່ມ ແຕ່ພຣະເຈົ້າໃຈຮ້າຍໃຫ້ໂມເຊແລະເວົ້າກັບເພິ່ນວ່າ “ເຈົ້າຈະບໍ່ໄດ້ເຂົ້າໄປໃນແຜ່ນດິນແຫ່ງພັນທະສັນຍາ.”
ຫຼັງຈາກທີ່ປະຊາຊົນອິດສະລາເອນໄດ້ຫຼົງໃນຖິ່ນແຫ້ງແລ້ງກັນດານເປັນເວລາ 40ປີ ບັນດາຄົນທີ່ຕໍ່ສູ້ພຣະເຈົ້ານັ້ນກໍໄດ້ຕາຍໄປໝົດ. ແລ້ວພຣະເຈົ້າກໍໄດ້ນຳປະຊາຊົນທີ່ເຫຼືອຢູ່ນັ້ນໄປຮອດຊາຍແດນຂອງແຜ່ນດິນແຫ່ງພັນທະສັນຍາອີກຄັ້ງໜຶ່ງ. ເມື່ອເວລາທີ່ໂມເຊເຖົ້າແກ່ຫຼາຍແລ້ວ ພຣະອົງກໍໃຫ້ໂຢຊວຍຂຶ້ນມາເປັນຜູ້ນຳແທນທີ່ໂມເຊ. ພຣະອົງໄດ້ຊົງສັນຍາກັບໂມເຊວ່າຈະສົ່ງຜູ້ປະກາດພຣະຄຳທີ່ເກັ່ງເໝືອນກັບໂມເຊອີກຄົນໜຶ່ງມາແທນທີ່ເພິ່ນ.
ແລ້ວພຣະເຈົ້າກໍໄດ້ນຳໂມເຊຂຶ້ນໄປຍັງຍອດພູເພື່ອເບິ່ງແຜ່ນດິນແຫ່ງພັນທະສັນຍາ. ໂມເຊໄດ້ພຽງແຕ່ແນມເບິ່ງແຜ່ນດິນແຫ່ງພັນທະສັນຍານັ້ນ ແຕ່ພຣະເຈົ້າບໍ່ໄດ້ອະນຸຍາດໃຫ້ເພິ່ນເຂົ້າໄປ. ຈາກນັ້ນໂມເຊກໍຕາຍ. ຊາວອິດສະລາເອນໄດ້ໄຫວ້ທຸກໃຫ້ເພິ່ນເປັນເວລາ 30ວັນ. ແລ້ວໂຢຊວຍກໍໄດ້ຂຶ້ນມາເປັນຜູ້ນຳຄົນໃໝ່ຂອງພວກເຂົາ. ລາວເປັນຜູ້ນຳທີ່ດີຄົນໜຶ່ງ ເພາະລາວໄດ້ເຊື່ອຟັງ ແລະ ໄວ້ວາງໃຈໃນພຣະເຈົ້າ.