unfoldingWord 48 - ພຣະເຢຊູແມ່ນພຣະເມຊີອາຕາມພຣະສັນຍາ

unfoldingWord 48 - ພຣະເຢຊູແມ່ນພຣະເມຊີອາຕາມພຣະສັນຍາ

إستعراض: Genesis 1-3, 6, 14, 22; Exodus 12, 20; 2 Samuel 7; Hebrews 3:1-6, 4:14-5:10, 7:1-8:13, 9:11-10:18; Revelation 21

رقم النص: 1248

لغة: Lao

الجماهير: General

فصيل: Bible Stories & Teac

الغرض: Evangelism; Teaching

نص من الإنجيل: Paraphrase

حالة: Approved

هذا النص هو دليل أساسى للترجمة والتسجيلات فى لغات مختلفة. و هو يجب ان يعدل ليتوائم مع اللغات و الثقافات المختلفة لكى ما تتناسب مع المنطقة التى يستعمل بها. قد تحتاج بعض المصطلحات والأفكار المستخدمة إلى شرح كامل أو قد يتم حذفها فى ثقافات مختلفة.

النص

ເມື່ອພຣະເຈົ້າສ້າງໂລກ ທຸກສິ່ງທຸກຢ່າງຍັງສົມບູນແບບ. ມັນຍັງບໍ່ມີຄວາມບາບ. ອາດາມຮັກເອວາແລະພວກເຂົາກໍຮັກພຣະເຈົ້າ. ບໍ່ມີໂລກໄພໄຂ້ເຈັບແລະຄວາມຕາຍ. ນັ້ນຄືໂລກທີ່ພຣະເຈົ້າຕ້ອງການຢາກໃຫ້ເປັນ.

ຊາຕານຫຼອກລວງເອວາໂດຍໃຊ້ໃຫ້ງູເຂົ້າໄປລົມກັບເອວາຢູ່ໃນສວນ. ແລ້ວນາງ ແລະ ອາດາມກໍໄດ້ເຮັດບາບຕໍ່ສູ້ພຣະເຈົ້າ. ຍ້ອນຜິດບາບທີ່ພວກເຂົາໄດ້ເຮັດໄປແລ້ວນັ້ນ ຈິ່ງເຮັດໃຫ້ມະນຸດທຸກຄົນຢູ່ໃນໂລກຕ້ອງເຈັບໄຂ້ໄດ້ປ່ວຍ ແລະ ຕາຍໄປ.

ສິ່ງທີ່ຮ້າຍແຮງຫຼາຍກວ່ານັ້ນຄື ຍ້ອນວ່າອາດາມແລະເອວາເປັນຄົນບາບມັນຈຶ່ງເຮັດໃຫ້ພວກເຂົາກາຍເປັນສັດຕູຂອງພຣະເຈົ້າ. ດັ່ງນັ້ນ ທຸກຄົນຈຶ່ງມີບາບກຳຕັ້ງແຕ່ເກີດແລະກາຍເປັນສັດຕູຂອງພຣະເຈົ້າເຊັ່ນກັນ. ຄວາມສຳພັນລະຫວ່າງພຣະເຈົ້າກັບມະນຸດກໍຖືກທໍາລາຍຍ້ອນຄວາມບາບ. ແຕ່ພຣະເຈົ້າຍັງຊົງມີແຜນການເພື່ອຈະຮື້ຟື້ນຄວາມສຳພັນນັ້ນ.

ພຣະເຈົ້າຊົງສັນຍາວ່າເຊື້ອສາຍຂອງເອວາຈະມາຢຽບຫົວຊາຕານໃຫ້ມຸ່ນ ແລະມັນຈະກັດສົ້ນໜ່ອງເຂົາໃຫ້ບວບຊ້ຳ. ສິ່ງນັ້ນໝາຍຄວາມວ່າຊາຕານຈະຕ້ອງຂ້າພຣະເມຊີອາ ແຕ່ພຣະເຈົ້າຈະຊົງບັນດານໃຫ້ພຣະເມຊີອາເປັນຄືນມາມີຊີວິດອີກ ແລະພຣະເມຊີອາຈະທຳລາຍອຳນາດຂອງມານຊາຕານໃຫ້ໝົດສິ້ນຕະຫຼອດໄປເປັນນິດ. ຫຼາຍປີຕໍ່ມາ ພຣະເຈົ້າໄດ້ເປີດເຜີຍວ່າພຣະເຢຊູຊົງເປັນພຣະເມຊີອາ.

ເວລາທີ່ພຣະເຈົ້າຊົງທຳລາຍໂລກໂດຍການເຮັດໃຫ້ນ້ຳຖ້ວມໂລກນັ້ນ ພຣະອົງໄດ້ຊົງປະທານເຮືອລຳໜຶ່ງໃຫ້ພວກເຂົາເພື່ອຮັກສາຊີວິດຂອງຄົນທີ່ເຊື່ອໃນພຣະອົງ. ໃນທຳນອງດຽວກັນນັ້ນ ມະນຸດທຸກຄົນສົມຄວນຕາຍຍ້ອນຄວາມຜິດບາບທີ່ພວກເຂົາເຮັດ ແຕ່ພຣະເຈົ້າກໍຊົງປະທານພຣະເຢຊູມາເພື່ອຊ່ວຍຊີວິດຂອງທຸກຄົນທີ່ເຊື່ອໃນພຣະອົງ.

ຕະຫຼອດຫຼາຍຮ້ອຍປີທີ່ຜ່ານມາ ນັກບວດຈະເປັນຕົວແທນໃຫ້ແກ່ຄົນທີ່ຢາກລົບລ້າງບາບ ໂດຍການຖວາຍເຄື່ອງບູຊາຕໍ່ພຣະເຈົ້າເພື່ອໃຫ້ເຂົາເຫັນເຖິງການລົງໂທດທີ່ພວກເຂົາຄວນຈະໄດ້ຮັບ. ແຕ່ເຄື່ອງບູຊາພວກນັ້ນຍັງບໍ່ສາມາດລຶບລ້າງບາບຂອງພວກເຂົາໄດ້. ພຣະເຢຊູຊົງເປັນນັກບວດຍິ່ງໃຫຍ່ທີ່ບໍ່ເໝືອນກັບນັກບວດຄົນອື່ນໆ. ຄືເພິ່ນໄດ້ໃຊ້ຮ່າງກາຍຂອງເພິ່ນເອງຖວາຍຕໍ່ພຣະເຈົ້າເພື່ອເປັນເຄື່ອງບູຊາພຽງແຕ່ຢ່າງດຽວທີ່ສາມາດລຶບລ້າງບາບຂອງໝົດທຸກຄົນຢູ່ໃນໂລກ. ພຣະເຢຊູຊົງເປັນນັກບວດທີ່ສົມບູນແບບ ເພາະພຣະອົງໄດ້ຊົງຍອມຮັບເອົາການລົງໂທດຂອງຄວາມບາບຂອງຄົນບາບທຸກຄົນ.

ພຣະເຈົ້າຊົງກ່າວກັບອັບຣາຮາມວ່າ, “ທຸກໆຊົນຊາດເທິງແຜ່ນດິນໂລກຈະໄດ້ຮັບພຣະພອນຜ່ານເຊື່ອສາຍຂອງເຈົ້າ.” ພຣະເຢຊູຊົງມາຈາກເຊື້ອສາຍຂອງອັບຣາຮາມ ແລະທຸກຊົນຊາດຈະໄດ້ຮັບພຣະພອນຜ່ານພຣະອົງ ເພາະທຸກຄົນທີ່ເຊື່ອໃນພຣະເຢຊູຈະພົ້ນຈາກຄວາມຜິດບາບ ແລະກາຍເປັນເຊື້ອສາຍຂອງອັບຣາຮາມຝ່າຍວິນຍານ.

ເມື່ອພຣະເຈົ້າບອກໃຫ້ອັບຣາຮາມນຳອີຊາກລູກຊາຍຂອງລາວມາຖວາຍເປັນເຄື່ອງບູຊາ ພຣະເຈົ້າຍັງຊົງປະທານລູກແກະໂຕໜຶ່ງໃຫ້ເພື່ອໃຊ້ຖວາຍເປັນເຄື່ອງບູຊາແທນອີຊາກລູກຊາຍຂອງລາວ. ພວກເຮົາທຸກຄົນສົມຄວນຕາຍຍ້ອນຄວາມຜິດບາບຂອງພວກເຮົາ! ແຕ່ພຣະເຈົ້າໄດ້ຊົງປະທານພຣະເຢຊູທີ່ປຽບເໝືອນລູກແກະຂອງພຣະເຈົ້າມາຕາຍເພື່ອເປັນເຄື່ອງບູຊາແທນເຮົາທຸກຄົນ.

ເມື່ອເວລາທີ່ພຣະເຈົ້າສົ່ງໄພພິບັດຄັ້ງສຸດທ້າຍລົງມາເຖິງເອຢິບນັ້ນ ພຣະອົງໄດ້ບອກໃຫ້ປະຊາຊົນອິດສະລາເອນນຳເອົາເລືອດຂອງລູກແກະທີ່ສົມບູນທີ່ສຸດມາທາໃສ່ຂອບປະຕູທາງເທິງແລະທາງຂ້າງ. ເມື່ອພຣະເຈົ້າເຫັນເລືອດນັ້ນ ພຣະອົງຈະຜ່ານເຮືອນຂອງພວກເຂົາໄປແລະບໍ່ຂ້າລູກຊາຍກົກຂອງພວກເຂົາ. ເຫດການດັ່ງກ່າວຖືກເອີ້ນວ່າ, ເທດສະການປັດສະຄາ.

ພຣະເຢຊູໝາຍເຖິງລູກແກະທີ່ຖືກຂ້າ. ພຣະອົງຊົງເປັນຜູ້ສົມບູນແບບແລະບໍ່ມີບາບ ແລະຊົງຖືກຂ້າໃນຊ່ວງການສະເຫຼີມສະຫຼອງເທດສະການປັດສະຄາ. ເມື່ອຄົນໃດກໍຕາມທີ່ເຊື່ອໃນພຣະເຢຊູ ເລືອດຂອງພຣະເຢຊູຈະເປັນຄ່າໄຖ່ບາບຂອງຄົນໆນັ້ນ ແລະການລົງໂທດຂອງພຣະເຈົ້າຈະບໍ່ຕົກຖືກຄົນນັ້ນ.

ພຣະເຈົ້າໄດ້ຊົງປະທານພັນທະສັນຍາໄວ້ໃຫ້ກັບຊົນຊາດອິດສະລາເອນເທົ່ານັ້ນ ເຊິ່ງເປັນຊົນຊາດທີ່ພຣະເຈົ້າຊົງເລືອກໄວ້. ແຕ່ພຣະອົງໄດ້ຊົງປະທານພັນທະສັນຍາໃໝ່ໃຫ້ກັບທຸກໆຄົນ. ສະນັ້ນຄົນທຸກກຸ່ມສາມາດກາຍເປັນຊົນຊາດຂອງພຣະອົງໄດ້ໂດຍການຮັບເຊື່ອພຣະເຢຊູ.

ໂມເຊເປັນຜູ້ປະກາດພຣະຄຳຍິ່ງໃຫຍ່ຄົນໜຶ່ງທີ່ປະກາດຖ້ອຍຄຳຂອງພຣະເຈົ້າ. ແຕ່ພຣະເຢຊູເປັນຜູ້ປະກາດພຣະຄຳທີ່ຍິ່ງໃຫຍ່ທີ່ສຸດໃນບັນດາຜູ້ປະກາດພຣະຄຳທັງໝົດ. ພຣະອົງຊົງເປັນພຣະເຈົ້າ. ສະນັ້ນສິ່ງທີ່ພຣະອົງໄດ້ຊົງກະທຳແລະກ່າວເອົາໄວ້ ລ້ວນແຕ່ເປັນການກະທຳແລະຄຳເວົ້າຂອງພຣະເຈົ້າ. ສະນັ້ນພຣະອົງຈຶ່ງຖືກເອີ້ນວ່າ ພຣະຄຳຂອງພຣະເຈົ້າ.

ພຣະເຈົ້າສັນຍາກັບກະສັດດາວິດວ່າຈະມີຄົນໜຶ່ງຈາກເຊື້ອສາຍຂອງເພິ່ນຂຶ້ນປົກຄອງໄພ່ພົນຂອງພຣະເຈົ້າເໝືອນດັ່ງກະສັດຕະຫຼອດໄປເປັນນິດ. ພຣະເຢຊູຄຣິດຊົງເປັນບຸດຂອງພຣະເຈົ້າແລະທັງເປັນພຣະເມຊີອາ ພຣະອົງຈຶ່ງເປັນຄົນພິເສດຈາກເຊື້ອສາຍຂອງກະສັດດາວິດ ເພິ່ນຈຶ່ງສົມຄວນທີ່ຈະເປັນຜູ້ປົກຄອງຊົນຊາດຂອງພຣະເຈົ້າຕະຫຼອດໄປ.

ດາວິດເປັນກະສັດຂອງຊົນຊາດອິດສະລາເອນ ແຕ່ພຣະເຢຊູຊົງເປັນກະສັດຂອງທົ່ວຈັກກະວານ! ພຣະອົງຈະສະເດັດກັບຄືນມາອີກ ເພື່ອມາປົກຄອງອານາຈັກຂອງພຣະອົງຢ່າງທ່ຽງທຳແລະສະຫງົບສຸກຕະຫຼອດໄປເປັນນິດ.

معلومات ذات صلة

كلمات الحياة - GRN لديها رسائل صوتية تبشيرية فى الاف الغات تحتوى على رسائل الكتاب المقدس الرئيسية عن الفداء والحياة المسيحية.

تحميلات مجانية - هنا يمكنك أن تجد نصوص رسائل GRN الرئيسية فى عدة لغات، بالإضافة إلى صور ومواد أخرى مرتبطة، متوفرة للتحميل.

مكتبة GRN الصوتية - المواد التبشيرية و التعليمية للكتاب المقدس الملائمة لإحتياجات الناس و ثقافاتهم متاحة فى أشكال و أنماط عديدة.

Copyright and Licensing - GRN shares it's audio, video and written scripts under Creative Commons

Choosing the right audio or video format - What audio and video file formats are available from GRN, and which one is best to use?