unfoldingWord 43 - ການເລີ່ມຕົ້ນຂອງຄຣິສຕະຈັກ

unfoldingWord 43 - ການເລີ່ມຕົ້ນຂອງຄຣິສຕະຈັກ

概要: Acts 1:12-14; 2

文本編號: 1243

語言: Lao

聽眾: General

類型/流派: Bible Stories & Teac

目的: Evangelism; Teaching

聖經摘錄: Paraphrase

狀態: Approved

腳本是翻譯和錄製成其他語言的基本指南,它們需要根據實際需要而進行調整以適合不同的文化和語言。某些使用術語和概念可能需要有更多的解釋,甚至要完全更換或省略。

文本文字

ຫຼັງຈາກພຣະເຢຊູສະເດັດຄືນສູ່ສະຫວັນ ພວກສາວົກກໍຍັງອາໄສຢູ່ໃນນະຄອນເຢຣູຊາເລັມຕາມທີ່ພຣະເຢຊູໄດ້ສັ່ງເຂົາໄວ້. ບັນດາຄົນທີ່ເຊື່ອຫຼາຍຄົນໄດ້ຮວມຕົວກັນເພື່ອອະທິຖານແລະນະມັດການຢ່າງສະໝ່ຳສະເໝີ.

ທຸກໆປີຫຼັງຈາກ 50 ວັນເທດສະການປັດສະຄາ, ຊາວຢິວຈະສະເຫຼີມສະຫຼອງເທດສະການທີ່ສຳຄັນຄືເທດສະການເພັນເຕຄໍສະເຕ. ເທດສະການເພັນເຕຄໍສະເຕແມ່ນຊ່ວງເວລາທີ່ຊາວຢິວຈະສະເຫຼີມສະຫຼອງເຖິງການເກັບກ່ຽວຂອງພວກເຂົາ. ຊາວຢິວຈາກທົ່ວໂລກຈະມາຮ່ວມກັນທີ່ນະຄອນເຢຣູຊາເລັມເພື່ອຮ່ວມສະເຫຼີມສະຫຼອງເທດສະການເພັນເຕຄໍສະເຕນຳກັນ. ໃນປີນີ້ ຊ່ວງເທດສະການເພັນເຕຄໍສະເຕກົງກັບໜຶ່ງອາທິດຫຼັງຈາກທີ່ພຣະເຢຊູໄດ້ສະເດັດຄືນສູ່ສະຫວັນ.

ໃນຂະນະທີ່ພວກເຂົາກຳລັງຮ່ວມກັນນະມັດສະການຢູ່ໃນເຮືອນ ທັນໃດນັ້ນກໍມີສຽງເໝືອນສຽງລົມພາຍຸແຮງເກີດຂຶ້ນໃນເຮືອນນັ້ນ. ແລ້ວກໍມີບາງຢ່າງເປັນເໝືອນແປວໄຟເກີດຂຶ້ນຢູ່ເທິງຫົວຂອງຜູ້ທີ່ເຊື່ອແຕ່ລະຄົນ. ພວກເຂົາເຕັມໄປ ດ້ວຍພຣະວິນຍານບໍລິສຸດແລ້ວພວກເຂົາກໍເລີ່ມເວົ້າພາສາອື່ນໆທີ່ບໍ່ແມ່ນພາສາຂອງພວກເຂົາ.

ເມື່ອປະຊາຊົນໃນເຢຣູຊາເລັມໄດ້ຍິນສຽງອຶກກະທຶກນັ້ນ ພວກເຂົາກໍຮ່ວມໂຕກັນເຂົ້າໄປເບິ່ງວ່າເກີດຫຍັງຂຶ້ນ. ເມື່ອປະຊາຊົນໄດ້ຍິນພວກຜູ້ທີ່ເຊື່ອກຳລັງປະກາດເຖິງສິ່ງອັດສະຈັນຫຼາຍສິ່ງທີ່ພຣະເຈົ້າໄດ້ຊົງກະທຳ. ພວກເຂົາກໍຮູ້ສຶກປະຫຼາດໃຈ ທີ່ພວກເຂົາໄດ້ຍິນສິ່ງເຫຼົ່ານັ້ນໃນພາສາຂອງພວກເຂົາເອງ.

ມີບາງຄົນເວົ້າວ່າພວກອັກຄະສາວົກກຳລັງເມົາເຫຼົ້າ. ແຕ່ເປໂຕຢືນຂຶ້ນແລະກ່າວກັບພວກເຂົາວ່າ, “ຈົ່ງຟັງທາງນີ້! ຄົນພວກນີ້ບໍ່ໄດ້ເມົາເຫຼົ້າ! ແຕ່ເພື່ອເຮັດໃຫ້ສຳເລັດຕາມຜູ້ປະກາດພຣະຄຳຂອງພຣະເຈົ້າໂຢເອນກ່າວໄວ້ວ່າ, ‘ໃນຄາວສຸດທ້າຍນັ້ນເຮົາຈະຖອກເທພຣະວິນຍານຂອງເຮົາລົງໃສ່ມະນຸດທັງປວງ.’”

ຊາວອິດສະລາເອນທັງຫຼາຍເອີຍ, ພຣະເຢຊູຜູ້ທີ່ໄດ້ກະທຳການດີແລະສຳແດງການອັດສະຈັນຕ່າງໆດ້ວຍລິດອຳນາດຈາກພຣະເຈົ້າໃຫ້ພວກເຈົ້າໄດ້ເຫັນແລ້ວ ແຕ່ພວກທ່ານກໍຍັງຄຶງເພິ່ນໄວ້ທີ່ໄມ້ກາງແຂນ.”

ເຖິງວ່າເພິ່ນຈະຕາຍໄປແລ້ວ ແຕ່ພຣະເຈົ້າກໍຊົງບັນດານໃຫ້ເພິ່ນເປັນຄືນມາຈາກຕາຍ. ເພື່ອເຮັດໃຫ້ສິ່ງນີ້ສຳເລັດຕາມຖ້ອຍຄຳຂອງຜູ້ປະກາດພຣະຄຳບອກວ່າ, ‘ທ່ານຈະບໍ່ໃຫ້ຜູ້ຮັບໃຊ້ຂອງພຣະອົງຜູ້ທີ່ບໍລິສຸດເປື່ອຍເນົ່າໃນຂຸມຝັງສົບ.’ ພວກເຮົາເປັນພະຍານວ່າພຣະເຈົ້າໄດ້ຊົງບັນດານໃຫ້ພຣະເຢຊູເປັນຄືນມາຈາກຕາຍແລະມີຊີວິດອີກຄັ້ງ.”

“ບັດນີ້ພຣະເຢຊູໄດ້ຊົງຖືກຍົກຂຶ້ນແລະນັ່ງເທິງເບື້ອງຂວາຂອງພຣະບິດາເຈົ້າ. ແລະພຣະເຢຊູໄດ້ຊົງປະທານພຣະວິນຍານບໍລິສຸດຕາມທີ່ພຣະອົງໄດ້ຊົງສັນຍາໄວ້ແລ້ວ. ສິ່ງທີ່ພວກທ່ານກຳລັງໄດ້ຍິນແລະໄດ້ເຫັນໃນຕອນນີ້ຄືລິດເດດຂອງພຣະວິນຍານບໍລິສຸດ.”

“ພວກທ່ານທັງຫຼາຍໄດ້ຄຶງຊາຍຄົນທີ່ຊື່ວ່າເຢຊູ ແຕ່ບັດນີ້ຈົ່ງຮູ້ເຖີດວ່າ ພຣະເຈົ້າຊົງໃຫ້ພຣະອົງເປັນທັງອົງພຣະຜູ້ເປັນເຈົ້າແລະພຣະເມຊີອາ.”

ປະຊາຊົນທີ່ໄດ້ຟັງເປໂຕກ່າວແລ້ວກໍຮູ້ສຶກເຈັບຊ້ຳແລະກິນແໜງໃຈຫຼາຍ; ສະນັ້ນພວກເຂົາຈຶ່ງຖາມເປໂຕກັບພວກສາວົກຄົນອື່ນໆວ່າ, “ພີ່ນ້ອງເອີຍ, ພວກເຮົາຈະຕ້ອງເຮັດຢ່າງໃດ?”

ເປໂຕຕອບພວກເຂົາວ່າ, “ພວກເຈົ້າທຸກຄົນຕ້ອງຖິ້ມໃຈເກົ່າເອົາໃຈໃໝ່ ແລະຮັບບັບຕິສະມາໃນພຣະນາມຂອງອົງພຣະເຢຊູຄຣິດ ເພື່ອພຣະເຈົ້າຈະໄດ້ອະໄພຄວາມຜິດບາບຂອງພວກເຈົ້າ. ແລ້ວພວກເຈົ້າຈຶ່ງຈະໄດ້ຮັບຂອງປະທານຄືພຣະວິນຍານບໍລິສຸດ.”

ມີປະມານ 3000 ຄົນພາກັນຮັບເຊື່ອແລະກາຍເປັນສາວົກຂອງພຣະເຢຊູ. ພວກເຂົາໄດ້ຮັບບັບຕິສະມາເພື່ອໃຫ້ເປັນສ່ວນໜຶ່ງຂອງຄຣິສຕະຈັກໃນນະຄອນເຢຣູຊາເລັມ.

ສວມລາວົກຄົນອືນໆຍ້ງສືບຕ່ຄຳສ້ງສອມຂອງພວກອກັຄເສາວກົ, ສາມັກຄີທຳຮ່ວມກັນ, ຮັບປະທານອາຫານຮ່ວມກັນ ແລະອະທິຖານເພື່ອເຊິ່ງກັນແລະກັນ. ພວກເຂົາຮ່ວມກັນສັນລະເສີນພຣະເຈົ້າຢ່າງຊົມຊື່ນຍິນດີ. ພວກເຂົາຍັງໄດ້ແບ່ງປັນສິ່ງທີ່ພວກເຂົາມີໃຫ້ກັນແລະກັນ. ພວກເຂົາເປັນຄົນດີໃນສາຍຕາຂອງຄົນທົ່ວໄປ. ທຸກໆວັນມີຄົນທີ່ເຊື່ອເພີ່ມຂຶ້ນເລື້ອຍໆ.

相關信息

生命之道 - 環球錄音網擁有用數以千計的語言去錄製的福音信息,內容包括一些有關救恩和基督徒樣式的聖經信息。

免費下載 - 免費下載傳教及發展教會組織所用的錄音、圖片、文本和其他相關資料。內容包括聖經故事與傳教課程,并已被翻譯成上千種語言。

環球錄音網音頻圖書館 - 提供mp3,CD和磁帶形式的傳播福音和基本的宣教材料,適宜人們的需要和文化。錄音材料的形式多樣,包括簡單的聖經故事,福音信息,經文朗誦和歌曲。

Choosing the audio or video format to download - What audio and video file formats are available from GRN, and which one is best to use?

Copyright and Licensing - GRN shares it's audio, video and written scripts under Creative Commons