unfoldingWord 39 - ພຣະເຢຊູຖືກສອບສວນ

概要: Matthew 26:57-27:26; Mark 14:53-15:15; Luke 22:54-23:25; John 18:12-19:16
文本編號: 1239
語言: Lao
聽眾: General
目的: Evangelism; Teaching
Features: Bible Stories; Paraphrase Scripture
狀態: Approved
腳本是翻譯和錄製成其他語言的基本指南,它們需要根據實際需要而進行調整以適合不同的文化和語言。某些使用術語和概念可能需要有更多的解釋,甚至要完全更換或省略。
文本文字

ໃນເວລາກາງຄືນ, ພວກທະຫານໄດ້ນໍາເອົາພຣະເຢຊູເຈົ້າ ໄປທີ່ເຮືອນຂອງນັກບວດ ເພື່ອໃຫ້ນັກບວດສອບສວນພຣະອົງ. ເປໂຕກໍໄດ້ຕິດຕາມພວກເຂົາໄປຢູ່ຫ່າງໆ. ເມື່ອພຣະເຢຊູເຈົ້າຖືກນໍາຕົວເຂົ້າໄປໃນເຮືອນນັ້ນແລ້ວ, ເປໂຕກໍຖ້າຢູ່ຂ້າງນອກ ຟີງໄຟກັບຄົນທີ່ຂ້າງນອກ.

ຢູ່ໃນເຮືອນນັ້ນ ພວກຜູ້ນໍາຊາວຢິວໄດ້ສອບສວນເອົາເລື່ອງພຣະເຢຊູ, ພວກເຂົາໄດ້ນໍາເອົາພະຍານບໍ່ຈິງມາກ່າວຕົວະຕໍ່ພຣະອົງ. ເຖິງຢ່າງໃດກໍຕາມ ຄໍາກ່າວຫາຂອງພວກເຂົານັ້ນກໍບໍ່ຕົງກັນ, ດັ່ງນັ້ນ ພວກຜູ້ນໍາຊາວຢິວກໍບໍ່ສາມາດພິສູດເອົາຄວາມຜິດຫຍັງໄດ້, ພຣະເຢຊູບໍ່ໄດ້ກ່າວຫຍັງເລີຍ.

ທ້າຍທີ່ສຸດ ນັກບວດ ກໍໄດ້ເບິ່ງໄປທີ່ພຣະເຢຊູ ແລະເວົ້າວ່າ, “ບອກພວກເຮົາແນ່ວ່າ ເຈົ້າແມ່ນພຣະເມຊີອາ ບຸດຂອງພຣະເຈົ້າອົງຊົງທີ່ມີຊີວິດຢູ່ບໍ່.”

ພຣະເຢຊູກ່າວວ່າ,”ເຮົາຜູ້ເປັນຢູ່, ແລະ ເຈົ້າຈະໄດ້ເຫັນເຮົານັ່ງກັບພຣະເຈົ້າກໍາລັງສະເດັດມາຈາກສະຫວັນ” ນັກບວດຈຶ່ງໃຈຮ້າຍ ແລະ ຮ້ອງໃສ່ພວກຜູ້ນໍາສາດສະໜາວ່າ: “ພວກເຮົາບໍ່ຈໍາເປັນມີພະຍານອີກແລ້ວ, ພວກເຈົ້າໄດ້ຍິນລາວເວົ້າບໍ່ວ່າ ລາວເປັນບຸດຂອງພຣະເຈົ້າ. ເຈົ້າຈະຕັດສິນແນວໃດ?”

ພວກຜູ້ນໍາສາດສະໜາຈຶ່ງຕອບນັກບວດວ່າ, “ລາວສົມຄວນຕາຍ” ແລ້ວພວກເຂົາກໍໃຊ້ຜ້າມັດຕາພຣະອົງໄວ້ຖົ່ມນ້ຳລາຍໃສ່ພຣະອົງ,ຕົບຕີພຣະອົງແລະເວົ້າດູໝີ່ນພຣະອົງ.

ຂະນະທີ່ເປໂຕກໍາລັງຖ້າຢູ່ຂ້າງນອກບ້ານນັ້ນຄົນຮັບໃຊ້ຍິງຜູ້ໜຶ່ງໄດ້ເຫັນລາວ ແລະ ເວົ້າວ່າ, “ເຈົ້າຄືຄົນທີ່ຢູ່ກັບເຢຊູ” ແຕ່ເເປໂຕກໍປະຕິເສດ, ຕໍ່ມາກໍມີຄົນຮັບໃຊ້ຍິງອີກຄົນໜຶ່ງເວົ້າຄືກັນ ແລະ ເປໂຕກໍປະຕິເສດອີກ, ສຸດທ້າຍ ປະຊາຊົນໄດ້ເວົ້າວ່າ: "ພວກເຮົາຮູ້ວ່າ ເຈົ້າຢູ່ກັບເຢຊູຄືກັນ ເພາະພວກເຈົ້າທັງສອງມາຈາກຄາລີເລ."

ເປໂຕໄດ້ສາບານວ່າ: ’’ຂໍໃຫ້ພຣະເຈົ້າສາບແຊ່ງຂ້ອຍຖ້າຂ້ອຍຮູ້ຈັກຊາຍຄົນນີ້’’. ໃນທັນໃດນັ້ນໄກ່ກໍໄດ້ຂັນ ແລ້ວພຣະເຢຊູກໍໄດ້ຫຼຽວຄືນຫຼັງເບີ່ງເປໂຕ.

ເປໂຕໄດ້ແລ່ນອອກໄປນອກ ແລະ ຮ້ອງໄຫ້ຢ່າງຂົມຂື່ນ.ໃນຂະນະທີ່ຢູດາຜູ້ທໍລະຍົດເຫັນວ່າພວກຜູ້ນຳຊາວຢີວໄດ້ຕັດສີນໃຫ້ພຣະເຢຊູເຈົ້າເຖີງຕາຍ,ຢູດາກໍເສຍໃຈຢ່າງໜັກແລະໜີອອກໄປຮ້ອງໄຫ້ແລ້ວຂ້າຕົວເອງຕາຍ.

ມື້ຕໍ່ມາຕອນເຊົ້າໆ, ພວກຜູ້ນຳຊາວຢີວໄດ້ພາພຣະເຢຊູໄປຫາປີລາດຊື່ງເປັນຜູ້ປົກຄອງຂອງໂຣມ. ພວກເຂົາຫວັງວ່າປີລາດຄົງຈະກ່າວໂທດພຣະເຢຊູເຈົ້າໃຫ້ມີຄວາມຜິດ ແລະຕັດສີນຂ້າພຣະອົງ,ປີລາດໄດ້ຖາມພຮະອົງວ່າ ‘’ເຈົ້າເປັນກະສັດຂອງຊາວຢີວບໍ?’’

ພຣະເຢຊູເຈົ້າຕອບວ່າ,”ທ່ານເວົ້າເອງເດີ, ແຕ່ຣາຊາອານາຈັກຂອງເຮົາບໍ່ແມ່ນໂລກນີ້. ແຕ່ຖ້າເປັນດັ່ງນັ້ນ, ຜູ້ຮັບໃຊ້ຂອງເຮົາຄົງຕໍ່ສູ້ເພື່ອເຮົາ, ເຮົາມາໂລກນີ້ເພື່ອບອກຄວາມຈິງກ່ຽວກັບພຣະເຈົ້າ. ທຸກຄົນທີ່ຮັກຄວາມຈິງຈະຟັງເຮົາ.” ປີລາດເວົ້າວ່າ: “ຄວາມຈິງແມ່ນຫຍັງ”?

ຫຼັງຈາກລົມກັບພຣະເຢຊູແລ້ວ, ປີລາດກໍອອກໄປຫາຝູງຊົນ ແລະ ເວົ້າວ່າ, “ເຮົາບໍ່ພົບຄວາມຜິດຈາກຊາຍຄົນນີ້.” ແຕ່ພວກຜູ້ນໍາຊາວຢິວ ແລະ ຝູງຊົນໄດ້ຮ້ອງໃສ່ວ່າ, “ຄຶງລາວໃສ່ໄມ້ກາງແຂນ” ປີລາດຈຶ່ງຕອບວ່າ, ”ລາວບໍ່ມີຄວາມຜິດຫຍັງ” ແຕ່ພວກເຂົາຍິ່ງຮ້ອງສຽງດັງຂຶ້ນ. ແລ້ວປີລາດກໍເວົ້າເປັນເທື່ອທີ່ສາມວ່າ, “ລາວບໍ່ມີຄວາມຜິດ.”

ປີລາດເກີດຢ້ານວ່າຝູງຊົນຈະເລີ່ມການຈາລະຈົນ, ດັ່ງນັນ ລາວຈຶ່ງເຫັນດີໃຫ້ທະຫານຂອງລາວເອົາພຣະເຢຊູໄປຄຶງທີ່ໄມ້ກາງແຂນ, ພວກທະຫານໂຣມໄດ້ຂ້ຽນຕີພຣະເຢຊູ, ເອົາເສື້ອຄຸມຂອງກະສັດ ແລະ ມົງກຸດໜາມມາໃສ່ໃຫ້ພຣະອົງ ແລ້ວພວກເຂົາກໍຫົວເຍາະເຍີ້ຍພຣະອົງ ແລະ ກ່າວວ່າ, “ເບິ່ງແມ້! ກະສັດຂອງຊາວຢິວ”