unfoldingWord 38 - ພຣະເຢຊູຖືກທໍລະຍົດ

概要: Matthew 26:14-56; Mark 14:10-50; Luke 22:1-53; John 18:1-11
文本編號: 1238
語言: Lao
聽眾: General
目的: Evangelism; Teaching
Features: Bible Stories; Paraphrase Scripture
狀態: Approved
腳本是翻譯和錄製成其他語言的基本指南,它們需要根據實際需要而進行調整以適合不同的文化和語言。某些使用術語和概念可能需要有更多的解釋,甚至要完全更換或省略。
文本文字

ທຸກໆປີພວກຢິວໄດ້ພາກັນສະຫຼອງປັດສະຄາ. ການສະຫຼອງນີ້ແມ່ນລະນຶກເຖິງພຣະເຈົ້າໄດ້ຊ່ວຍກອບກູ້ບັນພະບູລຸດຂອງພວກເຂົາໃຫ້ພົ້ນຈາກການເປັນທາດຢູ່ໃນປະເທດເອຢິບ ເປັນເວລາຫຼາຍສັດຕະວັດ. ຫຼັງຈາກ 3 ປີຕໍ່ມາ ພຣະເຢຊູເຈົ້າເລີ່ມເທດສະໜາສັ່ງສອນເປັນຄັ້ງແລກຕໍ່ປະຊາຊົນທັງຫຼາຍ, ພຣະເຢຊູເຈົ້າໄດ້ບອກສາວົກຂອງພຣະອົງວ່າພຣະອົງຕ້ອງການສະຫຼອງປັດສະຄາກັບພວກເພິ່ນໃນນະຄອນເຢຣູຊາເລັມ ແລະພຣະອົງກໍຈະຖືກຂ້າຢູ່ທີ່ນັ້ນ.

ສາວົກຂອງພຣະເຢຊູເຈົ້າຄົນໜຶ່ງຊື່ວ່າ ຢູດາ. ຢູດາເປັນຜູ້ຮັບຜິດຊອບຖົງເງິນຂອງພວກອັກຄະສາວົກ ເພາະລາວໄດ້ຮັບເງິນ ແລະ ມັກລັກເອົາເງິນຈາກຖົງນັ້ນສະເໝີ. ຫຼັງຈາກພຣະເຢຊູເຈົ້າ ແລະ ພວກສາວົກມາຮອດນະຄອນເຢຣູຊາເລັມແລ້ວ ຢູດາໄດ້ໄປຫາຜູ້ນຳຊາວຢິວ ແລະ ໄດ້ມອບການທໍລະຍົດພຣະເຢຊູເຈົ້າໃຫ້ກັບພວກເຂົາໂດຍການແລກດ້ວຍເງິນ, ລາວຮູ້ຈັກວ່າພວກຜູ້ນຳຊາວຢິວໄດ້ປະຕິເສດວ່າພຣະເຢຊູບໍ່ແມ່ນພຣະເມຊີອາ ແລະ ຊອກຫາວິທີຂ້າພຣະອົງ.

ພວກຜູ້ນຳຊາວຢິວນຳໂດຍມະຫານັກບວດໄດ້ຈ່າຍເງິນໃຫ້ຢູດາເພື່ອທໍລະຍົດພຣະເຢຊູເຈົ້າຈຳນວນ30ຫຼຽນ. ສິ່ງນີ້ເກີດຂຶ້ນຕາມຜູ້ທຳນາຍໄດ້ທຳນາຍໄວ້ວ່າຢູດາກໍເຫັນດີດ້ວຍ ແລະ ກໍໄດ້ເອົາເງິນນັ້ນແລ້ວໜີໄປເລີຍ. ແລ້ວລາວກໍໄດ້ຊອກຫາໂອກາດທີ່ຈະຊ່ວຍພວກເຂົາໃຫ້ຈັບພຣະເຢຊູເຈົ້າ.

ໃນນະຄອນເຢຣູຊາເລັມພຣະເຢຊູເຈົ້າໄດ້ສະຫຼອງປັດສະຄາຮ່ວມກັບພວກສາວົກຂອງພຣະອົງ, ໃນລະຫວ່າງອາຫານປັດສະຄານັ້ນ ພຣະເຢຊູເຈົ້າໄດ້ຈັບເອົາເຂົ້າຈີ່ມາແລ້ວຫັກເຂົ້າຈີ່ນັ້ນ ພຣະອົງຊົງກ່າວວ່າ, “ຈົ່ງຮັບເອົາເທີ້ນ ແລະ ກິນເຂົ້າຈີ່ນີ້ ນີ້ແມ່ນກາຍຂອງເຮົາເຊິ່ງໃຫ້ສຳລັບພວກເຈົ້າ ຈົ່ງເຮັດສິ່ງນີ້ເພື່ອເປັນທີ່ລະນຶກເຖິງເຮົາ.” ເວລາເວົ້າສຳນີ້ ພຣະເຢຊູເຈົ້າໄດ້ກ່າວວ່າ, ພະກາຍຂອງພະອົງຈະເປັນເຄື່ອງຖວາຍບູຊາສຳລັບພວກເຂົາ.

ແລ້ວພຣະເຢຊູເຈົ້າກໍໄດ້ຈັບເອົາຈອກມາ ແລະ ກ່າວວ່າ, “ຈົ່ງດື່ມຈອກນີ້ ນີ້ແມ່ນເລືອດແຫ່ງພັນທະສັນຍາໃໝ່ຂອງເຮົາໄດ້ຖອກອອກເພື່ອເປັນຄ່າໄຖ່ບາບຂອງເຮົາທັງຫຼາຍ. ຈົ່ງເຮັດສິ່ງນີ້ເພື່ອເປັນທີ່ລະນຶກເຖິງເຮົາ ທຸກຄັ້ງທີ່ພວກເຈົ້າດື່ມຈາກຈອກນີ້ເວລາໃດ."

ພຣະເຢຊູເຈົ້າຊົງກ່າວຕໍ່ພວກສາວົກວ່າ, “ໜຶ່ງໃນພວກເຈົ້າຈະທໍລະຍົດເຮົາ.” ພວກສາວົກສະດຸ້ງຕົກໃຈແລະຖາມວ່າ, “ແມ່ນໃຜຈະເຮັດແບບນັ້ນ?” ພຣະເຢຊູເຈົ້າກ່າວວ່າ, “ຄົນທີ່ເຮົາເອົາເຂົ້າຈີ່ປ່ຽງນີ້ໃຫ້ ຄືຜູ້ນັ້ນແຫຼະຈະເປັນຜູ້ທໍລະຍົດ.” ແລ້ວພຣະເຢຊູເຈົ້າກໍເອົາເຂົ້າຈີ່ນັ້ນໃຫ້ກັບຢູດາ.

ຫຼັງຈາກຢູດາໄດ້ຈັບເອົາເຂົ້າຈີ່ນັ້ນແລ້ວ ຊາຕານກໍມາສິງໃນຢູດາ ຢູດາໄດ້ອອກໄປ ແລະ ໄປຊ່ວຍພວກຜູ້ນຳຊາວຢິວຈັບພຣະເຢຊູເຈົ້າເຊິ່ງເປັນເວລາກາງຄືນ.

ຫຼັງຈາກຄາບເຂົ້າແລງແລ້ວ ພຣະເຢຊູເຈົ້າ ແລະ ພວກສາວົກຂອງພຣະອົງໄດ້ພາກັນຍ່າງໄປພູເຂົາໝາກກອກເທດ ພຣະເຢຊູເຈົ້າຊົງກ່າວວ່າ, “ຄືນນີ້ພວກເຈົ້າທຸກຄົນຈະປະຖິ້ມເຮົາ ເຊິ່ງມີຄຳຂຽນໄວ້ວ່າ, ‘ເຮົາຈະຂ້າຜູ້ລ້ຽງແກະ ແລະ ລູກແກະຈະແຕກໜີໄປ.”

ເປໂຕໄດ້ຕອບວ່າ, “ແມ່ນວ່າທຸກຄົນຈະປະຖິ້ມທ່ານກໍຕາມ ແຕ່ຂ້ານ້ອຍຈະບໍ່ປະຖິ້ມທ່ານໄປ.” ແລ້ວພຣະເຢຊູເຈົ້າຊົງກ່າວຕໍ່ເປໂຕວ່າ, “ຊາຕານຕ້ອງການເຈົ້າທັງຫຼາຍແຕ່ເຮົາໄດ້ພາວະນາອະທິຖານເພື່ອພວກເຈົ້າ ເປໂຕເອີຍ ຄວາມເຊື່ອຂອງເຈົ້າຈະບໍ່ລົ້ມລົງ ແມ່ນວ່າໃນຄືນນີ້ກ່ອນໄກ່ຂັນ ເຈົ້າຈະປະຕິເສດວ່າເຈົ້າບໍ່ຮູ້ຈັກເຮົາເຖິງ 3 ເທື່ອ.”

ເປໂຕເວົ້າຕໍ່ພຣະເຢຊູເຈົ້າວ່າ, “ເຖິງແມ່ນວ່າຂ້ານ້ອຍຈະຕາຍ ຂ້ານ້ອຍຈະບໍ່ປະຕິເສດທ່ານຈັກເທື່ອ.” ແລະ ພວກສາວົກຄົນອື່ນໆທັງໝົດກໍເວົ້າຄືກັນ.

ແລ້ວພຣະເຢຊູເຈົ້າກໍໄປກັບພວກສາວົກຂອງພຣະອົງບ່ອນທີ່ເອີ້ນວ່າ ເຄັດເຊມາເນ. ພຣະເຢຊູເຈົ້າໄດ້ບອກພວກສາວົກຂອງພຣະອົງໃຫ້ພາວະນາອະທິຖານ ເພື່ອພວກເພິ່ນຈະບໍ່ຕົກໃນການທົດລອງ. ແລ້ວພຣະເຢຊູເຈົ້າກໍໄປພາວະນາອະທິຖານຢູ່ຕ່າງຫາກ.

ພຣະເຢຊູເຈົ້າໄດ້ພາວະນາອະທິຖານ3ເທື່ອ, “ພຣະບິດາເຈົ້າຂອງຂ້ານ້ອຍ ຖ້າເປັນໄປໄດ້ກະລຸນາຢ່າໃຫ້ຂ້ານ້ອຍຕ້ອງດື່ມຈອກແຫ່ງຄວາມທຸກທໍລະມານນີ້ເລີຍ ແຕ່ຖ້າບໍ່ມີທາງອື່ນສຳລັບການຍົກໂທດຜິດບາບຂອງຄົນທັງຫຼາຍແລ້ວ ແຕ່ຂໍໃຫ້ເປັນໄປຕາມນ້ຳພຣະໄທຂອງພຣະອົງເທີ້ນ.” ພຣະເຢຊູເຈົ້າເປັນທຸກໜັກຫຼາຍ ແລະ ເຫື່ອຂອງພຣະອົງເໝືອນເລືອດກໍຢົດລົງ. ພຣະເຈົ້າໄດ້ສົ່ງເທວະດາຕົນໜຶ່ງມາຊູກຳລັງພຣະອົງ.

ທຸກໆຄັ້ງຫຼັງຈາກພາວະນາອະທິຖານແລ້ວ ພຣະເຢຊູເຈົ້າໄດ້ກັບມາຫາພວກສາວົກຂອງພຣະອົງ ພວກເພິ່ນພາກັນນອນຫຼັບຢູ່ເມື່ອພຣະອົງກັບຄືນມາອີກເປັນຄັ້ງທີ3, ພຣະເຢຊູເຈົ້າຊົງກ່າວວ່າ, “ຈົ່ງຕື່ນຂຶ້ນເຖີດ ຜູ້ທໍລະຍົດເຮົານັ້ນຢູ່ທີ່ນີ້ແລ້ວ.”

ຢູດາໄດ້ມາກັບຜູ້ນຳຊາວຢິວ, ພວກທະຫານ ແລະ ຝູງຊົນຈຳນວນຫຼວງຫຼາຍ, ພວກເຂົາຖືດາບ ແລະ ກະບອງ. ຢູດາໄດ້ມາຢູ່ຕໍ່ໜ້າພຣະເຢຊູເຈົ້າ ແລະ ເວົ້າວ່າ, “ສະບາຍດີອາຈານ” ແລະ ຈູບພຣະອົງ. ນີ້ແມ່ນສັນຍາລັກສຳລັບພວກຜູ້ນຳຊາວຢິວເພື່ອໃຫ້ຮູ້ຈັກວ່າຈະຈັບຜູ້ໃດ. ແລ້ວພຣະເຢຊູຊົງກ່າວວ່າ, “ຢູດາເອີຍ ເຈົ້າທໍລະຍົດເຮົາດ້ວຍການຈູບຫຼື?”

ຂະນະທີ່ພວກທະຫານຈັບກຸມພຣະເຢຊູເຈົ້ານັ້ນ ເປໂຕໄດ້ຊັກດາບຂອງລາວອອກມາແລ້ວຟັນຫູຂອງຄົນຮັບໃຊ້ຂອງນັກບວດຄົນໜຶ່ງຂາດ. ພຣະເຢຊູເຈົ້າກ່າວວ່າ, “ຢຸດ! ມ້ຽນດາບໄວ້ສະ! ເຮົາສາມາດຂໍກັບພຣະບິດາເຈົ້າໃຫ້ເອົາກອງທັບເທວະດາມາປ້ອງກັນເຮົາກໍໄດ້ ແຕ່ເຮົາຕ້ອງເຊື່ອຟັງພຣະບິດາເຈົ້າຂອງເຮົາ.” ແລ້ວພຣະເຢຊູເຈົ້າກໍຮັກສາຫູຂອງຊາຍຄົນນັ້ນໃຫ້ດີ. ຫຼັງຈາກນັ້ນ ພຣະເຢຊູເຈົ້າກໍຖືກຈັບໄປ ພວກສາວົກທັງໝົດກໍພາກັນແລ່ນໜີໄປ.