unfoldingWord 02 - ຄວາມບາບເຂົ້າມາໃນໂລກ

unfoldingWord 02 - ຄວາມບາບເຂົ້າມາໃນໂລກ

概要: Genesis 3

文本編號: 1202

語言: Lao

主題: Sin and Satan (Sin, disobedience, Punishment for guilt)

聽眾: General

類型/流派: Bible Stories & Teac

目的: Evangelism; Teaching

聖經摘錄: Paraphrase

狀態: Approved

腳本是翻譯和錄製成其他語言的基本指南,它們需要根據實際需要而進行調整以適合不同的文化和語言。某些使用術語和概念可能需要有更多的解釋,甚至要完全更換或省略。

文本文字

ອາດາມ ແລະ ເມຍຂອງລາວມີຄວາມສຸກຫຼາຍໃນການດໍາລົງຊີວິດທີ່ສວນອັນສວຍສົດງົດງາມເຊິ່ງພຣະເຈົ້າໄດ້ສ້າງຂຶ້ນໃຫ້ພວກເຂົາ. ພວກເຂົາບໍ່ໄດ້ນຸ່ງເສື້ອຜ້າ, ແຕ່ສິ່ງນີ້ກໍບໍ່ໄດ້ເຮັດໃຫ້ເຂົາຮູ້ສຶກອາຍ, ເພາະບໍ່ມີຄວາມບາບຢູ່ໃນໂລກ. ພວກເຂົາມັກຈະຍ່າງຫຼິ້ນຕາມສວນ ແລະ ເວົ້າກັບພຣະເຈົ້າຢູ່ເລື້ອຍ.

ແຕ່ຢູ່ທີ່ນັ້ນໄດ້ມີງູເຈົ້າເລ້ໂຕໜຶ່ງ. ມັນຖາມຜູ້ຍິງວ່າ, “ພຣະເຈົ້າໄດ້ຫ້າມບໍ່ໃຫ້ກິນໝາກໄມ້ຢູ່ໃນສວນນີ້ບໍ່?”

ຍິງຄົນນັ້ນຕອບວ່າ, “ພຣະເຈົ້າອານຸຍາດໃຫ້ພວກເຮົາສາມາດກິນໝາກໄມ້ໄດ້ທຸກຕົ້ນ ຍົກເວັ້ນຕົ້ນໄມ້ຮູ້ຄວາມດີ ແລະ ຄວາມຊົ່ວ. ພຣະເຈົ້າບອກວ່າ, ‘ຖ້າພວກເຮົາກິນໝາກໄມ້ນັ້ນ ແລະ ຈັບມັນ ເຮົາຈະຕາຍ’”.

ງູນັ້ນຕອບຜູ້ຍິງວ່າ, “ມັນບໍ່ແມ່ນຄວາມຈິງ, ທີ່ວ່າເຈົ້າຈະຕາຍ. ພຣະເຈົ້າຮູ້ວ່າທັນທີ່ທັນໃດທີ່ເຈົ້າກິນໝາກໄມ້ນັ້ນເຈົ້າຈະເປັນເໝືອນພຣະອົງ ແລະ ຈະຮູ້ດີ ຮູ້ຊົ່ວຄືກັບພຣະອົງ.”

ຍິງຄົນນັ້ນເຫັນວ່າໝາກໄມ້ນັ້ນງາມ ແລະ ເປັນຕາແຊບຫຼາຍ. ລາວຢາກເປັນຄົນສະຫຼາດ, ສະນັ້ນ ລາວຈຶ່ງບິດເອົາໝາກໄມ້ນັ້ນຈໍານວນໜຶ່ງ ແລະ ກິນມັນ. ແລ້ວລາວກໍຍັງເອົາໃຫ້ຜົວຂອງລາວກິນຄືກັນ, ແລະ ຜົວລາວກໍກິນມັນຄືກັນ.

ໃນທັນໃດນັ້ນ, ຕາຂອງພວກເຂົາກໍເປີດອອກ, ແລະ ພວກເຂົາກໍຮູ້ວ່າເຂົາກໍາລັງເປືອຍຢູ່. ພວກເຂົາພະຍາຍາມຫາແນວມາປິດຮ່າງກາຍພວກເຂົາດ້ວຍການຫຍິບໃບໄມ້ເຮັດເປັນເຄື່ອງນຸ່ງ.

ແລ້ວຊາຍ ແລະ ຍິງຜູ້ນັ້ນກໍໄດ້ຍິນສຽງພຣະເຈົ້າກໍາລັງຍ່າງໃນສວນ. ພວກເຂົາລີ້ພຣະອົງ. ພຣະເຈົ້າເອີ້ນຫາຊາຍຜູ້ນັ້ນ, “ເຈົ້າຢູ່ໃສ?” ອາດາມຕອບ, “ລູກໄດ້ຍິນສຽງພຣະອົງຍ່າງໃນສວນ, ລູກຢ້ານ, ເພາະວ່າລູກບໍ່ໄດ້ໃສ່ເສື້ອຜ້າ.”

ແລ້ວພຣະເຈົ້າຖາມລາວວ່າ, “ໃຜບອກວ່າເຈົ້າເປືອຍກາຍ? ບໍ່ແມ່ນເຈົ້າກິນໝາກໄມ້ທີ່ເຮົາຫ້າມຫວາ?” ລາວເລີຍຕອບວ່າ,”ຍ້ອນພຣະອົງມອບຍິງຄົນນີ້ໃຫ້ລູກ, ແລະ ລາວເປັນຄົນເອົາໝາກໄມ້ນັ້ນໃຫ້ລູກກິນ.” ແລ້ວພຣະເຈົ້າຖາມຍິງນັ້ນວ່າ, “ເຈົ້າເຮັດຫຍັງລົງໄປ?” ຍິງນັ້ນຕອບວ່າ, “ຍ້ອນງູໂຕນັ້ນມັນຫຼອກລູກ.”

ພຣະເຈົ້າເລີຍຮ້າຍໃສ່ງູໂຕນັ້ນວ່າ,”ມຶງຈະຖືກສາບແຊງ! ມຶງຈະເລືອຄານດ້ວຍທ້ອງຂອງມຶງ ແລະ ກິນຂີ້ດິນ. ສ່ວນຜູ້ຊາຍ ແລະ ຜູ້ຍິງ ຈະຊັງກັນ, ແລະ ລູກຂອງເຈົ້າທັງສອງກໍຈະຊັງກັນຄືກັນ. ເຊື້ອສາຍຂອງຝ່າຍຍິງຈະຢຽບຫົວມຶງຈົນມຸ່ນ ແລະ ມຶງຈະຕອດສົ້ນນ່ອງຂອງເຂົາ.”

ຫຼັງຈາກນັ້ນພຣະເຈົ້າກ່າວກັບຍິງຄົນນັ້ນວ່າ,”ເຮົາຈະເຮັດໃຫ້ເຈົ້າເກີດລູກຢ່າງເຈັບປວດທໍລະມານ. ແຕ່ເຈົ້າກໍຍັງຢາກໄດ້ມີອຳນາດເໜຶອຜົວ ແລະ ຜົວຈະປົກຄອງເຈົ້າ.”

ພຣະເຈົ້າກໍຍັງກ່າວຕໍ່ຊາຍຄົນນັ້ນວ່າ, “ ເຈົ້າເຊື່ອຟັງເມຍຂອງເຈົ້າ ແລະ ບໍ່ເຊື່ອຟັງເຮົາ. ບັດນີ້ແຜ່ນດິນຈະຖືກສາບແຊ່ງ. ເຈົ້າຈະເຮັດວຽກໜັກເພື່ອຈະມີອາຫານກິນ. ແລ້ວເຈົ້າຈະຕາຍ ແລະ ຮ່າງກາຍຂອງເຈົ້າຈະກາຍເປັນຂີ້ດິນ.” ເມຍຂອງລາວຊື່ວ່າ ເອວາ, ເຊິ່ງໝາຍຄວາມວ່າ “ຜູ້ໃຫ້ຊີວິດ,” ເພາະລາວຈະເປັນແມ່ຂອງທຸກຊົນຊາດ. ແລ້ວພຣະເຈົ້າກໍເອົາໜັງສັດເປັນເຄື່ອງນຸ່ງໃຫ້ອາດາມ ແລະ ເອວາ.

ແລ້ວພຮະເຈົ້າກໍກ່າວວ່າ, “ບັດນີ້ມະນຸດຈະເປັນຄືເຮົົາ ຮູ້ຄວາມດີ ແລະ ຄວາມຊົ່ວ, ພວກເຂົາຈະບໍ່ໄດ້ຮັບອານຸຍາດໃຫ້ກິນຕົ້ນໄມ້ແຫ່ງຊີວິດຕະຫຼອດໄປ.” ດັ່ງນັ້ນ ພຣະເຈົ້າຈຶ່ງໄລ່ເຂົາທັງສອງອອກຈາກສວນອັນສວຍງາມນັ້ນ. ພຣະເຈົ້າໄດ້ສົ່ງເທວະດາມາຍາມເຝົ້າທາງເຂົ້າຂອງສວນນັ້ນເພື່ອປ້ອງກັນບໍ່ໃຫ້ໃຜເຂົ້າໄປກິນຕົ້ນໄມ້ແຫ່ງຊີວິດນັ້ນອີກ.

相關信息

生命之道 - 環球錄音網擁有用數以千計的語言去錄製的福音信息,內容包括一些有關救恩和基督徒樣式的聖經信息。

免費下載 - 免費下載傳教及發展教會組織所用的錄音、圖片、文本和其他相關資料。內容包括聖經故事與傳教課程,并已被翻譯成上千種語言。

環球錄音網音頻圖書館 - 提供mp3,CD和磁帶形式的傳播福音和基本的宣教材料,適宜人們的需要和文化。錄音材料的形式多樣,包括簡單的聖經故事,福音信息,經文朗誦和歌曲。

Choosing the audio or video format to download - What audio and video file formats are available from GRN, and which one is best to use?

Copyright and Licensing - GRN shares it's audio, video and written scripts under Creative Commons