unfoldingWord 17 - ພັນທະສັນຍາຂອງພຣະເຈົ້າກັບດາວິດ
![unfoldingWord 17 - ພັນທະສັນຍາຂອງພຣະເຈົ້າກັບດາວິດ](https://static.globalrecordings.net/300x200/z10_2Sa_10_07.jpg)
概要: 1 Samuel 10; 15-19; 24; 31; 2 Samuel 5; 7; 11-12
文本编号: 1217
语言: Lao
听众: General
目的: Evangelism; Teaching
Features: Bible Stories; Paraphrase Scripture
状态: Approved
脚本是翻译和录制成其他语言的基本指南,它们需要根据实际需要而进行调整以适合不同的文化和语言。某些使用术语和概念可能需要有更多的解释,甚至要完全更换或省略。
文本正文
![](https://static.globalrecordings.net/300x200/z09_1Sa_18_02.jpg)
ໂຊນເປັນກະສັດຜູ້ທໍາອິດຂອງຊາດອິດສະລາເອນ. ລາວເປັນຄົນທີ່ສູງ ແລະ ມີຮູບຮ່າງງາມຫຼາຍ ແລະ ຫຼາຍຄົນຕ້ອງການລາວ. ໂຊນເປັນກະສັດທີ່ດີໃນໄລຍະສອງສາມປີທໍາອິດທີ່ລາວປົກຄອງຊາດອິດສະລາເອນ. ແຕ່ສຸດທ້າຍກໍກາຍເປັນຄົນທີ່ໂຫດຮ້າຍ ແລະ ບໍ່ເຊື່ອຟັງພຣະເຈົ້າ, ດັ່ງນັ້ນພຣະເຈົ້າຈຶ່ງເລືອກເອົາຄົນອື່ນມາເປັນກະສັດແທນລາວ.
![](https://static.globalrecordings.net/300x200/z09_1Sa_16_14.jpg)
ພຣະເຈົ້າໄດ້ເລືອກເອົາຊາຍຄົນໜຶ່ງທີ່ເປັນຊາວອິດສະລາເອນຊື່ວ່າ: ດາວິດມາເປັນກະສັດຫຼັງຈາກກະສັດໂຊນ. ດາວິດເປັນຄົນລ້ຽງແກະຈາກເມືອງເບັດເລເຮັມ,ໃນເວລານັ້ນເອງລາວເປັນຄົນເຝົ້າແກະໃຫ້ພໍ່ລາວ, ດາວິດໄດ້ຂ້າໂຕສິງ ແລະ ໝີທີ່ຈະມາກິນແກະ. ດາວິດເປັນຄົນຖ່ອມຕົວ, ເປັນຄົນຊອບທໍາ. ລາວໄວ້ວາງໃຈ ແລະ ເຊື່ອຟັງພຣະເຈົ້າ.
![](https://static.globalrecordings.net/300x200/z09_1Sa_17_09.jpg)
ດາວິດກາຍເປັນທະຫານ ແລະ ຜູ້ນໍາທີ່ຍິ່ງໃຫຍ່. ເມື່ອລາວຍັງເປັນຊາຍໜຸ່ມລາວໄດ້ຕໍ່ສູ້ກັບຍັກໃຫຍ່ທີ່ມີຊື່ວ່າ: ໂກລິອາດ. ໂກລິອາດຖືກຝຶກໃຫ້ເປັນທະຫານທີ່ເຂັ້ມແຂງ, ລາວສູງເກືອບ ສາມແມັດ. ແຕ່ພຣະເຈົ້າໄດ້ຊ່ວຍດາວິດຂ້າໂກລິອາດໃຫ້ຕາຍ ແລະ ຊ່ວຍຊາດອິດສະລາເອນໃຫ້ພົ້ນ. ຫຼັງຈາກນັ້ນ ດາວິດຈຶ່ງຮັບໄຊຊະນະສັດຕູຂອງຊາດອິດສະລາເອນຫຼາຍຄັ້ງ. ເຫດນັ້ນປະຊາຊົນຈຶ່ງສັນລະເສີນລາວ.
![](https://static.globalrecordings.net/300x200/z09_1Sa_24_03.jpg)
ໂຊນເລີ່ມອິດສາດາວິດທີ່ປະຊາຊົນອິດສະລາເອນຮັກລາວ, ໂຊນໄດ້ພະຍາຍາມຫຼາຍຄັ້ງທີ່ຈະຂ້າລາວ. ດາວິດຈຶ່ງລີ້ຊ້ອນຈາກໂຊນ. ມື້ໜຶ່ງ ໂຊນກໍາລັງຊອກຫາດາວິດເພື່ອຈະຂ້າ, ໂຊນໄດ້ເຂົ້າໄປໃນຖໍ້າດຽວກັນກັບທີ່ ດາວິດ ກໍາລັງລີ້ຢູ່ແຕ່ໂຊນບໍ່ເຫັນລາວ. ເຖິງວ່າດາວິດຈະຢູ່ໃກ້ໆກັບໂຊນ ແລະ ສາມາດທີ່ຈະຂ້າໂຊນໄດ້. ແຕ່ດາວິດບໍ່ໄດ້ຂ້າໂຊນ ລາວພຽງແຕ່ຕັດເອົາສ່ວນໜຶ່ງຂອງເສື້ອໂຊນ ເພຶ່ອພິສູດວ່າລາວບໍ່ຢາກຂ້າກະສັດໂຊນ ແລ້ວຂຶ້ນເປັນກະສັດແທນ.
![](https://static.globalrecordings.net/300x200/z10_2Sa_10_07.jpg)
ໃນທີ່ສຸດໂຊນໄດ້ຕາຍທີ່ສະໜາມຮົບ ແລະ ດາວິດໄດ້ກາຍເປັນກະສັດອິດສະລາເອນແທນ. ດາວິດເປັນກະສັດທີ່ດີ ແລະປະຊາຊົນກໍຮັກລາວ. ພຣະເຈົ້າໄດ້ອວຍພອນດາວິດ ແລະ ໃຫ້ລາວປະສົບຜົນສໍາເລັດທຸກຢ່າງທີ່ລາວເຮັດ. ດາວິດຕໍ່ສູ້ໃນສະໜາມຮົບຫຼາຍຄັ້ງ ແລະ ພຣະເຈົ້າກໍເຮັດໃຫ້ລາວເອົາຊະນະສັດຕູຂອງອິດສະລະເອນຕະຫຼອດ. ດາວິດເອົາຊະນະຊາວເຢຣູຊາເລັມ ແລະ ຕັ້ງເປັນເມືອງຫຼວງຂອງລາວ. ໃນຊ່ວງໄລຍະທີ່ດາວິດປົກຄອງ ຊາດອິດສະລາເອນກາຍເປັນປະເທດທີ່ມີອໍານາດ ແລະ ຮັ່ງມີ.
![](https://static.globalrecordings.net/300x200/z10_2Sa_09_01.jpg)
ດາວິດຕ້ອງການສ້າງພະວິຫານ ບ່ອນທີ່ປະຊາຊົນສາມາດນະມັດສະການ ແລະ ຖວາຍເຄື່ອງບູຊາແກ່ພຣະເຈົ້າໄດ້. ເປັນເວລາ ສີ່ຮ້ອຍປີທີ່ປະຊາຊົນອິດສະລາເອນໄດ້ນະມັດສະການພຣະເຈົ້າ ແລະ ຖວາຍເຄື່ອງບູຊາໃຫ້ພຣະອົງທີ່ຫໍເຕັ້ນບ່ອນໂມເຊສ້າງໄວ້.
![](https://static.globalrecordings.net/300x200/z10_2Sa_13_02.jpg)
ແຕ່ພຣະເຈົ້າໄດ້ສົ່ງຜູ້ທໍານາຍ ນາທານ ພ້ອມກັບຂໍ້ຄວາມມາຫາດາວິດ, “ເພາະເຈົ້າເປັນນັກຮົບ ເຈົ້າຈະບໍ່ສາມາດສ້າງພະວິຫານໃຫ້ເຮົາໄດ້. ລູກຊາຍຂອງເຈົ້າຈະເປັນຄົນສ້າງ. ແຕ່, ເຮົາຈະອວຍພອນເຈົ້າຢ່າງຍິ່ງໃຫຍ່. ໜຶ່ງໃນເຊື້ອສາຍເຈົ້າຈະເປັນກະສັດປົກຄອງປະຊາຊົນຕະຫຼອດໄປ!”. ມີພຽງເຊື້ອສາຍຄົນດຽວຂອງດາວິດທີ່ຈະປົກຄອງຕະຫຼອດໄປຄື ພຣະເມຊິອາ. ພຣະເມຊິອາ ແມ່ນພຣະເຈົ້າທີ່ຖືກເລືອກມາເພື່ອເປັນຜູ້ຊ່ວຍປະຊາຊົນທຸກຄົນໃນໂລກໃຫ້ພົ້ນຈາກການບາບຂອງພວກເຂົາ.
![](https://static.globalrecordings.net/300x200/z10_2Sa_07_02.jpg)
ເມື່ອດາວິດໄດ້ຍິນແບບນັ້ນ, ລາວກໍຟ້າວຂອບພະຄຸນພຣະເຈົ້າ ແລະ ສັນລະເສີນພຣະເຈົ້າ. ພຣະເຈົ້າສັນຍາກັບດາວິດວ່າ, “ນີ້ແມ່ນກຽດຕິຍົດ ແລະ ການອວຍພອນທີ່ຍິ່ງໃຫຍ່ທີ່ສຸດ”. ດາວິດບໍ່ຮູ້ວ່າເມື່ອໃດທີ່ ພຣະເຈົ້າຈະກະທຳສິ່ງເຫຼົ່ານີ້. ແຕ່ເຖິງຢ່າງໃດຊາວອິດສະລາເອນກໍຕ້ອງໄດ້ລໍຄອຍເປັນເວລາດົນນານຈົນກ່ວາພຣະເມຊິອາຈະມາ, ເກືອບໜຶ່ງພັນປີ.
![](https://static.globalrecordings.net/300x200/z19_Ps_23_03.jpg)
ດາວິດປົກຄອງດ້ວຍຄວາມຍຸຕິທໍາ ແລະ ສັດຊື່ທ່ຽງທໍາມາເປັນເວລາຫຼາຍປີ. ພຣະເຈົ້າກໍອວຍພອນລາວຈົນເຖິງບັ້ນທ້າຍຊີວິດຂອງລາວ. ແຕ່ສຸດທ້າຍ ລາວກໍໄດ້ເຮັດບາບຮ້າຍແຮງຕໍ່ສູ້ພຣະເຈົ້າ.
![](https://static.globalrecordings.net/300x200/z10_2Sa_11_01.jpg)
ວັນໜຶ່ງທີ່ທະທານທັງໝົດຂອງດາວິດອອກຈາກບ້ານໄປສູ້ຮົບ. ດາວິດໄດ້ຫຼຽວລົງຈາກອານາຈັກຂອງລາວ ແລະ ເຫັນຍິງສາວຄົນໜຶ່ງທີ່ສວຍງາມກໍາລັງອາບນໍ້າຢູ່ ນາງຊື່ວ່າ: ບາຊິບາ.
![](https://static.globalrecordings.net/300x200/z10_2Sa_11_02.jpg)
ແທນທີ່ລາວຈະເບິ່ງໄປທີ່ອື່ນ, ແຕ່ລາວຊໍ້າພັດໃຫ້ຄົນນໍາເອົານາງມາໃຫ້ແກ່ລາວ. ແລ້ວດາວິດໄດ້ຫຼັບນອນກັບນາງ ຫຼັງຈາກນັ້ນກໍສົ່ງນາງກັບບ້ານ. ບໍ່ດົນຕໍ່ມາ ບາຊິບາໄດ້ສົ່ງຂໍ້ຄວາມມາຫາດາວິດວ່ານາງຖືພາ
![](https://static.globalrecordings.net/300x200/z10_2Sa_11_03.jpg)
ຍູຣິອາແມ່ນຜົວຂອງນາງບາຊິບາ ຊຶ່ງເປັນທະຫານທີ່ເກັ່ງທີ່ສຸດຂອງດາວິດ. ດາວິດໄດ້ເອີ້ນລາວໃຫ້ກັບມາແຕ່ສະໜາມຮົບ ແລະ ບອກລາວກັບໄປຢູ່ນໍາເມຍຂອງລາວແຕ່ຍູຣິອາປະຕິເສດ. ແລ້ວດາວິດກໍສົ່ງລາວກັບຄືນໄປໃນສະໜາມຮົບ ແລະ ບອກນາຍພົນຄົນໜຶ່ງສົ່ງຍູຣິອາໄປສູ້ຮົບບ່ອນທີ່ສັດຕູເຂັ້ມແຂງທີ່ສຸດເພື່ອເຂົາຈະໄດ້ຂ້າລາວ.
![](https://static.globalrecordings.net/300x200/z10_2Sa_12_05.jpg)
ຫຼັງຈາກຍູຣິອາຕາຍແລ້ວ, ດາວິດໄດ້ແຕ່ງງານກັບນາງບາຊິບາ, ຕໍ່ມານາງກໍເກີດລູກຊາຍຄົນໜຶ່ງໃຫ້ກັບດາວິດ. ພຣະເຈົ້າໂກດຮ້າຍຫຼາຍໃນສິ່ງທີ່ດາວິດເຮັດນັ້ນ, ດັ່ງນັ້ນ ພຣະເຈົ້າຈຶ່ງສົ່ງຜູ້ທໍານາຍ ນາທານ ໄປບອກດາວິດເຖິງການບາບອັນຊົ່ວຊ້າຂອງລາວ. ດາວິດກໍໄດ້ກັບໃຈໃໝ່ກັບຄວາມບາບນັ້ນ ແລະ ພຣະເຈົ້າກໍຍົກໂທດໃຫ້ລາວ. ໃນບັ້ນທ້າຍຊີວິດຂອງດາວິດໄດ້ຕິດຕາມເຊື່ອຟັງພຣະເຈົ້າ, ເຖິງວ່າລາວຈະຢູ່ໃນຊ່ວງລໍາບາກກໍຕາມ.
![](https://static.globalrecordings.net/300x200/z10_2Sa_12_06.jpg)
ແຕ່ເພື່ອເປັນການລົງໂທດຄວາມບາບຂອງລາວ, ລູກຊາຍຂອງລາວໄດ້ຕາຍໄປ. ຍັງມີການຂັດແຍ່ງພາຍໃນຄອບຄົວ ແລະ ອໍານາດຂອງດາວິດກໍລົດໜ້ອຍຖອຍລົງ. ເຖິງແມ່ນວ່າ ດາວິດບໍ່ສັດຊື່ຕໍ່ພຣະເຈົ້າກໍຕາມ ແຕ່ພຣະເຈົ້າກໍຍັງສັດຊື່ ຕໍ່ດາວິດ ແລະພັນທະສັນຍາຂອງພຣະອົງສະເໝີ. ຕໍ່ມາ ດາວິດ ແລະ ນາງບາຊິບາ ໄດ້ມີລູກຊາຍອີກຄົນໜຶ່ງ, ພວກເຂົາຕັ້ງຊື່ໃຫ້ເດັກວ່າ: ໂຊໂລໂມນ.