unfoldingWord 44 - ເປໂຕແລະໂຢຮັນຮັກສາຄົນຂໍທານ
概要: Acts 3-4:22
文本编号: 1244
语言: Lao
听众: General
目的: Evangelism; Teaching
Features: Bible Stories; Paraphrase Scripture
状态: Approved
脚本是翻译和录制成其他语言的基本指南,它们需要根据实际需要而进行调整以适合不同的文化和语言。某些使用术语和概念可能需要有更多的解释,甚至要完全更换或省略。
文本正文
ວັນໜຶ່ງເປໂຕແລະໂຢຮັນກຳລັງໄປທີ່ພຣະວິຫານ. ເມື່ອພວກເຂົາໄປໃກ້ປະຕູພຣະວິຫານ, ພວກເຂົາເຫັນຄົນຂໍທານຄົນໜຶ່ງກຳລັງນັ່ງຂໍເງິນ.
ເປໂຕແນມເບິ່ງຊາຍເປ້ຍຂໍທານຄົນນັ້ນແລະເວົ້າວ່າ, “ເຮົາບໍ່ມີເງິນທີ່ຈະໃຫ້ເຈົ້າ. ແຕ່ເຮົາຈະເອົາສິ່ງທີ່ເຮົາມີໃຫ້ເຈົ້າ. ຄືໃນນາມຂອງພຣະເຢຊູ, ຈົ່ງລຸກຂຶ້ນແລະຍ່າງ!”
ໃນທັນໃດນັ້ນ, ພຣະເຈົ້າໄດ້ຮັກສາຄົນເປ້ຍທີ່ນັ່ງຂໍທານ, ແລະລາວກໍເລີ່ມລຸກຂຶ້ນຍ່າງແລະເຕັ້ນໂລດສັນລະເສີນພຣະເຈົ້າ. ຄົນທີ່ຢູ່ໃນບໍລິເວນພຣະວິຫານນັ້ນຕ່າງກໍຮູ້ສຶກປະຫຼາດໃຈ.
ຄົນທັງຫຼາຍກໍຟ້າວມາເບິ່ງຊາຍຜູ້ທີ່ໄດ້ຮັບການຮັກສາຄົນນັ້ນ. ເປໂຕກ່າວກັບພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງຮູ້ສຶກປະຫລາດໃຈທີ່ຊາຍຄົນນີ້ໄດ້ຮັບການຮັກສາ? ພວກເຮົາບໍ່ໄດ້ຮັກສາລາວດ້ວຍລິດອຳນາດຫຼືຄວາມດີຂອງພວກເຮົາ. ແຕ່ດ້ວຍລິດອຳນາດຂອງພຣະເຢຊູ ແລະດ້ວຍຄວາມເຊື່ອທີ່ພຣະເຢຊູໄດ້ປະທານໃຫ້ລາວຈຶ່ງໃດຮັບການຮັກສາ.”
ພວກເຈົ້າເປັນຄົນບອກເຈົ້າໜ້າທີ່ຊາວໂຣມໃຫ້ຂ້າພຣະເຢຊູ. ພວກເຈົ້າໄດ້ຂ້າຜູ້ໃຫ້ຊີວິດ, ແຕ່ພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງເປັນຄືນມາຈາກຕາຍ. ເຖິງວ່າພວກເຈົ້າຈະບໍ່ເຂົ້າໃຈໃນສິ່ງທີ່ພວກເຈົ້າເຮັດລົງໄປນັ້ນ ພຣະເຈົ້າໄດ້ຊົງໃຫ້ການກະທຳຂອງພວກທ່ານສຳເລັດຕາມຜູ້ປະກາດພຣະຄຳໄດ້ບອກໄວ້ຄື ພຣະເມຊີອາຈະຕ້ອງທົນທຸກທໍລະມານແລະຕາຍໄປ. ສະນັ້ນ ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ແລະກັບມາຫາພຣະເຈົ້າ ເພື່ອຄວາມຜິດບາບຂອງພວກເຈົ້າຈະໄດ້ຮັບການຊຳລະລ້າງໃຫ້ໝົດໄປ.”
ບັນດາຜູ້ນຳໃນພຣະວິຫານຮູ້ສຶກໃຈຮ້າຍກັບຄຳເວົ້າຂອງເປໂຕແລະໂຢຮັນ. ສະນັ້ນພວກເຂົາຈຶ່ງຈັບເປໂຕແລະໂຢຮັນຂັງໄວ້ໃນຄຸກ. ແຕ່ກໍມີຫຼາຍຄົນໄດ້ເຊື່ອໃນຄຳເວົ້າຂອງເປໂຕ ແລະກໍເລີ່ມມີຫຼາຍຄົນຮັບເຊື່ອໃນພຣະເຢຊູປະມານ 5,000 ຄົນ.
ໃນວັນຕໍ່ມາ ພວກຜູ້ນຳຢິວໄດ້ນຳເປໂຕແລະໂຢຮັນໄປຫາປະໂລຫິດຕົນໃຫຍ່ແລະຜູ້ນຳສາສະໜາຄົນອື່ນໆ. ພວກເຂົາໄດ້ຖາມເປໂຕແລະໂຢຮັນວ່າ, “ພວກທ່ານຮັກສາຊາຍເປ້ຍຄົນນັ້ນດ້ວຍລິດອຳນາດຂອງໃຜ?
ເປໂຕຕອບພວກເຂົາວ່າ, “ຊາຍຄົນທີ່ກຳລັງຢືນຢູ່ຕໍ່ໜ້າທ່ານນີ້ແມ່ນໄດ້ຮັບການຮັກສາຈາກລິດອຳນາດຂອງພຣະເຢຊູຜູ້ຊົງເປັນພຣະເມຊີອາ. ພວກເຈົ້າໄດ້ຄຶງພຣະອົງໄວ້ເທິງໄມ້ກາງແຂນແຕ່ພຣະເຈົ້າໄດ້ຊົງໂຜດບັນດານໃຫ້ພຣະອົງເປັນຄືນມາມີຊີວິດອີກຄັ້ງ! ພວກທ່ານໄດ້ປະຕິເສດພຣະອົງ, ບໍ່ມີທາງໃດທີ່ຈະເຮັດໃຫ້ທ່ານລອດພົ້ນໄດ້ນອກຈາກລິດອຳນາດຂອງອົງພຣະເຢຊູ!”
ພວກຜູ້ນຳທັງຫຼາຍຕົກໃຈໃນສິ່ງທີ່ເປໂຕແລະໂຢຮັນໄດ້ກ່າວຢ່າງໜັກແໜ້ນ ເພາະພວກເຂົາເຫັນວ່າພວກເພິ່ນເປັນພຽງປະຊາຊົນທຳມະດາທີ່ບໍ່ມີການສຶກສາ. ແຕ່ພວກເຂົາກໍຍັງຈື່ໄດ້ວ່າພວກເພິ່ນເຄີຍຢູ່ກັບພຣະເຢຊູ. ເມື່ອພວກເຂົາຂູ່ເຂັນ ເປໂຕແລະໂຢຮັນສຳເລັດແລ້ວ ພວກເຂົາກໍປ່ອຍພວກເພິ່ນທັງສອງໄປ.