unfoldingWord 42 - ພຣະເຢຊູສະເດັດຄືນສູ່ສະຫວັນ

unfoldingWord 42 - ພຣະເຢຊູສະເດັດຄືນສູ່ສະຫວັນ

概要: Matthew 28:16-20; Mark 16:12-20; Luke 24:13-53; John 20:19-23; Acts 1:1-11

文本编号: 1242

语言: Lao

听众: General

类型/流派: Bible Stories & Teac

目的: Evangelism; Teaching

圣经摘录: Paraphrase

状态: Approved

脚本是翻译和录制成其他语言的基本指南,它们需要根据实际需要而进行调整以适合不同的文化和语言。某些使用术语和概念可能需要有更多的解释,甚至要完全更换或省略。

文本正文

ໃນວັນທີ່ພຣະເຢຊູຊົງເປັນຄືນມາຈາກຕາຍ ມີອັກຄະສາວົກ 2 ຄົນກຳລັງເດີນທາງໄປຍັງເມືອງທີ່ຢູ່ໃກ້ຄຽງ. ໃນຂະນະທີ່ພວກເຂົາກຳລັງເດີນທາງໄປນັ້ນ ພວກເຂົາກໍໄດ້ສົນທະນາກັນກ່ຽວກັບເຫດການທີ່ເກີດຂຶ້ນກັບພຣະເຢຊູ. ພວກເຂົາມີຄວາມຫວັງວ່າພຣະເຢຊູຈະມາເປັນພຣະເມຊີອາ ແຕ່ພຣະອົງພັດຖືກຂ້າ ແລ້ວກໍຍັງມີພວກຜູ້ຍິງເວົ້າກັນວ່າພຣະອົງຍັງມີຊີວິດຢູ່. ພວກເຂົາບໍ່ຮູ້ວ່າຄວນຈະເຊື່ອຂ່າວໃດ.

ພຣະເຢຊູໄດ້ປະກົດແກ່ພວກເຂົາແຕ່ພວກເຂົາບໍ່ສາມາດຈື່ພຣະອົງໄດ້. ພຣະອົງຊົງຖາມພວກເຂົາວ່າກຳລັງສົນທະນາເຖິງເລື່ອງຫຍັງກັນ. ແລ້ວພວກເຂົາກໍໄດ້ເລົ່າເຖິງເຫດການທີ່ແປກປະຫຼາດຫຼາຍເຫດການທີ່ເກີດຂຶ້ນກ່ຽວກັບພຣະເຢຊູໃນລະຫວ່າງ 2-3ວັນທີ່ຜ່ານມາ. ພວກເຂົາຄິດວ່າພວກເຂົາກຳລັງສົນທະນາກັບນັກທ່ອງທ່ຽວທີ່ຍັງບໍ່ຮູ້ກ່ຽວກັບເຫດການທີ່ເກີດຂຶ້ນໃນນະຄອນເຢຣູຊາເລັມ.

ແລ້ວພຣະເຢຊູກໍໄດ້ອະທິບາຍພຣະຄຳຂອງພຣະເຈົ້າກ່ຽວກັບພຣະເມຊີອາໃຫ້ພວກເຂົາຟັງ. ພຣະອົງໄດ້ເຕືອນໃຫ້ພວກເຂົາລະນຶກເຖິງຖ້ອຍຄຳທີ່ຜູ້ປະກາດພຣະຄຳໄດ້ບອກໄວ້ວ່າພຣະເມຊີອາຈະຕ້ອງທົນທຸກທໍລະມານແລະຖືກຂ້າໃນທີ່ສຸດ. ແລ້ວໃນວັນຖ້ວນສາມຈະຊົງເປັນຄືນມາ. ເມື່ອມາຮອດບ່ອນທີ່ພວກເຂົາຄິດວ່າຈະພັກຢູ່ນັ້ນກໍເປັນເວລາຄ່ຳແລ້ວ.

ຊາຍ2ຄົນນັ້ນໄດ້ເຊື້ອເຊີນໃຫ້ພຣະເຢຊູໃຫ້ພັກຢູ່ກັບພວກເຂົາແລະພວກເຂົາກໍພັກຢູ່ທີ່ນັ້ນນຳກັນ. ໃນຂະນະທີ່ພວກເຂົາກຳລັງຈະກິນເຂົ້າແລງ, ພຣະເຢຊູໄດ້ຈັບເຂົ້າຈີ່ຂຶ້ນມາແລ້ວໂມທະນາຂອບພຣະຄຸນພຣະເຈົ້າສຳລັບອາຫານແລະຫັກເຂົ້າຈີ່ນັ້ນ. ທັນໃດນັ້ນພວກເຂົາກໍຈື່ໄດ້ວ່າພຣະອົງຄືພຣະເຢຊູ. ແຕ່ພຣະເຢຊູກໍໄດ້ຫາຍໄປຈາກພວກເຂົາແລ້ວ.

ແລ້ວຊາຍ2ຄົນນັ້ນກໍລົມກັນວ່າ, “ຜູ້ນັ້ນແມ່ນອົງພຣະເຢຊູ! ເພາະເມື່ອພຣະອົງໄດ້ອະທິບາຍພຣະຄຳຂອງພຣະເຈົ້າໃຫ້ພວກເຮົາຟັງ ໃຈຂອງພວກເຮົາກໍຮ້ອນຮົນເໝືອນໄຟຢູ່ພາຍໃນພວກເຮົາ! ”ແລ້ວພວກເຂົາກໍກັບຄືນໄປຍັງນະຄອນເຢຣູຊາເລັມ. ເມື່ອພວກເຂົາໄປຮອດ ພວກເຂົາກໍເລົ່າໃຫ້ອັກຄະສາວົກຄົນອື່ນໆຟັງແລະບອກພວກເຂົາວ່າ “ພຣະເຢຊູຍັງມີຊີວິດຢູ່! ພວກເຮົາໄດ້ເຫັນພຣະອົງແລ້ວ!”

ໃນຂະນະທີ່ພວກເຂົາກຳລັງສົນທະນາກັນຢູ່ນັ້ນ ພຣະເຢຊູກໍປະກົດທ່າມກາງພວກເຂົາແລ້ວກ່າວວ່າ, “ສັນຕິສຸກຈົ່ງມີແກ່ທ່ານທັງຫຼາຍ!” ພວກອັກຄະສາວົກຄິດວ່າພຣະອົງເປັນຜີ ແຕ່ພຣະເຢຊູຊົງກ່າວວ່າ, “ເປັນຫຍັງພວກທ່ານຈິ່ງເກີດມີຄວາມຢ້ານແລະສົງໄສ? ຈົ່ງເບິ່ງມືແລະຕີນຂອງເຮົາ. ຜີບໍ່ມີຮ່າງກາຍເໝືອນຢ່າງເຮົາ.” ເພື່ອພິສູດໃຫ້ພວເຂົາເຫັນວ່າພຣະອົງບໍ່ແມ່ນຜີ ພຣະອົງຊົງບອກໃຫ້ພວກເຂົາເອົາອາຫານມາໃຫ້ກິນ. ພວກເຂົາໄດ້ເອົາປີ້ງປາໃຫ້ພຣະອົງແລ້ວພຣະອົງກໍຊົງກິນໃຫ້ພວກເຂົາເບິ່ງ

ພຣະເຢຊູກ່າວວ່າ, “ເຮົາໄດ້ບອກພວກເຈົ້າທັງຫຼາຍແລ້ວວ່າ ທຸກສິ່ງທຸກຢ່າງທີ່ຖືກຂຽນໄວ້ໃນພຣະຄຳຂອງພຣະເຈົ້າກ່ຽວກັບເຮົາຈະຕ້ອງສຳເລັດ.” ພຣະອົງຊົງເປີດໃຈຂອງພວກເຂົາເພື່ອພວກເຂົາຈະໄດ້ເຂົ້າໃຈເຖິງພຣະຄຳຂອງພຣະເຈົ້າ. ພຣະອົງຊົງກ່າວ່າ, “ມີຄຳຂຽນໄວ້ແລ້ວວ່າ, ‘ພຣະເມຊີອາຈະຕ້ອງທົນທຸກທໍລະມານແລະຕາຍແລະຈະເປັນຄືນມາໃນວັນຖ້ວນສາມ.”

ຍັງມີຄຳຂຽນໄວ້ອີກວ່າອັກຄະສາວົກຂອງເຮົາຈະປະກາດໃຫ້ທຸກໆຄົນກັບໃຈໃໝ່ເພື່ອພວກເຂົາຈະໄດ້ຮັບການອະໄພຈາກບາບກຳຂອງພວກເຂົາ. ພວກເຂົາຈະເລີ່ມປະກາດຈາກເຢຣູຊາເລັມ ແລະໄປຈົນເຖິງທຸກຄົນທຸກແຫ່ງຫົນ. ພວກເຈົ້າທັງຫຼາຍຈະເປັນພະຍານເຖິງເລື່ອງນີ້.

ພຣະອົງໄດ້ຊົງປະກົດໃຫ້ພວກສາວົກເຫັນເປັນເວລາຫຼາຍຄັ້ງໃນລະຫວ່າງ 40 ວັນທີ່ພຣະອົງຢູ່ກັບພວກເຂົາ. ມີຄັ້ງໜຶ່ງ ພຣະອົງໄດ້ປະກົດໃຫ້ປະຊາຊົນຈຳນວນ 500 ຄົນໃນເວລາດຽວກັນ! ພຣະອົງຊົງເຮັດຫຼາຍຢ່າງເພື່ອພິສູດວ່າພຣະອົງຍັງມີຊີວິດຢູ່ ແລະໄດ້ສອນເລື່ອງຣາຊອານາຈັກຂອງພຣະເຈົ້າໃຫ້ພວກເຂົາ.

ພຣະເຢຊູຊົງເວົ້າກັບພວກສາວົກຂອງພຣະອົງວ່າ, “ອຳນາດທັງໝົດໃນສະຫວັນແລະແຜ່ນດິນໂລກໄດ້ມອບໃຫ້ແກ່ເຮົາແລ້ວ, ເຫດສະນັ້ນພວກທ່ານຈົ່ງອອກໄປ, ຈົ່ງເຮັດໃຫ້ຄົນທຸກຊາດເປັນລູກສິດ, ໃຫ້ເຂົາຮັບບັບຕິສະມາໃນພຣະນາມແຫ່ງພຣະບິດາ, ພຣະບຸດແລະພຣະວິນຍານບໍລິສຸດ. ສັ່ງສອນພວກເຂົາໃຫ້ຖືກຮັກສາທຸກໆສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ. ນີ້ແຫຼະ ເຮົາຢູ່ກັບເຈົ້າທັງຫຼາຍທຸກໆວັນຈົນສິ້ນໂລກນີ້.”

ຫຼັງຈາກ40ວັນທີ່ພຣະອົງເປັນຄືນມາຈາກຕາຍ ພຣະອົງໄດ້ສັ່ງສາວົກຂອງພຣະອົງວ່າ, “ຈົ່ງລໍຖ້າຢູ່ໃນນະຄອນເຢຣູຊາເລັມ ແລ້ວເຈົ້າທັງຫຼາຍຈະໄດ້ຮັບພຣະຣາຊທານຣິດເດດ ເມື່ອພຣະວິນຍານບໍຣິສຸດເຈົ້າຈະສະເດັດມາເຖິງພວກເຈົ້າ.” ແລ້ວພຣະເຢຊູກໍສະເດັດຂຶ້ນສູ່ສະຫວັນແລະກ້ອນເມກກໍໄດ້ປົກຄຸມພຣະອົງຈາກສາຍຕາຂອງພວກເຂົາ. ພຣະເຢຊູຊົງນັ່ງເທິງເບື້ອງຂວາຂອງພຣະບິດາເຈົ້າເພື່ອປົກຄອງທຸກໆສິ່ງ.

相关信息

人生箴言 - GRN提供几千种语言的福音音频信息,包含圣经信息,救赎和基督徒生活。

免费下载 - 免费下载传福音及发展教会所用的录音、图片、文本和其他相关资料。内容包括福音与圣经故事,并已被翻译成上千种语言。

环球录音网音频图书馆 - Mp3,CD和磁带格式的福音材料和圣经教学材料,满足人们不同文化的需求。录音材料的形式多样,包括简单的圣经故事,福音信息,经文朗诵和歌曲。

Choosing the audio or video format to download - What audio and video file formats are available from GRN, and which one is best to use?

Copyright and Licensing - GRN shares it's audio, video and written scripts under Creative Commons