unfoldingWord 12 - ການອົບພະຍົບ

unfoldingWord 12 - ການອົບພະຍົບ

概要: Exodus 12:33-15:21

文本编号: 1212

语言: Lao

听众: General

类型/流派: Bible Stories & Teac

目的: Evangelism; Teaching

圣经摘录: Paraphrase

状态: Approved

脚本是翻译和录制成其他语言的基本指南,它们需要根据实际需要而进行调整以适合不同的文化和语言。某些使用术语和概念可能需要有更多的解释,甚至要完全更换或省略。

文本正文

ຊົນຊາດອິດສະລາເອນດີໃຈຫຼາຍທີ່ຈະໄດ້ໜີຈາກເອຢິບ. ພວກເຂົາຈະບໍ່ເປັນທາດອີກຕໍ່ໄປແລ້ວ, ແລະພວກເຂົາກໍຈະໄປຍັງດິນແດນແຫ່ງພັນທະສັນຍາ, ຊາວເອຢິບໄດ້ໃຫ້ທຸກຢ່າງຕາມທີ່ຊາວອິດສະລາເອນຕ້ອງການ ບໍ່ວ່າຈະແມ່ນເງິນຄໍາ ແລະ ສິ່ງຂອງມີຄ່າອື່ນໆ. ມີບາງຄົນທີ່ມາຈາກຊາດອື່ນກໍເຊື່ອໃນພຣະເຈົ້າໄດ້ເດີນທາງໄປນໍາຊົນຊາດອິດສະລາເອນທີ່ໜີອອກຈາກເອຢິບ.

ພຣະເຈົ້າໄດ້ນໍາພວກເຂົາໄປດ້ວຍເສົາເມກໃຫຍ່ເວລາກາງເວັນ ແລະ ໃນເວລາກາງຄືນດ້ວຍເສົາໄຟ. ຖ້າພວກເຂົາທັງໝົດໄດ້ເຮັດ ແລະ ຕາມພຣະອົງໄປ ພຣະເຈົ້າຈະສະຖິດກັບເຂົາຕະຫຼອດໃນຂະນະທີ່ເຂົາເດີນທາງນັ້ນ.

ຫຼັງຈາກໄລຍະໜຶ່ງຜ່ານໄປ ກະສັດຟາໂລພ້ອມດ້ວຍປະຊາຊົນຂອງເພິ່ນກໍໄດ້ປ່ຽນໃຈ ແລະ ຕ້ອງການຊາວອິດສະລາເອນກັບມາເປັນທາດອີກ, ພຣະເຈົ້າໄດ້ເຮັດໃຫ້ກະສັດຟາໂລດື້ດ້ານ ເພື່ອປະຊາຊົນອິດສະລາເອນຈະໄດ້ເຫັນວ່າພຣະອົງຊົງເປັນພຣະເຈົ້າທີ່ທ່ຽງແທ້ພຽງອົງດຽວ. ແລະ ຮູ້ວ່າພຣະເຈົ້າຄືພຣະເຈົ້າຢາເວ ຜູ້ທີ່ມີອໍານາດ ເໜືອຟາໂລ ແລະ ພະເຈົ້າຂອງເຂົາອີກດ້ວຍ.

ດັ່ງນັ້ນ, ຟາໂລ ແລະ ທະຫານຂອງເຂົາກໍໄດ້ໄລ່ຕິດຕາມປະຊາຊົນອິດສະລາເອນເພື່ອນໍາເຂົາກັບມາເປັນທາດອີກ. ເມື່ອປະຊາຊົນອິດສະລາເອນເຫັນວ່າເຂົາກໍາລັງຖືກໄລ່ຕາມມາ ເຂົາກໍຮູ້ເລີຍວ່າຈະຕ້ອງຖືກຂະຍີ້ລະຫວ່າງທະຫານຂອງຟາໂລ ແລະ ທະເລແດງຢ່າງແນ່ນອນ. ພວກເຂົາຢ້ານຫຼາຍ ແລະ ຮ້ອງໄຫ້, ເປັນຫຍັງພວກເຮົາຈຶ່ງຕ້ອງໜີອອກມາຈາກເອຢິບ? “ພວກເຮົາສິຕາຍກັນໝົດແລ້ວ”

ໂມເຊໄດ້ບອກຊາວອິດສະລາເອນວ່າ: ຢຸດ! ຢ່າຢ້ານເລີຍ. ມື້ນີ້ ພຣະເຈົ້າຈະຕໍ່ສູ້ເພື່ອພວກເຈົ້າ ແລະ ພວກເຈົ້າກໍຈະປອດໄພ, ແລ້ວພຣະເຈົ້າກໍບອກໂມເຊວ່າ, “ຈົ່ງບອກປະຊາຊົນເຄື່ອນຍ້າຍໄປຂ້າງໜ້າຂອງທະເລແດງ”

ແລ້ວພຣະເຈົ້າໄດ້ເຄື່ອນຍ້າຍເສົາເມກຕັ້ງຢູ່ລະຫວ່າງກາງປະຊາຊົນອິດສະລາເອນ ແລະ ເອຢິບ, ດັ່ງນັ້ນ ຊາວເອຢິບຈຶ່ງບໍ່ສາມາດເຫັນປະຊາຊົນອິດສະລາເອນໄດ້.

ພຣະເຈົ້າໄດ້ບອກໂມເຊໃຫ້ຍົກແຂນຂຶ້ນເໜືອນໍ້າທະເລ ແລ້ວທະເລແດງກໍແຍກອອກ, ພຣະເຈົ້າເຮັດໃຫ້ລົມຍູ້ນໍ້າທະເລອອກຂ້າງຊ້າຍ ແລະ ຂ້າງຂວາ ເພື່ອເປັນທາງຍ່າງຜ່ານທະເລ.

ປະຊາຊົນອິດສະລາເອນໄດ້ຍ່າງຜ່ານໜ້າດິນແຫ້ງໃນທະເລຊຶ່ງມີນໍ້າເປັນກໍາແພງຢູ່ສອງຝາກຂ້າງພວກເຂົາ.

ຫຼັງຈາກນັ້ນ, ພຣະເຈົ້າໄດ້ເຄື່ອນຍ້າຍເມກອອກຈາກບ່ອນນັ້ນ ເພື່ອຊາວເອຢິບຈະໄດ້ເຫັນປະຊາຊົນອິດສະລາເອນກໍາລັງລົບໜີ, ຊາວເອຢິບໄດ້ຕັດສິນໃຈໄລ່ລ້າຕາມພວກເຂົາໄປ.

ດັ່ງນັ້ນ, ພວກເຂົາຈຶ່ງໄລ່ຕາມຊາວອິດສະລາເອນໄປໃນທາງຜ່ານທະເລນັ້ນ, ແຕ່ພຣະເຈົ້າເຮັດໃຫ້ຊາວເອຢິບຢ້ານຈົນຕົວສັ່ນຂວັນເສຍ ແລະ ເຮັດໃຫ້ລົດມ້າຂອງພວກເຂົາຢຸດສະງັກ, ພວກເຂົາທັງໝົດຮ້ອງຂຶ້ນ, “ ແລ່ນໜີໄວໆ, ພຣະເຈົ້າກໍາລັງຕໍ່ສູ້ເພື່ອຊາດອິດສະລາເອນ”

ຫຼັງຈາກນັ້ນ, ຊາວອິດສະລາເອນທັງໝົດຂຶ້ນໄປເຖິງອີກຝັງໜຶ່ງຂອງແມ່ນໍ້າຢ່າງປອດໄພແລ້ວ, ພຮະເຈົ້າໄດ້ບອກໂມເຊຢຽດແຂນຂອງລາວຂຶ້ນອອກ, ເມື່ອລາວປະຕິບັດຕາມ ນໍ້າທະເລກໍຕົກລົງມາໃສ່ທະຫານເອຢິບ ແລະ ກັບຄືນມາເປັນນໍ້າທະເລເໝືອນເດີມ. ທະຫານເອຢິບທັງໝົດກໍຈົມນໍ້າຕາຍ.

ເມື່ອປະຊາຊົນອິດສະລາເອນເຫັນວ່າ ທະຫານເອຢິບຕາຍໝົດ ພວກເຂົາກໍໄວ້ວາງໃຈພຣະເຈົ້າ ແລະ ເຊື່ອວ່າໂມເຊເປັນຜູ້ປະກາດພະຄໍາຂອງພຣະເຈົ້າ.

ປະຊາຊົນອິດສະລາເອນມີຄວາມຍິນດີ ແລະ ຕື່ນເຕັ້ນຫຼາຍ. ເພາະພຣະເຈົ້າໄດ້ຊ່ວຍພວກເຂົາຈາກຄວາມຕາຍ ແລະ ການເປັນທາດ. ບັດນີ້ ພວກເຂົາເປັນອິດສະຫຼະທີ່ຈະຮັບໃຊ້ພຣະເຈົ້າ. ປະຊາຊົນອິດສະລາເອນໄດ້ຮ້ອງຫຼາຍບົດເພງເພື່ອສະຫຼອງອິດສະລະພາບໃໝ່ຂອງພວກເຂົາ ແລະ ສັນລະເສີນພຣະເຈົ້າເພາະພຣະອົງໄດ້ຊ່ວຍກູ້ພວກເຂົາໃຫ້ພົ້ນຈາກກອງທັບເອຢິບ.

ພຣະເຈົ້າໄດ້ສັ່ງໃຫ້ປະຊາຊົນອິດສະລາເອນສະຫຼອງປັດສະຄາໃນທຸກໆປີ ເພື່ອລະນຶກເຖິງພຣະເຈົ້າທີ່ປະທານໄຊຊະນະເໜືອເອຢິບ ແລະ ການຫຼົບໜີຈາກການເປັນທາດຮັບໃຊ້. ພວກເຂົາສະຫຼອງດ້ວຍການຂ້າລູກແກະທີ່ຕຸ້ຍພີດີງາມ ແລະ ກີນກັບເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງ.

相关信息

人生箴言 - GRN提供几千种语言的福音音频信息,包含圣经信息,救赎和基督徒生活。

免费下载 - 免费下载传福音及发展教会所用的录音、图片、文本和其他相关资料。内容包括福音与圣经故事,并已被翻译成上千种语言。

环球录音网音频图书馆 - Mp3,CD和磁带格式的福音材料和圣经教学材料,满足人们不同文化的需求。录音材料的形式多样,包括简单的圣经故事,福音信息,经文朗诵和歌曲。

Choosing the audio or video format to download - What audio and video file formats are available from GRN, and which one is best to use?

Copyright and Licensing - GRN shares it's audio, video and written scripts under Creative Commons