unfoldingWord 25 - ຊາຕານທົດລອງພຣະເຢຊູ
خاکہ: Matthew 4:1-11; Mark 1:12-13; Luke 4:1-13
اسکرپٹ نمبر: 1225
زبان: Lao
سامعین: General
مقصد: Evangelism; Teaching
Features: Bible Stories; Paraphrase Scripture
حالت: Approved
اسکرپٹ دوسری زبانوں میں ترجمہ اور ریکارڈنگ کے لیے بنیادی رہنما خطوط ہیں۔ انہیں ہر مختلف ثقافت اور زبان کے لیے قابل فہم اور متعلقہ بنانے کے لیے ضرورت کے مطابق ڈھال لیا جانا چاہیے۔ استعمال ہونے والی کچھ اصطلاحات اور تصورات کو مزید وضاحت کی ضرورت ہو سکتی ہے یا ان کو تبدیل یا مکمل طور پر چھوڑ دیا جائے۔
اسکرپٹ کا متن
ທັນທີທີ່ພຣະເຢຊູໄດ້ຮັບບັບຕິສະມາ ພຣະວິນຍານບໍລິສຸດເຈົ້າກໍນຳພຣະອົງເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ໃນບ່ອນນັ້ນພຣະອົງຊົງຖືສິນອົດເປັນເວລາ 40 ມື້ 40 ຄືນ. ຈາກນັ້ນຊາຕານກໍມາທົດລອງພຣະເຢຊູເພື່ອໃຫ້ພຣະອົງຕົກຢູ່ໃນຄວາມບາບ.
ຊາຕານທົດລອງພຣະເຢຊູໂດຍເວົ້າວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງປ່ຽນກ້ອນຫີນເຫຼົ່ານີ້ໃຫ້ເປັນເຂົ້າຈີ່ເບິ່ງດຸ ເພື່ອເຈົ້າຈະສາມາດກິນມັນໄດ້!”
ພຣະເຢຊູຊົງຕອບວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ມະນຸດຈະບໍ່ລ້ຽງຊີວິດດ້ວຍອາຫານພຽງແຕ່ສິ່ງດຽວ ແຕ່ຈະລ້ຽງດ້ວຍພຣະຄຳທຸກຂໍ້ທີ່ອອກມາຈາກພຣະໂອດຂອງພຣະເຈົ້າ.’”
ຈາກນັ້ນຊາຕານໄດ້ພາພຣະເຢຊູຂຶ້ນໄປເທິງຈຸດສູງສຸດຂອງພຣະວິຫານແລະກ່າວວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງໂດດລົງເບິ່ງດຸ ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ພຣະເຈົ້າຈະສັ່ງເທວະດາຂອງພຣະອົງມາຮັບທ່ານ ເພື່ອຕີນຂອງທ່ານຈະບໍ່ຕຳຫີນ.’”
ແຕ່ພຣະເຢຊູຊົງຕອບຊາຕານດ້ວຍຖ້ອຍຄຳຂອງພຣະເຈົ້າວ່າ, ‘ໃນພຣະຄຳຂອງພຣະເຈົ້າກ່າວວ່າ ‘ຢ່າທົດລອງອົງພຣະຜູ້ເປັນເຈົ້າຜູ້ເປັນພຣະເຈົ້າຂອງເຈົ້າ.’”
ຫຼັງຈາກນັ້ນຊາຕານກໍສະແດງໃຫ້ພຣະເຢຊູເຫັນອານາຈັກແລະສະຫງ່າລາສີຕ່າງໆໃນໂລກນີ້ ແລະກ່າວວ່າ, ‘ເຮົາຈະມອບສິ່ງເຫຼົ່ານີ້ໃຫ້ແກ່ເຈົ້າຖ້າຫາກເຈົ້າຂາບໄຫວ້ແລະນະມັດສະການເຮົາ.’
ພຣະເຢຊູຊົງຕອບວ່າ, ຈົ່ງໜີໄປຈາກເຮົາເສຍ ມານຊາຕານ! ໃນພຣະຄຳຂອງພຣະເຈົ້າຊົງບອກໄວ້ວ່າ, ‘ຈົ່ງນະມັດສະການອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຈົ້າ ແລະຮັບໃຊ້ພຣະອົງພຽງຜູ້ດຽວ.’”
ພຣະເຢຊູບໍ່ໄດ້ຍອມແພ້ຕໍ່ການທົດລອງຂອງມານຊາຕານ ແລ້ວຊາຕານກໍໜີຈາກພຣະອົງໄປ. ແລ້ວຝູງເທວະດາກໍມາບົວລະບັດພຣະເຢຊູ.