unfoldingWord 13 - ພັນທະສັນຍາຂອງພຣະເຈົ້າຕໍ່ຊົນຊາດອິດສະຣາເອນ

Contur: Exodus 19-34
Numărul scriptului: 1213
Limba: Lao
Public: General
Scop: Evangelism; Teaching
Features: Bible Stories; Paraphrase Scripture
Stare: Approved
Scripturile sunt linii directoare de bază pentru traducerea și înregistrarea în alte limbi. Acestea ar trebui adaptate după cum este necesar pentru a le face ușor de înțeles și relevante pentru fiecare cultură și limbă diferită. Unii termeni și concepte utilizate pot necesita mai multe explicații sau chiar pot fi înlocuite sau omise complet.
Textul scenariului

ຫຼັງຈາກທີ່ພຣະເຈົ້າໄດ້ນຳຊົນຊາດອິດສະລາເອນຂ້າມທະເລແດງມາແລ້ວ ພຣະອົງຊົງນຳພວກເຂົາຜ່ານຖິ່ນແຫ້ງແລ້ງກັນດານເພື່ອໄປຍັງພູເຂົາຊີນາຍ ບ່ອນດຽວກັບທີ່ໂມເຊໄດ້ເຫັນໄຟໄໝ້ຕົ້ນໄມ້. ປະຊາຊົນໄດ້ຕັ້ງເຕັນຂອງພວກເຂົາຢູ່ຕີນພູ.

ພຣະເຈົ້າກ່າວກັບໂມເຊແລະປະຊົນອິດສະລາເອນວ່າ, “ຖ້າພວກເຈົ້າເຊື່ອຟັງແລະຖືກຮັກພັນທະສັນຍາຂອງເຮົາ ເຮົາຈະໃຫ້ເຈົ້າເປັນຊົນຊາດທີ່ຮັກຂອງເຮົາ, ເປັນອານາຈັກຂອງປະໂລຫິດ ແລະ ເປັນຊົນຊາດບໍຣິສຸດ.””

ສາມມື້ຕໍ່ມາ ຫຼັງຈາກທີ່ປະຊາຊົນໄດ້ຕຽມຕົວຝ່າຍວິນຍານແລ້ວ ພຣະເຈົ້າໄດ້ລົງມາເທິງຍອດພູເຂົາຊີນາຍ ເໝືອນດັ່ງຟ້າຜ່າ, ຟ້າແມບ, ຄວັນ ແລະສຽງແກດັງ. ມີພຽງໂມເຊເທົ່ານັ້ນທີ່ໄດ້ຮັບອະນຸຍາດໃຫ້ຂຶ້ນໄປເທິງພູເຂົາ.

ແລ້ວພຣະເຈົ້າກໍໄດ້ໃຫ້ພັນທະສັນຍາກັບພວກເຂົາໂດຍເວົ້າວ່າ, “ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຜູ້ຊ່ວຍເຈົ້າອອກຈາກປະເທດເອຢິບ. ຢ່ານະມັດສະການພະອື່ນນອກຈາກເຮົາ.”

“ຢ່າເຮັດຮູບເຄົາຣົບແລະຢ່ານະມັດສະການພວກມັນ. ເພາະເຮົາຄື ພຣະເຈົ້າຢາເວ ພຣະເຈົ້າຜູ້ຫວງແຫນ. ຢ່າໃຊ້ນາມຊື່ຂອງເຮົາໃນທາງທີ່ຜິດ. ຈົ່ງຖືຮັກສາວັນຊະບາໂຕໃຫ້ເປັນວັນສັກສິດບໍຣິສຸດ. ຈົ່ງເຮັດວຽກພາຍໃນ6ມື້ ແລະມື້ທີ7ໃຫ້ຖືເປັນມື້ພັກຜ່ອນແລະລະນຶກເຖິງເຮົາ.”

“ຈົ່ງໃຫ້ກຽດບິດາມານດາຂອງເຈົ້າ. ຢ່າຂ້າຄົນ. ຢ່າຫຼິ້ນຊູ້ສູ່ຜົວເມຍ, ຢ່າລັກ, ຢ່າຕົວະ, ຢ່າຢາກໄດ້ເມຍ, ບ້ານ ຫຼືສິ່ງຂອງ ຂອງເພື່ອນບ້ານມາເປັນຂອງຕົນ.”

ຫຼັງຈາກນັ້ນພຣະເຈົ້າໄດ້ຂຽນພຣະບັນຍັດ10ປະການໃສ່ເທິງແຜ່ນຫີນ2ແຜ່ນມອບໃຫ້ໂມເຊ. ພຣະເຈົ້າຍັງໄດ້ມອບກົດບັນຍັດແລະລະບຽບອື່ນໆເພື່ອໃຫ້ປະຕິບັດຕາມ.ຖ້າພວກເຂົາເຊື່ອຟັງກົດບັນຍັດນີ້ ພຣະເຈົ້າສັນຍາວ່າຈະຊົງອວຍພອນແລະປົກປ້ອງພວກເຂົາ. ຖ້າພວກເຂົາບໍ່ຍອມເຊື່ອຟັງກົດບັນຍັດນີ້ ພຣະອົງກໍຈະລົງໂທດພວກເຂົາ.

ພຣະເຈົ້າໄດ້ບອກລາຍລະອຽດຂອງ ຫໍເຕັ້ນທີ່ພຣະອົງຕ້ອງການໃຫ້ພວກເຂົາສ້າງຂຶ້ນ. ເຕັ້ນນັ້ນເອີ້ນວ່າ ຫໍເຕັ້ນສັກສິດ ເຊິ່ງແຍກອອກເປັນ 2ຫ້ອງ ຂັ້ນດ້ວຍຜ້າກັ້ງຜືນໃຫຍ່. ມີພຽງປະໂລຫິດຕົນໃຫ່ຍເທົ່ານັ້ນທີ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນຫ້ອງຫຼັງຜ້າກັ້ງ ເພາະພຣະເຈົ້າຊົງສະຖິດຢູ່ໃນຫ້ອງນັ້ນ.

ຄົນທີ່ເຮັດຜິດຕໍ່ກົດບັນຍັດຂອງພຣະເຈົ້າ ຕ້ອງນຳເອົາສັດມາເທິງແທ່ນບູຊາຕໍ່ໜ້າຫໍເຕັ້ນສັກສິດເພື່ອເປັນເຄື່ອງຖວາຍແກ່ພຣະເຈົ້າ. ປະໂລຫິດຈະເປັນຄົນຂ້າແລະເຜົາເຄື່ອງບູຊາເທິງແທ່ນບູຊານັ້ນ. ເລືອດຂອງສັດທີ່ຖືກຂ້າເພື່ອເປັນເຄື່ອງບູຊານັ້ນ ຈະທົດແທນຄວາມຜິດບາບຂອງຄົນທີ່ເຮັດຜິດນັ້ນ ແລະ ຈະເຮັດໃຫ້ຄົນນັ້ນກາຍເປັນຄົນບໍຣິສຸດໃນສາຍຕາຂອງພຣະເຈົ້າ. ພຣະເຈົ້າຊົງເລືອກ ອາໂຣນ ອ້າຍຂອງໂມເຊແລະເຊື້ອຂອງເພິ່ນໃຫ້ເປັນປະໂລຫິດຂອງພຣະອົງ.

ປະຊາຊົນທຸກຄົນຕ່າງກໍເຫັນດີທີ່ຈະເຊື່ອຟັງກົດບັນຍັດຂອງພຣະເຈົ້າທີ່ໃຫ້ໄວ້ກັບພວກເຂົາ ເພື່ອຈະເປັນການນະມັດສະການພຣະເຈົ້າ ແລະ ເປັນໄພ່ພົນພິເສດຂອງພຣະອົງ. ແຕ່ເຂົາເຊື່ອຟັງພຽງແຕ່ໃນຊ່ວງເວລາສັ້ນໆເທົ່ານັ້ນ ຈາກນັ້ນພວກເຂົາກໍຍັງກັບມາເຮັດຄວາມບາບຢ່າງໜັກໜ່ວງ.

ໂມເຊໄດ້ລົມກັບພຣະເຈົ້າຢູ່ເທິງພູເຂົາຊີນາຍເປັນຫຼາຍວັນ. ປະຊາຊົນເມື່ອຍລໍຖ້າໃຫ້ໂມເຊກັບລົງມາ. ສະນັ້ນ ພວກເຂົາຈຶ່ງນ້ຳເອົາຄຳມາໃຫ້ອາໂຣນ ເພື່ອສ້າງຮູບເຄົາລົບສຳລັບພວກເຂົາ!

ອາໂຣນໄດ້ສ້າງຮູບເຄົາຣົບເປັນຮູບງົວ. ປະຊາຊົນຕ່າງກໍພາກັນນະມັດສະການຮູບເຄົາລົບນັ້ນຢ່າງໃຫຍ່. ພຣະເຈົ້າໃຈຮ້າຍກັບຄວາມບາບຂອງພວກເຂົາ ແລະ ພຣະອົງຄິດວ່າຈະທຳລາຍພວກເຂົາ. ແຕ່ໂມເຊໄດ້ອະທິຖານເພື່ອພວກເຂົາ ແລະພຣະເຈົ້າຮັບຟັງຄຳອະທິຖານຂອງເພິ່ນ ແລະພຣະອົງກໍບໍ່ໄດ້ທຳລາຍພວກເຂົາ.

ເມື່ອໂມເຊກັບລົງມາແລະເຫັນຮູບເຄົາລົບນັ້ນ ລາວຮູ້ສຶກໃຈຮ້າຍຫຼາຍ ຈົນລາວທັບແຜ່ນຫີນທີ່ພຣະເຈົ້າຂຽນພຣະບັດຍັດສິບປະການນັ້ນຈົນແຕກໝົດ.

ແລ້ວໂມເຊທຸບຮູບເຄົາຣົບນັ້ນໃຫ້ກາຍເປັນຜົງ, ແລ້ວກໍໂຍນຜົງນັ້ນໃສ່ນ້ຳ ແລະໃຫ້ປະຊາຊົນດື່ມນ້ຳນັ້ນ. ພຣະເຈົ້າໄດ້ສົ່ງໂລກລະບາດໃສ່ປະຊາຊົນແລະຫຼາຍຄົນກໍຕາຍ.

ໂມເຊປີນຂຶ້ນໄປເທິງພູອີກຄັ້ງໜຶ່ງເພື່ອອະທິຖານຂໍໃຫ້ພຣະເຈົ້າຊົງໃຫ້ອະໄພຕໍ່ປະຊາຊົນ. ພຣະເຈົ້າຊົງຟັງຄຳອະທິຖານຂອງໂມເຊ ແລະໃຫ້ອະໄພແກ່ພວກເຂົາ. ໂມເຊໄດ້ຂຽນພຣະບັນຍັດ10ປະການໃສ່ແຜ່ນຫີນໃໝ່ ເພື່ອທົດແທນແຜ່ນຫີນທີ່ລາວທຳລາຍໄປແລ້ວນັ້ນ. ແລ້ວພຣະເຈົ້າກໍນຳຊົນຊາດອິດສະລາເອນອອກຈາກພູເຂົາຊີນາຍແລ້ວມຸ່ງໜ້າເຂົ້າໄປຍັງແຜ່ນດິນແຫ່ງພັນທະສັນຍາ.