unfoldingWord 06 - ພຣະເຈົ້າຈັດຕຽມເພື່ອອີຊາກ

Esboço: Genesis 24:1-25:26
Número do roteiro: 1206
Idioma: Lao
Público alvo: General
Propósito: Evangelism; Teaching
Features: Bible Stories; Paraphrase Scripture
Estado: Approved
Os roteiros são guias básicos para a tradução e gravação em outros idiomas. Devem ser adaptados de acordo com a cultura e a língua de cada região, para fazê-lo relevante. Certos termos e conceitos podem precisar de uma explicação adicional ou mesmo serem omitidos no contexto de certos grupos culturais.
Texto do roteiro

ເມື່ອອັບຣາຮາມເຖົ້າຫຼາຍແລ້ວ, ລູກຊາຍຂອງລາວຊື່: ອີຊາກ ໄດ້ເຕີບໃຫຍ່ເປັນໜຸ່ມ. ດັ່ງນັັ້ນ, ອັບຣາຮາມຈຶ່ງໄດ້ສົ່ງຜູ້ຮັບໃຊ້ຄົນໜຶ່ງໄປຍັງດິນແດນທີ່ພີ່ນ້ອງຂອງລາວອາໄສຢູ່ນັ້ນ ເພື່ອໄປຫາເມຍມາໃຫ້ອີຊາກ.

ຫຼັງຈາກການເດີນທາງອັນຍາວໄກໄປສູ່ດິນແດນທີ່ພີ່ນ້ອງຂອງອັບຣາຮາມອາໄສຢູ່ນັ້ນ, ພຣະເຈົ້າໄດ້ນໍາຄົນຮັບໃຊ້ໄປຫານາງເຣບາກາ, ນາງເປັນຫຼານສາວຂອງນ້ອງຊາຍອັບຣາຮາມ.

ນາງເຣເບກາຕົກລົງອອກຈາກຄອບຄົບເພື່ອໄປບ້ານຂອງອີຊາກພ້ອມກັບຄົນຮັບໃຊ້ນັ້ນ. ອີຊາກໄດ້ແຕ່ງງານກັບນາງທັນທີ ທີ່ນາງໄປຮອດບ້ານຂອງລາວ.

ຫຼັງຈາກນັ້ນຕໍ່ມາ, ອັບຣາຮາມໄດ້ຕາຍໄປ ແລະ ພຣະສັນຍາທັງໝົດທີ່ພຣະເຈົ້າໄດ້ເຮັດກັບລາວກໍ່ສືບທອດມາຫາອີຊາກ. ພຣະເຈົ້າໄດ້ສັນຍາວ່າ: ອັບຣາຮາມຈະມີຜູ້ສືບເຊື້ອສາຍ, ແຕ່ເມຍຂອງອີຊາກຄື: ນາງເຣເບກາຈະບໍ່ສາມາດມີລູກ.

ອີຊາກໄດ້ພາວະນາອະທິຖານເພື່ອນາງເຣເບກາ, ແລະ ພຣະເຈົ້າກໍໄດ້ເຮັດໃຫ້ນາງຖືພາລູກແຝດ. ເດັກນ້ອຍທັງສອງໄດ້ສູ້ກັນໃນຂະນະທີ່ພວກເຂົາຍັງຢູ່ໃນທ້ອງຂອງນາງເຣເບກາ, ດັ່ງນັ້ນ ນາງຈຶ່ງຖາມພຣະເຈົ້າວ່າມັນເກີດຫຍັງຂຶ້ນ.

ພຣະເຈົ້າບອກນາງເຣເບກາວ່າ: “ ລູກຊາຍທັງສອງຂອງເຈົ້າຈະເປັນສອງຊົນຊາດໃຫຍ່. ພວກເຂົາທັງສອງຈະຕໍ່ສູ້ເຊິ່ງກັນ ແລະ ກັນ,ຜູ້ອ້າຍຈະຮັບໃຊ້ຜູ້ນ້ອງ”.

ເມື່ອນາງເຣເບກາອອກລູກ, ຜູ້ອ້າຍອອກມາພ້ອມກັບຂົນສີແດງ, ແລະ ພວກເຂົາຕັ້ງຊື່ໃຫ້ລາວວ່າ: ເອຊາວ. ຫຼັງຈາກນັ້ນ ຜູ້ນ້ອງອອກມາພ້ອມກັບຈ່ອງສົ້ນນ່ອງຂອງເອຊາວອອກມາ, ແລະ ພວກເຂົາຕັ້ງຊື່ໃຫ້ລາວວ່າ: ຢາໂຄບ.