unfoldingWord 26 - ພຣະເຢຊູເລີ່ມເຮັດພັນທະກິດຂອງພຣະອົງ

unfoldingWord 26 - ພຣະເຢຊູເລີ່ມເຮັດພັນທະກິດຂອງພຣະອົງ

Garis besar: Matthew 4:12-25; Mark 1-3; Luke 4

Nombor Skrip: 1226

Bahasa: Lao

Penonton: General

Genre: Bible Stories & Teac

Tujuan: Evangelism; Teaching

Petikan Alkitab: Paraphrase

Status: Approved

Skrip ialah garis panduan asas untuk terjemahan dan rakaman ke dalam bahasa lain. Mereka harus disesuaikan mengikut keperluan untuk menjadikannya mudah difahami dan relevan untuk setiap budaya dan bahasa yang berbeza. Sesetengah istilah dan konsep yang digunakan mungkin memerlukan penjelasan lanjut atau bahkan diganti atau ditinggalkan sepenuhnya.

Teks Skrip

ຫຼັງຈາກຊາຕານທົດລອງພຣະເຢຊູແລ້ວ, ພຣະເຢຊູກໍ່ເຕັມດ້ວຍພະວິນຍານບໍລິສຸດ ຈາກນັ້ນພຣະອົງເດີນທາງໄປເຂດ ຄາລີເລບ່ອນພຣະອົງເຄີຍຢູ່. ພຣະອົງໄດ້ໄປສອນບ່ອນຕ່າງໆ ແລະ ທຸກໆຄົນກໍເວົ້າດີກັບພຣະອົງ.

ພຣະເຢຊູໄດ້ໄປຍັງເມືອງນາຊາເລັດບ່ອນທີ່ພຣະອົງໄດ້ເຕີບໃຫຍ່ມາ ວັນນັ້ນເປັນວັນສະບາໂຕ ພຣະອົງກໍເຂົ້າໄປໃນບ່ອນນະມັດສະການ. ພວກເຂົາໄດ້ຍື່ນໜັງສືມ້ວນຂອງຜູ້ທໍານາຍເອຊາຢາໃຫ້ພຣະອົງອ່ານ. ພຣະເຢຊູກໍເປີດໜັງສືນັ້ນອອກແລ້ວອ່ານໃຫ້ທຸກຄົນຟັງ.

ພຣະອົງອ່ານວ່າ: ພະເຈົ້າໃຫ້ພະວິນຍານບໍລິສຸດແກ່ເຮົາເພື່ອປະກາດຂ່າວດີໃຫ້ແກ່ຄົນທຸກຈົນ, ປົດປ່ອຍນັກໂທດໃຫ້ມີອິດສະຫຼະ,ໃຫ້ຄົນຕາບອດໄດ້ເຫັນຮຸ່ງ ແລະ ປົດປ່ອຍພວກເຂົາຈາກການຂົ່ມເຫັງ. “ ນີ້ແມ່ນປີແຫ່ງຄວາມກະລຸນາຂອງພຣະຜູ້ເປັນເຈົ້າ.”

ແລ້ວພຣະອົງກໍນັ່ງລົງ ທຸກໆຄົນເຂົ້າມາເບິ່ງພຣະອົງໃກ້ໆ, ພວກເຂົາຮູ້ວ່າ: ຂໍ້ຄວາມຂອງພະຄໍາທີ່ພຣະອົງອ່ານໄປນັ້ນແມ່ນກ່າວເຖິງພຣະເມຊິອາ. ແລ້ວພຣະເຢຊູກໍກ່າວວ່າ: ຖ້ອຍຄໍາທີ່ຂ້າພະເຈົ້າອ່ານໄປນັ້ນ ແມ່ນສໍາເລັດແລ້ວໃນດຽວນີ້ ຄົນທັງໝົດຕ່າງກໍປະຫຼາດໃຈ ພວກເຂົາເວົ້າກັນນີ້ບໍ່ແມ່ນລູກຂອງໂຢເຊັບບໍ?

ແລ້ວພຣະເຢຊູກໍ່ກ່າວຕໍ່ພວກເຂົາວ່າ: ຄວາມຈຶ່ງແລ້ວບໍ່ມີຜູ້ປະກາດພະຄໍາຄົນໃດຖືກຍອມຮັບໃນບ້ານເມືອງຂອງຕົນເອງ. ຄືໃນສະໄໝຂອງຜູ້ປະກາດພະຄໍາເອລີຢາ ມີແມ່ໝ້າຍຫຼາຍຄົນໃນອິດສະລາເອນ ຕອນຝົນບໍ່ຕົກສາມປີເຄິ່ງນັ້ນ ພະເຈົ້າບໍ່ໄດ້ສົ່ງເອລີຢາໄປຊ່ວຍແມ່ໝ້າຍໃນອິດສະລາເອນຄົນໃດເລີຍ ແຕ່ພະເຈົ້າສົ່ງລາວໄປຫາຍິງໝ້າຍຢູ່ຕ່າງຊາດແທນ.

ພຣະເຢຊູຍັງເວົ້າຕໍ່ເຂົາວ່າ: ໃນສະໄໝຂອງຜູ້ທໍານາຍເອລີຊາຄືກັນ ມີຄົນເປັນຂີ້ທູດຫຼາຍຄົນໃນອິດສະລາເອນ ແຕ່ ເອລີຊາບໍ່ໄດ້ຮັກສາໃຜເລີຍ, ແຕ່ລາວໄປຮັກສາພະຍາດຂີ້ທູດໃຫ້ນາມານຫົວໜ້າທະຫານຄືຜູ້ເປັນສັດຕູຂອງອິດສະລາເອນແທນ. ປະຊາຊົນຜູ້ຟັງນັ້ນເປັນຊາວຢິວຄືເມື່ອພວກເຂົາໄດ້ຍິນດັ່ງນັ້ນພວກເຂົາເກີດໃຈຮ້າຍໃສ່ພຣະອົງ.

ແລ້ວພວກເຂົາກໍຍູ້ພຣະອົງອອກຈາກບ່ອນນະມັດສະການແລະ ຄິດຈະຍູ້ພຣະອົງລົງໜ້າຜາທີ່ຢູ່ໃກ້ນັ້ນເພື່ອຂ້າພຣະອົົງ ແຕ່ ພຣະອົງໄດ້ຊີງຍ່າງຜ່ານຜູ້ຄົນອອກໄປກ່ອນແລ້ວກໍອອກຈາກນາຊາເລັດໄປ.

ຈາກນັ້ນພຣະເຢຊູກໍໄດ້ຜ່ານໄປໃນຂົງເຂດຄາລິເລ, ມີຜູ້ຄົນຫຼວງຫຼາຍມາຫາພຣະອົງ ພວກເຂົາໄດ້ພາຄົນເຈັບໄຂ້ໄດ້ປ່ວຍ, ຄົນເປັນພະຍາດຕ່າງໆ ລວມທັງຄົນມີບັນຫາກ່ຽວກັບຕາ, ກ່ຽວກັບຂາ, ກ່ຽວກັບຫູ ຫຼືມີບັນຫາກ່ຽວກັບປາກພ້ອມ ແລະ ພຣະເຢຊູກໍຮັກສາພວກເຂົາຫາຍດີໝົດທຸກຄົນ.

ມີຜູ້ຄົນຫຼວງຫຼາຍໄດ້ນໍາຄົນທີ່ມີຜີເຂົາສິງເຂົ້າມາຫາພຣະເຢຊູ. ແລະ ພຽງແຕ່ພຣະເຢຊູສັ່ງເທົ່ານັ້ນ ພວກຜີກໍອອກຈາກພວກເຂົາທັນທີ, ພວກມັນມັກຮ້ອງໃສ່ພຣະອົງວ່າ ພະອົງເປັນບຸດຂອງພຣະເຈົ້າ. ພວກຜູ້ຄົນຫຼວງຫຼາຍຕ່າງກໍປະຫຼາດໃຈ ແລະ ສັນລະເສີນພຣະອົງເຈົ້າ.

ຫຼັງຈາກນັ້ນ ພຣະເຢຊູໄດ້ເລືອກເອົາສາວົກ 12 ຄົນ, ເຊິ່ງພວກເຂົາທັງໝົດຕ່າງກໍເດີນທາງໄປກັບພຮະອົງແລະ ຮຽນຮູ້ຈາກພຣະອົງຢູ່ສະເໝີ.

Maklumat berkaitan

Free downloads - Here you can find all the main GRN message scripts in several languages, plus pictures and other related materials, available for download.

The GRN Audio Library - Evangelistic and basic Bible teaching material appropriate to the people's need and culture in a variety of styles and formats.

Copyright and Licensing - GRN shares it's audio, video and written scripts under Creative Commons

Choosing the right audio or video format - What audio and video file formats are available from GRN, and which one is best to use?