unfoldingWord 41 - ພຣະເຢຊູເປັນຄືນມາຈາກຕາຍ

unfoldingWord 41 - ພຣະເຢຊູເປັນຄືນມາຈາກຕາຍ

ໂຄງຮ່າງ: Matthew 27:62-28:15; Mark 16:1-11; Luke 24:1-12; John 20:1-18

ໝາຍເລກສະຄຣິບ: 1241

ພາສາ: Lao

ຜູ້ຊົມ: General

ປະເພດ: Bible Stories & Teac

ຈຸດປະສົງ: Evangelism; Teaching

ຄໍາພີໄບເບິນ: Paraphrase

ສະຖານະ: Approved

ສະຄຣິບເປັນຂໍ້ແນະນຳພື້ນຖານສຳລັບການແປ ແລະການບັນທຶກເປັນພາສາອື່ນ. ພວກມັນຄວນຈະຖືກດັດແປງຕາມຄວາມຈໍາເປັນເພື່ອເຮັດໃຫ້ພວກເຂົາເຂົ້າໃຈໄດ້ແລະມີຄວາມກ່ຽວຂ້ອງສໍາລັບແຕ່ລະວັດທະນະທໍາແລະພາສາທີ່ແຕກຕ່າງກັນ. ບາງຂໍ້ກໍານົດແລະແນວຄວາມຄິດທີ່ໃຊ້ອາດຈະຕ້ອງການຄໍາອະທິບາຍເພີ່ມເຕີມຫຼືແມ້ກະທັ້ງຖືກປ່ຽນແທນຫຼືຖືກລະເວັ້ນຫມົດ.

ຂໍ້ຄວາມສະຄຣິບ

ຫຼັງຈາກພວກທະຫານໄດ້ຄຶງ ພຣະເຢຊູເຈົ້າທີ່ໄມ້ກາງແຂນແລ້ວ, ຜູ້ນໍາຊາວຢິວໄດ້ເວົ້າກັບປີລາດວ່າ,” ເຢຊູຄົນຂີ້ຕົວະເຄີຍເວົ້າວ່າ, ລາວຈະເປັນຄືນມາຈາກຕາຍຫຼັງຈາກສາມວັນ. ຕ້ອງມີຄົນໄປຍາມອຸບມຸງນັ້ນ ເພື່ອໃຫ້ແນ່ໃຈວ່າ ພວກສາວົກຂອງລາວຈະບໍ່ໄດ້ລັກເອົາສົບ ແລະ ບອກວ່າລາວເປັນຄືນມາຈາກຕາຍ.”

ປີລາດເວົ້າວ່າ, “ເອົາພວກທະຫານໄປຍາມອຸບມຸງໄວ້ ແລະ ປ້ອງກັນອຸບມຸງນັ້ັນເທົ່າທີ່ຈະປ້ອງກັນໄດ້.” ດັ່ງນັ້ນ, ພວກທະຫານຈຶ່ງ ເອົາກ້ອນຫີນອັດປາກອຸບມຸງ ແລະ ເອົາພວກທະຫານໄປຍາມໄວ້ເພື່ອບໍ່ໃຫ້ຜູ້ໃດລັກເອົາສົບໄດ້.

ມື້ຕໍ່ມາ, ຫຼັງຈາກພຣະເຢຊູຖືກຟັງຢູ່ນັ້ນເປັນວັນສະບາໂຕ ແລະ ຊາວຢິວ ບໍ່ສາມາດທີ່ຈະເຂົ້າໄປອຸບມຸງໃນມື້ນັ້ນ. ໃນຕອນເຊົ້າຫຼັງຈາກວັນສະບາໂຕ, ຜູ້ຍິງຫຼາຍຄົນໄດ້ຈັດຕຽມເອົາເຄື່ອງຫອມເພື່ອທີ່ຈະໄປອຸບມຸງຂອງພຣະເຢຊູ ເພື່ອຫົດສົງພຣະສົບຂອງພຣະອົງ.

ທັນໃດນັ້ນ, ເກີດມີແຜ່ນດິນໄຫວ, ເທວະດາໄດ້ລົງມາຈາກສະຫວັນ ເປັ່ງແສງເຫຼື້ອມສົດໃສ ເໝືອນດັ່ງຟ້າແມບໄດ້ມາປະກົດ, ເພິ່ນກິ້ງກ້ອນຫີນທີ່ປິດທາງເຂົ້າອຸບມຸງອອກ ແລະ ນັ່ງເທິງກ້ອນຫີນນັ້ນ. ທະຫານທີ່ເຝົ້າອຸບມູງຝັງສົບທີ່ນັ້ນ ຕົກໃຈຫຼາຍ ແລະ ລົ້ມລົງເໝືອນຄົນຕາຍ.

ເມື່ອພວກຜູ້ຍິງມາເຖິງອຸໂມງ ເທວະດາໄດ້ເວົ້າກັບພວກເຂົາວ່າ, “ຢ່າຢ້ານເລີຍ. ເພາະພຣະເຢຊູບໍ່ໄດ້ຢູ່ທີ່ນີ້. ພຣະອົງໄດ້ຄືນຈາກຄວາມຕາຍແລ້ວ, ເໝືອນດັ່ງທີ່ພຣະອົງເຄີຍກ່າວໄວ້. ເບິ່ງທີ່ອຸບມູງແມ້!" ພວກຜູ້ຍິງແນມເຂົ້າໄປທີ່ອຸບມູງເພື່ອຊອກຫາວ່າພຣະເຢຊູຢູ່ໃສ.ແຕ່ພຣະອົງບໍ່ໄດ້ຢູ່ທີ່ນັ້ນ.”

ເທວະດາໄດ້ກ່າວແກ່ພວກເຂົາວ່າ “ຈົ່ງໄປ ແລະ ບອກສາວົກຂອງພຣະເຢຊູເຈົ້າ, ພຣະເຢຊູເຈົ້າໄດ້ຄືນມາຈາກຄວາມຕາຍ ແລະ ພຣະອົງຈະໄປເມືອງຄາລີເລກ່ອນໜ້າພວກເຂົາ.

ພວກຜູ້ຍິງເຕັມໄປດ້ວຍຄວາມຕື່ນເຕັ້ນ ແລະ ຊື່ນຊົມຍິນດີ ພວກເຂົາແລ່ນອອກໄປ ແລະ ບອກຂ່າວດີກັບພວກສາວົກຂອງພຣະອົງ,

ໃນຂະນະທີ່ພວກຜູ້ຍິງກໍາລັງໄປບອກພວກສາວົກເລື່ອງຂ່າວດີ, ພຣະເຢຊູໄດ້ມາປະກົດແກ່ພວກເຂົາ, ແລະພວກເຂົາກໍນະມັດສະການພຣະອົງ, ພຣະເຢຊູເຈົ້າໄດ້ກ່າວວ່າ,”ຢ່າຢ້ານເລີຍ, ຈົ່ງໄປບອກພວກສາວົກຂອງເຮົາໃຫ້ໄປທີ່ເມືອງຄາລີເລ ພວກເຂົາຈະເຫັນເຮົາຢູ່ທີ່ນັ້ນ.”

ຂໍ້ມູນທີ່ກ່ຽວຂ້ອງ

Free downloads - Here you can find all the main GRN message scripts in several languages, plus pictures and other related materials, available for download.

The GRN Audio Library - Evangelistic and basic Bible teaching material appropriate to the people's need and culture in a variety of styles and formats.

Choosing the audio or video format to download - What audio and video file formats are available from GRN, and which one is best to use?

Copyright and Licensing - GRN shares it's audio, video and written scripts under Creative Commons