unfoldingWord 50 - ການກັບມາຂອງພຣະເຢຊູ

unfoldingWord 50 - ການກັບມາຂອງພຣະເຢຊູ

개요: Matthew 13:24-42; 22:13; 24:14; 28:18; John 4:35; 15:20; 16:33; 1 Thessalonians 4:13-5:11; James 1:12; Revelation 2:10; 20:10; 21-22

스크립트 번호: 1250

언어: Lao

청중: General

장르: Bible Stories & Teac

목적: Evangelism; Teaching

성경 인용: Paraphrase

지위: Approved

이 스크립트는 다른 언어로 번역 및 녹음을위한 기본 지침입니다. 그것은 그것이 사용되는 각 영역에 맞게 다른 문화와 언어로 조정되어야 합니다. 사용되는 몇 가지 용어와 개념은 다른 문화에서는 다듬어지거나 생략해야 할 수도 있습니다.

스크립트 텍스트

2.000 ປີກ່ອນແລ້ວຫຼາຍຄົນທົ່ວໂລກໄດ້ຍິນຂ່າວປະເສີດກ່ຽວກັບພຣະເຢຊູພຣະເມຊີອາ. ຄຣິສຕະຈັກຂອງພຣະເຈົ້າກໍນັບມື້ຂະຫຍາຍຕົວ, ພຣະເຢຊູໄດ້ສັນຍາວ່າພຣະອົງຈະກັບມາໃນເວລາສຸດທ້າຍຂອງໂລກ, ເຖິງແມ່ນວ່າພຣະອົງຍັງບໍ່ກັບມາເທື່ອ, ແຕ່ພຣະອົງຈະຮັກສາພຣະສັນຍາຂອງພຣະອົງ.

ຂະນະທີ່ພວກເຮົາລໍຖ້າພຣະເຢຊູກັບມາ ພຣະເຈົ້າຢາກໃຫ້ພວກເຮົາມີຊີວິດໃນທາງບໍຣິສຸດ ແລະ ສັດຊື່ຕໍ່ພຣະອົງ. ພຣະອົງຍັງຕ້ອງການໃຫ້ພວກເຮົາບອກຄົນອື່ນກ່ຽວກັບຣາຊອານາຈັກຂອງພຣະອົງ. ໃນເວລາພຣະເຢຊູຢູ່ໃນໂລກນັ້ນພຣະອົງໄດ້ກ່າວວ່າ, “ສາວົກຂອງເຮົາຈະປະກາດຂ່າວປະເສີດກ່ຽວກັບຣາຊາອານາຈັກຂອງພຣະເຈົ້າໃຫ້ຄົນຢູ່ທຸກທີ່ທຸກບ່ອນໃນໂລກນີ້ໄດ້ຍິນ, ແລະ ວັນສຸດທ້າຍຈະມາເຖິງ.”

ຫຼາຍຊົນຊາດຍັງບໍ່ໄດ້ຍິນເລື່ອງຂອງພຣະເຢຊູ. ກ່ອນພຣະອົງຈະກັບຄືນສູ່ສະຫວັນ, ພຣະເຢຊູໄດ້ບອກໃຫ້ຊາວຄຣິສຕຽນປະກາດຂ່າວປະເສີດໃຫ້ທຸກຄົນໄດ້ຍິນ. ພຣະອົງໄດ້ກ່າວວ່າ, “ຈົ່ງໄປ ແລະ ເຮັດໃຫ້ທຸກຊົນຊາດເປັນລູກສິດ.” ແລະ “ເຂົ້າໃນນາກໍສຸກເຫຼືອງເຖິງເວລາເກັບກ່ຽວແລ້ວ.”

ພຣະເຢຊູກ່າວວ່າ, “ຜູ້ຮັບໃຊ້ຈະບໍ່ໃຫຍ່ກວ່ານາຍຂອງຕົນ ເໝືອນກັນກັບຜູ້ມີອຳນາດໃນໂລກນີ້ທີ່ກຽດຊັງເຮົາ, ພວກເຂົາຈະທໍລະມານ ແລະ ຈະຂ້າເຈົ້າຍ້ອນເຮົາ. ເຖິງແມ່ນວ່າໃນໂລກນີ້ເຈົ້າຈະທົນທຸກທໍລະມານ, ແຕ່ຈົ່ງຊື່ນໃຈເພາະເຮົາໄດ້ຊະນະຊາຕານແລ້ວ, ຄືຜູ້ທີ່ປົກຄອງໃນໂລກນີ້. ແຕ່ຖ້າເຈົ້າຍັງສັດຊື່ຕໍ່ເຮົາຈົນເຖິງທີ່ສຸດ, ແລ້ວພຣະເຈົ້າຈະຊ່ວຍເຈົ້າໃຫ້ພົ້ນ.”

ພຣະເຢຊູກ່າວເລື່ອງໜຶ່ງໃຫ້ພວກສາວົກຂອງພຣະອົງຮູ້ ແລະ ອະທິບາຍສິ່ງທີ່ຈະເກີດຂຶ້ນຕໍ່ຜູ້ຄົນເມື່ອເວລາສຸດທ້າຍຂອງໂລກນັ້ນມາເຖິງ. ພຣະອົງກ່າວວ່າ, “ມີຄົນໜຶ່ງໄດ້ຫວ່ານເມັດເຂົ້າດີໃນນາຂອງຕົນ. ໃນຂະນະທີ່ລາວນອນຫຼັບນັ້ນ, ສັດຕູຂອງລາວໄດ້ມາຫວ່ານເມັດເຂົ້ານົກໃສ່ໃນນາຂອງລາວ, ແລ້ວກໍໄດ້ໜີໄປ.

“ເມື່ອຕົ້ນເຂົ້າໃຫຍ່ຂຶ້ນ, ຜູ້ຮັບໃຊ້ຂອງເຈົ້ານາຍກໍຖາມນາຍວ່າ, ‘ນາຍເອີຍ ທ່ານຫວ່ານເມັດເຂົ້າດີໃສ່ໃນນາບໍ່ແມ່ນບໍ? ເປັນຫຍັງມີເຂົ້ານົກຢູ່ໃນນາ? ແລ້ວຜູ້ເປັນນາຍກໍເວົ້າວ່າ, ‘ສັດຕູຂອງເຮົາເປັນຜູ້ຫວ່ານພວກມັນໃສ່.’

ຜູ້ຮັບໃຊ້ຖາມຜູ້ເປັນນາຍວ່າ, ‘ພວກເຮົາດຶງຫຍ້າເຂົ້ານົກເຫຼົ່ານີ້ອອກໄດ້ບໍ?’ ຜູ້ເປັນນາຍຕອບວ່າ, ‘ຖ້າເຈົ້າດຶງ ເຈົ້າອາດຈະດຶງຕົ້ນເຂົ້າດີ. ໃຫ້ລໍຖ້າຈົນເຖິງເວລາເກັບກ່ຽວ ແລະ ຈາກນັ້ນຈຶ່ງເກັບກ່ຽວພວກມັນຮ່ວມກັນຖິ້ມໃສ່ໄຟ, ແຕ່ໃຫ້ເກັບເມັດເຂົ້າດີໄວ້ໃນເລົ້າເຂົ້າ.’”

ພວກສາວົກບໍ່ເຂົ້າໃຈຄວາມໝາຍຂອງເລື່ອງນີ້, ສະນັ້ນພວກເຂົາຈຶ່ງຂໍພຣະເຢຊູອະທິບາຍໃຫ້ພວກເຂົາ. ພຣະເຢຊູຕອບວ່າ, “ຊາຍທີ່ຫວ່ານເມັດເຂົ້າດີນັ້ນແມ່ນພຣະເມຊີອາ. ໄຮ່ນາແມ່ນໂລກນີ້. ເມັດເຂົ້າດີແມ່ນຄົນຂອງຣາຊອານາຈັກຂອງພຣະເຈົ້າ.”

ເມັດເຂົ້ານົກແມ່ນຄົນຂອງມານຮ້າຍ. ສັດຕູຜູ້ຫວ່ານເມັດເຂົ້ານົກແມ່ນມານຮ້າຍ. ເວລາກັບກ່ຽວແມ່ນເວລາສຸດທ້າຍຂອງໂລກ, ແລະຜູ້ເກັບກ່ຽວແມ່ນເທວະດາຂອງພຣະເຈົ້າ.”

ເມື່ອຮອດວັນສຸດທ້າຍຂອງໂລກນັ້ນ, ພວກເທວະດາຈະຮີບໂຮມຜູ້ຄົນທັງໝົດທີ່ເປັນຂອງມານຮ້າຍ ແລະ ຖິ້ມພວກເຂົາໃສ່ໃນໄຟທີ່ບໍ່ຮູ້ດັບ, ຄືບ່ອນທີ່ພວກເຂົາຈະຂົບແຂ້ວຮ້ອງໄຫ້ໃນບ່ອນຄົນທຸກທໍລະມານ. ສ່ວນບັນດາຜູ້ຊອບທຳຈະສ່ອງແສງຄືດວງຕາເວັນໃນຣາຊອານາຈັກຂອງພຣະເຈົ້າ.”

ພຣະເຢຊູໄດ້ກ່າວວ່າພຣະອົງຈະກັບມາຫາໂລກນີ້ກ່ອນວັນສຸດທ້າຍຂອງໂລກ. ພຣະອົງຈະກັບມາໃນບ່ອນທີ່ພຣະອົງໄດ້ຂຶ້ນໄປ, ພຣະອົງຈະມີຮ່າງກາຍທິບ ແລະ ມາໃນເທິງເມກໃນທ້ອງຟ້າ. ເມື່ອພຣະເຢຊູກັບມານັ້ນຊາວຄຣິສຕຽນທຸກຄົນທີ່ຕາຍແລ້ວຈະຄືນມາຈາກຄວາມຕາຍ ແລະ ຈະພົບພຣະອົງໃນຟ້າອາກາດ.

ສ່ວນຊາວຄຣິສຕຽນຜູ້ທີ່ຍັງມີຊີວິດຢູ່ນັ້ນຈະຖືກຮັບຂຶ້ນເທິງຟ້າ ແລະ ຢູ່ຮ່ວມກັບຊາວຄຣິສຕຽນອື່ນໆທີ່ຄືນຈາກຄວາມຕາຍນັ້ນ. ພວກເຂົາທັງໝົດຈະຢູ່ກັບພຣະເຢຊູໃນທີ່ນັ້ນ. ແລະ ພຣະເຢຊູຈະຢູ່ກັບຄົນຂອງພຣະອົງໃນບ່ອນສຸກວິໄລ ແລະ ຢູ່ນຳກັນຕະຫຼອດໄປ.

ພຣະເຢຊູໄດ້ສັນຍາວ່າຈະໃຫ້ມົງກຸດແກ່ທຸກຄົນທີ່ເຊື່ອໃນພຣະອົງ. ພວກເຂົາຈະມີຊີວິດຢູ່ ແລະ ຄອບຄອງບ່ອນສຸກວິໄລນີ້ກັບພຣະເຈົ້າຕະຫຼອດໄປ.

ແຕ່ພຣະເຈົ້າຈະພິພາກສາທຸກໆຄົນທີ່ບໍ່ເຊື່ອໃນພຣະເຢຊູ. ພຣະອົງຈະຖິ້ມພວກເຂົາລົງໃນນະຣົກ, ບ່ອນທີ່ພວກເຂົາຈະຂົບແຂ້ວຮ້ອງໄຫ້ໃນບ່ອນທົນທຸກທໍລະມານຕະຫຼອດໄປ. ໄຟທີ່ບໍ່ຮູ້ດັບຈະເຜົາໄໝ້ພວກເຂົາຢູ່ຕະຫຼອດ, ແລະ ໜອນຈະບໍ່ມີວັນຢຸດກິນພວກເຂົາ.

ໃນວັນທີ່ພຣະເຢຊູກັບມານັ້ນ, ພຣະອົງຈະທຳລາຍຊາຕານ ແລະ ອານາຈັກຂອງມັນ. ພຣະອົງຈະຖິ້ມຊາຕານລົງໃນນະຣົກບ່ອນທີ່ມັນຈະຖືກເຜົາໄໝ້ໄປຕະຫຼອດ, ກັບບັນດາຄົນທີ່ເລືອກຕິດຕາມມັນຫຼາຍກວ່າເຊື່ອຟັງພຣະເຈົ້າ.

ເພາະວ່າອາດາມເເລະເອວາບໍ່ເຊື່ອຟັງພຣະເຈົ້າ ແລະນຳເອົາຄວາມຜິດບາບມາສູ່ໂລກ ພຣະເຈົ້າໄດ້ສາບແຊ່ງແລະທຳລາຍຄວາມຜິດບາບນັ້ນ ແຕ່ວັນຫນຶ່ງພຣະເຈົ້າຈະສ້າງຣາຊອານາຈັກໃຫມ່ ແລະແຜ່ນດິນໂລກໃຫມ່ໃຫ້ສົມບູນທີ່ສຸດ

ພຣະເຢຊູ ແລະ ຄົນຂອງພຣະອົງຈະອາໄສໃນແຜ່ນດິນໂລກໃໝ່, ແລະ ພຣະອົງຈະຄອບຄອງທົ່ວທຸກຢ່າງທີ່ມີຊີວິດຕະຫຼອດໄປ. ພຣະອົງຈະເຊັດນ້ຳຕາທຸກໆຢົດ ແລະ ທີ່ນັ້ນຈະບໍ່ມີຄວາມທຸກທໍລະມານ, ບໍ່ມີຄວາມເສົ້າ, ການຮ້ອງໄຫ້, ຄວາມຊົ່ວຮ້າຍ, ຄວາມເຈັບປວດ ຫຼື ຄວາມຕາຍ. ພຣະເຢຊູຈະປົກຄອງຣາຊອານາຈັກຂອງພຣະອົງດ້ວຍສັນຕິສຸກ ແລະ ຍຸດຕິທຳ, ແລະ ພຣະອົງຈະຢູ່ກັບຄົນຂອງພຣະອົງຕະຫຼອດໄປ.

관련정보

생명의 말씀 - GRN 은 성경에 기반한 구원과 그리스도인의 삶에 대한 수천개의 오디오 복음 메시지를 가지고 있습니다.

무료 다운로드 - 여기에서 다운로드 가능한 여러 언어로 된 주요 GRN 메시지 스크립트, 그림 및 기타 관련 자료를 찾을 수 있습니다.

GRN 오디오 도서관 - 전도와 기본 성경 가르침을 위한 자료는 mp3, CD, 카세트 테이프 형태로 사람들의 필요와 문화에 맞추어졌습니다. 녹음은 성경이야기, 전도 메시지, 말씀 읽기, 노래를 포함하여 다양한 스타일로 구성되었습니다.

Copyright and Licensing - GRN shares it's audio, video and written scripts under Creative Commons

Choosing the right audio or video format - What audio and video file formats are available from GRN, and which one is best to use?