언어선택

unfoldingWord 21 - ພຣະເຈົ້າສັນຍາຈະປະທານພຣະເມຊີອາ

unfoldingWord 21 - ພຣະເຈົ້າສັນຍາຈະປະທານພຣະເມຊີອາ

스크립트 번호: 1221

언어: Lao

청중: General

목적: Evangelism; Teaching

특징: Bible Stories; Paraphrase Scripture

지위: Approved

이 스크립트는 다른 언어로 번역 및 녹음을위한 기본 지침입니다. 그것은 그것이 사용되는 각 영역에 맞게 다른 문화와 언어로 조정되어야 합니다. 사용되는 몇 가지 용어와 개념은 다른 문화에서는 다듬어지거나 생략해야 할 수도 있습니다.

스크립트 텍스트

ພຣະເຈົ້າຊົງມີແຜນການທີ່ຈະປະທານພຣະເມຊີອາລົງມາຕັ້ງແຕ່ຕົ້ນເດີມແລ້ວ. ຄຳສັນຍາຄັ້ງທຳອິດຂອງການສະເດັດມາຂອງພຣະເມຊີອານັ້ນແມ່ນໄດ້ໃຫ້ໄວ້ກັບອາດາມແລະເອວາ. ພຣະເຈົ້າສັນຍາວ່າຈະຊົງໃຫ້ເຊື້ອສາຍຂອງຜູ້ຍິງຢຽບຫົວງູໃຫ້ມຸ່ນ. ງຸທີ່ລໍ້ລວງເອວານັ້ນແມ່ນ ຊາຕານ. ຄຳສັນຍານັ້ນ ໝາຍຄວາມວ່າ ພຣະເມຊີອາຈະມາປາບຊາຕານໃຫ້ສິ້ນໄປ.

ພຣະເຈົ້າໄດ້ຊົງສັນຍາກັບອັບຣາຮາມວ່າ ຄົນທຸກຊົນຊາດທົ່ວໂລກຈະໄດ້ຮັບພຣະພອນຜ່ານເພິ່ນ. ພຣະພອນນັ້ນຈະສຳເລັດ ເມື່ອພຣະເມຊີອາລົງມາໃນວັນຂ້າງໜ້າ. ພຣະອົງຈະເຮັດໃຫ້ສິ່ງນັ້ນເກີດຂຶ້ນໄດ້ຄືໃຫ້ທຸກໆຄົນໃນທົ່ວໂລກໄດ້ຮັບຄວາມລອດພົ້ນ.

ພຣະເຈົ້າຊົງສັນຍາກັບໂມເຊວ່າ ໃນວັນຂ້າງໜ້າພຣະອົງຈະຊົງຍົກຜູ້ປະກາດພຣະຄຳທີ່ຍິ່ງໃຫຍ່ເໝືອນກັບໂມເຊຂຶ້ນ. ນີ້ແມ່ນອີກຄຳສັນຍາໜຶ່ງທີ່ເວົ້າເຖິງພຣະເມຊີອາຜູ້ທີ່ຈະສະເດັດມາພາຍຫຼັງ..

ພຣະເຈົ້າຊົງສັນຍາກັບກະສັດດາວິດວ່າ ຈະມີຄົນໜຶ່ງຈາກເຊື້ອສາຍຂອງເພິ່ນໄດ້ປົກຄອງເໝືອນຢ່າງກະສັດຕໍ່ໄພ່ພົນຂອງພຣະເຈົ້າຕະຫຼອດໄປ. ນັ້ນໝາຍຄວາມວ່າພຣະເມຊີອາຈະຕ້ອງມາຈາກເຊື້ອສາຍຂອງກະສັດດາວິດ.

ໂດຍຜ່ານຜູ້ປະກາດພຣະຄຳເຢເຣມີຢາ ພຣະເຈົ້າຊົງສັນຍາວ່າພຣະອົງຈະໃຫ້ພັນທະສັນຍາໃໝ່ທີ່ບໍ່ເໝືອນກັບພັນທະສັນຍາທີ່ພຣະອົງຊົງໃຫ້ກັບຊາວອິດສະລາເອນທີ່ພູເຂົາຊີນາຍ. ພຣະອົງຈະຂຽນກົດບັນຍັດໃໝ່ນີ້ໄວ້ໃນຫົວໃຈຂອງແຕ່ລະຄົນ ເພື່ອພວກເຂົາແຕ່ລະຄົນຈະຮູ້ຈັກກັບພຣະເຈົ້າຫຼາຍຂຶ້ນ ແລະເພື່ອພຣະອົງຈະຊົງອະໄພຄວາມຜິດບາບໃຫ້ແກ່ພວກເຂົາ ເພື່ອໃຫ້ກາຍເປັນໄພ່ພົນທີ່ບໍລິສຸດຂອງພຣະອົງ. ພຣະເມຊີອາຜູ້ນີ້ແຫຼະຈະເປັນຜູ້ເລີ່ມຕົ້ນພັນທະສັນຍາໃໝ່ກັບພວກເຮົາ.

ບັນດາຜູ້ປະກາດພຣະຄຳຂອງພຣະເຈົ້າຍັງໄດ້ກ່າວໄວ້ອີກວ່າ ພຣະເມຊີອາຈະເປັນຜູ້ປະກາດພຣະຄຳ, ປະໂລຫິດ ແລະ ເປັນກະສັດ. ຜູ້ປະກາດພຣະຄຳໝາຍເຖິງ ຄົນທີ່ໄດ້ຍິນຖ້ອຍຄຳຂອງພຣະເຈົ້າແລະປະກາດຖ້ອຍຄຳນັ້ນໃຫ້ກັບຄົນອື່ນໆ. ພຣະເມຊີອາທີ່ພຣະເຈົ້າຊົງສັນຍາວ່າຈະຊົງປະທານມານັ້ນ ຈະກາຍເປັນຜູ້ປະກາດພຣະຄຳທີ່ສົມບູນແບບ.

ບັນດາປະໂລຫິດຂອງຊາວອິດສະລາເອນຈະເປັນຜູ້ຖວາຍເຄື່ອງບູຊາແທນຄົນທັງຫຼາຍທີ່ຕ້ອງການຖວາຍເຄື່ອງບູຊາລົບລ້າງບາບຂອງພວກເຂົາ. ພວກປະໂລຫິດຍັງຕ້ອງອະທິຖານຕໍ່ພຣະເຈົ້າເພື່ອປະຊາຊົນທັງໝົດ. ພຣະເມຊີອາຈະມາເປັນມະຫາປະໂລຫິດຍິ່ງໃຫຍ່ແລະສົມບູນແບບທີ່ສຸດ ເພາະເພິ່ນຈະໃຊ້ຮ່າງກາຍຂອງເພິ່ນເອງເພື່ອເປັນເຄື່ອງບູຊາຖວາຍຕໍ່ພຣະເຈົ້າບັນດາປະໂຣຫິດຂອງຊາວອິດສະຣາເອນຈະເປັນຜູ້ຖວາຍເຄື່ອງບູຊາແທນຄົນທັງຫຼາຍທີ່ຕ້ອງການຖວາຍເຄື່ອງບູຊາລົບລ້າງບາບຂອງພວກເຂົາ. ພວກປະໂຣຫິດຍັງຕ້ອງອະທິຖານຕໍ່ພຣະເຈົ້າເພື່ອປະຊາຊົນທັງໝົດ. ພຣະເມຊີອາຈະມາເປັນພຣະໂຣຫິດໃຫຍ່ແລະສົມບູນແບບທີ່ສຸດ ເພາະເພິ່ນຈະໃຊ້ຮ່າງກາຍຂອງເພິ່ນເອງເພື່ອເປັນເຄື່ອງບູຊາຖວາຍຕໍ່ພຣະເຈົ້າ.

ກະສັດໝາຍເຖິງຄົນທີ່ປົກຄອງແລະເປັນຜູ້ຕັດສິນຄວາມໃນອານາຈັກໃດໜຶ່ງ. ພຣະເມຊີອາຈະເປັນກະສັດທີ່ສົມບູນແບບທີ່ສຸດ ເພາະເພິ່ນຈະນັ່ງເທິງບັນລັງຂອງເຊື້ອສາຍຂອງກະສັດດາວິດ. ພຣະອົງຈະມາປົກຄອງທົ່ວໂລກຕະຫຼອດໄປເປັນນິດ. ພຣະອົງຈະເປັນຜູ້ພິພາກສາທີ່ສັດຊື່ ເພາະເພິ່ນຈະຕັດສິນຄວາມຢ່າງຖືກຕ້ອງ.

ບັນດາຜູ້ປະກາດພຣະຄຳຂອງພຣະເຈົ້າຍັງໄດ້ທຳນາຍເຖິງເຫດການຫຼາຍເຖິງການສະເດັດມາຂອງພຣະເມຊີອາ. ຜູ້ປະກາດພຣະຄຳມາລາກີໄດ້ກ່າວໄວ້ກ່ອນໜ້ານັ້ນວ່າ ຈະມີຜູ້ປະກາດພຣະຄຳທີ່ຍິ່ງໃຫຍ່ຄົນໜຶ່ງມາກ່ອນທີ່ພຣະເມຊີອາຈະສະເດັດມາ. ຜູ້ປະກາດພຣະຄຳເອຊາຢາໄດ້ທຳນາຍວ່າພຣະເມຊີອາຈະເກີດຈາກຍິງພົມມະຈາຣີ. ຜູ້ປະກາດພຣະຄຳມີກາໄດ້ທຳນາຍວ່າພຣະອົງຈະມາເກີດໃນບ້ານເບັດເລເຮັມ.

ຜູ້ປະກາດພຣະຄຳເອຊາຢາກ່າວວ່າ ພຣະເມຊີອາຈະອາໄສຢູ່ໃນຄາລີເລ ແລະຈະຊົງເລົ້າໂລມໃຈຄົນທີ່ມີຈິດໃຈທີ່ແຕກສະຫຼາຍ, ພຣະອົງຈະມາປະກາດເສລີພາບແລະປົດປ່ອຍຊະເລີຍທຸກຄົນ. ເພິ່ນຍັງໄດ້ທຳນາຍໄວ້ອີກວ່າພຣະເມຊີອາຈະມາຢຽວຢາຮັກສາຄົນທີ່ເຈັບປ່ວຍ, ຄົນຫູໜວກ, ຄົນຕາບອດ, ຄົນປາກກືກ ແລະຄົນເປ້ຍທຸກຄົນ.

ຜູ້ປະກາດພຣະຄຳເອຊາຢາຍັງໄດ້ທຳນາຍວ່າຄົນທັງຫຼາຍຈະກຽດຊັງແລະປະຕິເສດພຣະອົງຢ່າງບໍ່ມີສາເຫດ. ຜູ້ປະກາດພຣະຄຳຄົນອື່ນໆກໍທຳນວາຍວ່າຄົນທີ່ຂ້າພຣະອົງຈະເອົາເຄື່ອງນຸ່ງຂອງພຣະອົງມາຈົກສະຫຼາກ ແລະສະຫາຍຂອງພຣະອົງຈະຫັກຫຼັງເພິ່ນ. ຜູ້ປະກາດພຣະຄຳເສກາຣີຢາໄດ້ທຳນາຍວ່າສະຫາຍຂອງພຣະເມຊີອາຈະຫັກຫຼັງພຣະອົງໂດຍການຂາຍພຣະອົງເປັນຈຳນວນເງິນ 30ຫຼຽນ

ຜູ້ປະກາດພຣະຄຳຫຼາຍຄົນຍັງໄດ້ທຳນາຍເຖິງການຕາຍຂອງພຣະເມຊີອາ. ຜູ້ປະກາດພຣະຄຳເອຊາຢາທຳນາຍວ່າຄົນທັງຫຼາຍຈະຖົ່ມນ້ຳລາຍໃສ່ພຣະອົງ, ເຍາະເຍີ້ຍ ແລະຂ້ຽນຕີພຣະອົງ. ພຣະອົງຈະຖືກແທງແລະຕາຍຢ່າງທົນທຸກທໍລະມານ ເຖິງແມ່ນວ່າພຣະອົງບໍ່ໄດ້ເຮັດຜິດຫຍັງ

ພວກຜູ້ປະກາດພຣະຄຳຍັງໄດ້ກ່າວອີກວ່າພຣະເມຊີອາຈະເປັນຜູ້ບໍລິສຸດ, ບໍ່ມີບາບ. ພຣະອົງຈະຕາຍເພື່ອຮັບໂທດກຳສຳລັບຄົນບາບທຸກຄົນ. ການເສຍສະຫຼະຂອງພຣະອົງນີ້ຈະເຮັດໃຫ້ເກີດສັນຕິສຸກລະຫວ່າງມະນຸດກັບພຣະເຈົ້າ. ນີ້ຄືພຣະປະສົງຂອງພຣະເຈົ້າໃນການສົ່ງພຣະເມຊີອາລົງມາ.

ຜູ້ປະກາດພຣະທຳໄດ້ທຳນວາຍວ່າພຣະເມຊີອາຈະສິ້ນພຣະຊົນ ແລະພຣະເຈົ້າຈະຊົງເອີ້ນພຣະອົງໃຫ້ເປັນຄືນມາຈາກຕາຍ. ໂດຍຜ່ານທາງການຕາຍ ແລະການເປັນຄືນມາຈາກຕາຍຂອງພຣະເມຊີອານີ້, ແຜນການໄຖ່ຄົນບາບຂອງພຣະເຈົ້າ ແລະພັນທະສັນຍາໃໝ່ຂອງພຣະອົງກໍໄດ້ເລີ່ມຂຶ້ນ.

ພຣະເຈົ້າໄດ້ຊົງເປີດເຜີຍຫຼາຍສິ່ງຫຼາຍຢ່າງກ່ຽວກັບພຣະເມຊີອາໃຫ້ກັບບັນດາຜູ້ປະກາດພຣະຄຳ ແຕ່ວ່າພຣະເມຊີອາບໍ່ໄດ້ລົງມາໃນຊ່ວງເວລາທີ່ພວກເຂົາມີຊີວິດຢູ່. ພຣະເຈົ້າໄດ້ຊົງປະທານພຣະເມຊີອາລົງມາ400ປີຫຼັງຈາກທີ່ຄຳທຳນາຍຄັ້ງສຸດທ້າຍກ່ຽວກັບພຣະອົງຖືກເປີດເຜີຍຈາກຜູ້ປະກາດພຣະຄຳຄົນສຸດທ້າຍ. ພຣະອົງໄດ້ຊົງປະທານພຣະເມຊີອາລົງມາໃນເວລາທີ່ເໝາະສົມ.

관련정보

생명의 말씀 - GRN 은 성경에 기반한 구원과 그리스도인의 삶에 대한 수천개의 오디오 복음 메시지를 가지고 있습니다.

Copyright and Licensing - GRN shares its audio, video and written scripts under Creative Commons

Choosing the audio or video format to download - What audio and video file formats are available from GRN, and which one is best to use?

공유

Logo Baidu Teiba Logo Blogger Logo Bluesky Logo Facebook Logo Line Logo LinkedIn Logo OK Logo Pinterest Logo Qzone Logo Reddit Logo Telegram Logo Threads Logo Tumblr Logo Viber Logo VK Logo Weibo Logo WhatsApp Logo X e-mail 이메일

링크 공유