unfoldingWord 20 - ການເນລະເທດ ແລະ ການກັບຄືນ

unfoldingWord 20 - ການເນລະເທດ ແລະ ການກັບຄືນ

개요: 2 Kings 17; 24-25; 2 Chronicles 36; Ezra 1-10; Nehemiah 1-13

스크립트 번호: 1220

언어: Lao

청중: General

목적: Evangelism; Teaching

Features: Bible Stories; Paraphrase Scripture

지위: Approved

이 스크립트는 다른 언어로 번역 및 녹음을위한 기본 지침입니다. 그것은 그것이 사용되는 각 영역에 맞게 다른 문화와 언어로 조정되어야 합니다. 사용되는 몇 가지 용어와 개념은 다른 문화에서는 다듬어지거나 생략해야 할 수도 있습니다.

스크립트 텍스트

ອານາຈັກອິດສະລາເອນ ແລະ ອານາຈັກຢູດາໄດ້ເຮັດບາບຕໍ່ສູ້ພະເຈົ້າ. ພວກເຂົາໄດ້ທໍາລາຍຂໍ້ຕົກລົງທີ່ພະເຈົ້າໄດ້ເຮັດກັບພວກເຂົາທີ່ປະເທດຊີນາຍນັ້ນ. ແລ້ວພະເຈົ້າກໍ່ສົ່ງຜູ້ປະກາດພະຄຳຂອງພະອົງມາເຕືອນໃຫ້ພວກເຂົາກັບໃຈ ແລະ ນະມັດສະການພະອົງອີກຄັ້ງ, ແຕ່ພວກເຂົາປະຕິເສດທີ່ຈະເຊື່ອຟັງພຣະອົງ.

ສະນັ້ນພະເຈົ້າຈຶ່ງໄດ້ລົງໂທດສອງອານາຈັກນີ້ໂດຍການອະນຸຍາດໃຫ້ສັດຕູເຂົ້າມາທໍາລາຍ. ຈັກກະພັດອັດຊີເລຍເປັນຈັກກະພັດທີ່ມີອໍານາດ ແລະ ເປັນຊາດທີ່ໂຫດຮ້າຍ, ເຂົາໄດ້ເຂົ້າມາທໍາລາຍອານາຈັກອິດສະລາເອນ. ຈັກກະພັດອັດຊີເລຍໄດ້ຂ້າປະຊາຊົນອິດສະລາເອນ, ເອົາສິ່ງຂອງທຸກຢ່າງທີ່ມີຄ່າໄປ ແລະ ເຜົາເມືອງອິດສະລາເອນໝົດ.

ຈັກກະພັດອັດຊີເລຍໄດ້ເຕົ້າໂຮມເອົາຜູ້ນໍາ, ຄົນລວຍ ແລະ ຄົນທີ່ມີສີມືໄປປະເທດອັດຊີເລຍ. ມີພຽງຄົນທີ່ທຸກຍາກເທົ່ານັ້ນທີ່ຍັງຄົງຢູ່ໃນອານາຈັກອິດສະລາເອນ.

ຈັກກະພັດອັດຊີເລຍໄດ້ນໍາເອົາຊາວຕ່າງຊາດໄປຢູ່ເມືອງທີ່ຊາວອິດສະລາເອນເຄີຍຢູ່. ຊາວຕ່າງຊາດໄດ້ສ້າງເມືອງອິດສະລາເອນທີ່ຖືກທໍາລາຍນັ້ນຂຶ້ນໃໝ່ ແລະ ແຕ່ງງານກັບຊາວອິດສະລາເອນຜູ້ທີ່ຍັງຢູ່ໃນເມືອງນັ້ນ. ເຊື້ອສາຍຂອງຊາວອິດສະລາເອນທີ່ແຕ່ງງານກັບຊາວຕ່າງຊາດນັ້ນມີຊື່ວ່າ: ຊາວຊາມາເລຍ.

ປະຊາຊົນຢູດາໄດ້ເຫັນສິ່ງທີ່ພະເຈົ້າລົງໂທດປະຊາຊົນອິດສະລາເອນທີ່ບໍ່ເຊື່ອຟັງ ແລະ ເຮັດຕາມພະອົງ. ແຕ່ເຂົາຍັງຄົງນະມັດສະການຮູບເຄົາລົບຄືເກົ່າ, ລວມທັງພະຂອງຊາວການາອານນຳ. ພະເຈົ້າໄດ້ສົ່ງຜູ້ປະກາດພະຄຳມາເຕືອນເຂົາ ແຕ່ເຂົາປະຕິເສດທີ່ຈະຟັງຄືກັນ.

ປະມານໜຶ່ງຮ້ອຍປີຜ່ານໄປຫຼັງຈາກທີ່ຈັກກະພັດອັດຊີເລຍໄດ້ທໍາລາຍອານາຈັກອິດສະລາເອນ, ພະເຈົ້າໄດ້ສົ່ງ ເນບູກາດເນັດຊາ ກະສັດຂອງປະຊາຊົນບາບີໂລນເພື່ອໂຈມຕີອານາຈັກຢູດາ. ບາບີໂລນເປັນອານາຈັກທີ່ມີອໍານາດ. ກະສັດຢູດາໄດ້ຍອມເປັນຜູ້ຮັບໃຊ້ຂອງກະສັດ ເນບູການິດຊາ ແລະ ຍອມຈ່າຍເງິນຢ່າງຫຼວງຫຼາຍໃນແຕ່ລະປີ.

ຫຼັງຈາກສອງສາມປີຜ່ານໄປ, ກະສັດຢູດາໄດ້ກະບົດຕໍ່ອານາຈັກບາບີໂລນ. ດັ່ງນັ້ນອານາຈັກບາບີໂລນໄດ້ກັບມາໂຈມຕີອານາຈັກຢູດາ. ເຂົາໄດ້ຈັບກຸມຊາວເຢລູຊາເລັມ, ທໍາລາຍພຣະວິຫານ ແລະ ເອົາທຸກສິ່ງທີ່ມີຄ່າໃນເມືອງ ແລະ ພຣະວິຫານໄປນໍາ.

ເພື່ອລົງໂທດກະສັດຂອງຢູດາທີ່ກະບົດຕໍ່ກະສັດບາບີໂລນ, ທະຫານຂອງກະສັດບາບີໂລນໄດ້ຂ້າລູກຊາຍຂອງກະສັດຢູດາຕໍ່ໜ້າເພິ່ນ ແລະ ເຮັດໃຫ້ເພິ່ນຕາບອດ. ແລ້ວພວກເຂົາກໍ່ນໍາກະສັດຢູດາໄປບາບີໂລນ ແລະ ຂັງເພິ່ນໄວຈົນຕາຍ.

ກະສັດ ເນບູກາດເນັດຊາ ແລະ ກອງທັບຂອງເພິ່ນ ໄດ້ນໍາເອົາປະຊາຊົນເກືອບທຸກຄົນຂອງອານາຈັກຢູດາໄປເມືອງບາບີໂລນ, ເຫຼືອໄວ້ພຽງປະຊາຊົນຜູ້ທຸກຍາກທີ່ສຸດເພື່ອເຮັດໄຮ່ເຮັດນາ. ໃນຊ່ວງເວລານີ້ທີ່ປະຊາຊົນຂອງພະເຈົ້າຖືກຂັບໄລ່ອອກຈາກແຜ່ນດິນແຫ່ງພະສັນຍາກໍ່ຄືຖືກເນລະເທດອອກຈາກບ້ານນັ້ນເອງ.

ເຖິງຢ່າງໃດກໍ່ຕາມ ພະເຈົ້າລົງໂທດປະຊາຊົນຂອງພະອົງທີ່ໄດ້ເຮັດບາບໂດຍເນລະເທດພວກເຂົາອອກ, ແຕ່ພະອົງກໍ່ບໍ່ເຄີຍລືມພະສັນຍາຂອງພະອົງທີ່ມີຕໍ່ພວກເຂົາ. ພະເຈົ້າສືບຕໍ່ເບິ່ງແຍງພວກເຂົາ ແລະ ເວົ້າກັບເຂົາຜ່ານບັນດາຜູ້ປະກາດພະຄຳຂອງພະອົງ. ພະເຈົ້າສັນຍາວ່າ, ຫຼັງຈາກເຈັດສິບປີຜ່ານໄປ, ເຂົາຈະໄດ້ກັບໄປສູ່ແຜ່ນດິນແຫ່ງພັນທະສັນຍາອີກຄັ້ງ

ຫຼັງຈາກເຈັດສິບປີຜ່ານໄປ, ໄຊຣັດ, ກະສັດແຫ່ງເປີເຊຍ, ໄດ້ທໍາລາຍບາບີໂລນ, ດັ່ງນັ້ນຈັກກະພັດເປີເຊຍຈຶ່ງໄດ້ມາແທນທີ່ຈັກກະພັດບາບີໂລນ. ປະຈຸບັນປະຊາຊົນອິດສະລາເອນມີຊື່ເອີ້ນວ່າ: ຢິວ ແລະ ສ່ວນຫຼາຍເຂົາຍັງຄົງດໍາລົງຊີວິດໃນບາບີໂລນຢູ່. ມີພຽງຄົນເຖົ້າແກ່ບາງຈໍານວນເທົ່ານັ້ນທີ່ຈື່ດິນແດນຢູດາໄດ້..

ເຖິງວ່າກະສັດເປີເຊຍຈະເປັນກະສັດທີ່ເຂັ້ມແຂງ ແຕ່ກໍເຕັມໄປດ້ວຍຄວາມເມດຕາສູງຕໍ່ປະຊາຊົນທີ່ເຂົາເຄີຍຊະນະມາ. ຫຼັງຈາກໄຊຣັດເປັນກະສັດຂອງອານາຈັກເປີເຊຍໄດ້ບໍ່ດົນ, ລາວໄດ້ອອກຄໍາສັ່ງວ່າ: ທຸກຄົນທີ່ເປັນຊາວຢິວ ໃຜທີ່ຢາກກັບໄປປະເທດຢູດາກໍຈົ່ງອອກຈາກປະເທດເປີເຊຍແລ້ວກັບໄປປະເທດຢູດາໄດ້. ເພີ່ນຍັງເອົາເງິນໃຫ້ເຂົາເພື່ອກັບໄປສ້າງສາພະວິຫານຂອງເຂົາຄືນໃໝ່! ດັ່ງນັ້ນ, ຫຼັງຈາກເຈັດສິບປີທີ່ຖືກເນລະເທດ,ຊາວຢິວຈຳນວນໜຶ່ງກໍໄດ້ກັບຄືນເຢຣູຊາເລັມໃນເມືອງຢູດາ.

ເມື່ອເຂົາໄປຮອດເຢລູຊາເລັມ, ພວກເຂົາໄດ້ກໍ່ສ້າງພຣະວິຫານ ແລະ ກໍາແພງເມືອງຄືນໃໝ່. ເຖິງແມ່ນວ່າ, ເຂົາຈະຖືກປົກຄອງໂດຍຊາດອື່ນ ແຕ່ເຂົາກໍ່ໄດ້ກັບມາຢູ່ໃນດິນແດນແຫ່ງພຣະສັນຍາ ແລະ ນະມັດສະການພຣະເຈົ້າທີ່ພະວິຫານອີກຄັ້ງ.

관련정보

생명의 말씀 - GRN 은 성경에 기반한 구원과 그리스도인의 삶에 대한 수천개의 오디오 복음 메시지를 가지고 있습니다.

무료 다운로드 - 여기에서 다운로드 가능한 여러 언어로 된 주요 GRN 메시지 스크립트, 그림 및 기타 관련 자료를 찾을 수 있습니다.

GRN 오디오 도서관 - 전도와 기본 성경 가르침을 위한 자료는 mp3, CD, 카세트 테이프 형태로 사람들의 필요와 문화에 맞추어졌습니다. 녹음은 성경이야기, 전도 메시지, 말씀 읽기, 노래를 포함하여 다양한 스타일로 구성되었습니다.

Choosing the audio or video format to download - What audio and video file formats are available from GRN, and which one is best to use?

Copyright and Licensing - GRN shares its audio, video and written scripts under Creative Commons