unfoldingWord 16 - ຜູ້ປົດປ່ອຍ

unfoldingWord 16 - ຜູ້ປົດປ່ອຍ

개요: Judges 1-3; 6-8; 1 Samuel 1-10

스크립트 번호: 1216

언어: Lao

청중: General

목적: Evangelism; Teaching

Features: Bible Stories; Paraphrase Scripture

지위: Approved

이 스크립트는 다른 언어로 번역 및 녹음을위한 기본 지침입니다. 그것은 그것이 사용되는 각 영역에 맞게 다른 문화와 언어로 조정되어야 합니다. 사용되는 몇 가지 용어와 개념은 다른 문화에서는 다듬어지거나 생략해야 할 수도 있습니다.

스크립트 텍스트

ຫຼັງຈາກທີ່ໂຢຊວຍເສຍຊີວິດ,ຊາວອິດສະລາເອນກໍບໍ່ໄດ້ເຊື່ອຟັງພຣະເຈົ້າ ແລະ ຂັບໄລ່ຊາວການາອານທີຍັງເຫຼືອ ຫຼື ເຊື່ອຟັງພະບັນຍັດຂອງພຣະເຈົ້າເລີຍ.ແຕ່ຊາວອິດສະລາເອນເລີ່ມນະມັດສະການພະຂອງຊາວການາອານແທນພຣະເຈົ້າຢາເວ, ພຣະເຈົ້າແຫ່ງຄວາມຈິງ. ຊາວອິດສະລາເອນບໍ່ມີກະສັດ.ດັ່ງນັ້ນ ທຸກຄົນກໍເຮັດໃນສິ່ງທີ່ເຂົາຄິດວ່າຖືກຕ້ອງ.

ເພາະວ່າຊາວອິດສະລາເອນບໍ່ໄດ້ເຊື່ອພຣະເຈົ້າ, ພຣະເຈົ້າໄດ້ລົງໂທດເຂົາໂດຍການອານຸຍາດໃຫ້ສັດຕູມາທໍາລາຍພວກເຂົາ. ພວກສັດຕູໄດ້ລັກເອົາສິ່ງຂອງຈາກຊາວອິດສະລາເອນ, ທໍາລາຍຊັບສົມບັດຂອງເຂົາ ແລະ ໄດ້ຂ້າພວກເຂົາຢ່າງຫຼວງຫຼາຍ. ພາຍຫຼັງຫຼາຍປີຂອງການບໍ່ເຊື່ອຟັງພຣະເຈົ້າ ແລະ ມີຊີວິດຢູ່ແບບຖືກກົດຂີ່ຂູດຮີດໂດຍພວກທະຫານ, ຊາວອິດສະລະເອນກໍໄດ້ສໍານຶກຜິດ ແລະ ຂໍຮ້ອງໃຫ້ພຣະເຈົ້າຊ່ວຍຊີວິດພວກເຂົາ.

ດັ່ງນັ້ນ ພຣະເຈົ້າໄດ້ຈັດຕຽມຜູ້ທີ່ຈະນໍາເອົາຄວາມລອດອອກຈາກພວກສັດຕູ ແລະ ນໍາສັນຕິສຸກມາສູ່ດິນແດນ. ແຕ່ຫຼັງຈາກນັ້ນປະຊາຊົນກໍໄດ້ລືມພຣະເຈົ້າແລະ ເລີ່ມນະມັດສະການຮູບເຄົາລົບອີກຄັ້ງ, ພຣະເຈົ້າຈຶ່ງອະນຸຍາດໃຫ້ພວກມິດິອານ ເຊິ່ງຕັ້ງກອງທັບຢູ່ໂຈມຕີພວກເຂົາ.

ຊາວມິດິອານໄດ້ຍຶດເອົາພືດພັນທັນຍາຫານທຸກສິ່ງຂອງຊາວອິດສະລາເອນເປັນເວລາເຈັດປີ. ຊາວອິດສະລາເອນຢ້ານຫຼາຍຈຶ່ງໄປລີ້ຢູ່ໃນຖໍ້າ ເຊິ່ງພວກມິດິອານບໍ່ສາມາດເຫັນເຂົາໄດ້. ໃນທີ່ສຸດ, ພວກເຂົາຈຶ່ງຮ້ອງໄຫ້ຫາພຣະເຈົ້າໃຫ້ຊ່ວຍພວກເຂົາອີກ.

ໃນມື້ໜຶ່ງ ມີຊາຍຄົນໜຶ່ງຈາກອິດສະລາເອນຊື່ວ່າ: ກີດິໂອນ ກໍາລັງນວດເຂົ້າຢ່າງລັບໆເພື່ອທີ່ພວກມິດີໂອນຈະບໍ່ເຫັນລາວ. ເທວະດາຂອງພຣະເຈົ້າຢາເວໄດ້ມາປະກົດແກ່ກິດິໂອນ ແລະ ເວົ້າວ່າ, “ ພຣະເຈົ້າສະຖິດຢູ່ນໍາເຈົ້າ, ເປັນນັກຮົບທີຊົງພະລັງ. ຈົ່ງອອກໄປຊ່ວຍຊາວອິດສະລາເອນຈາກພວກມິດິອານ”.

ພໍ່ຂອງກິດິໂອນ ໄດ້ເຮັດແທນຖວາຍບູຊາຮູບເຄົາລົບ,ພຣະເຈົ້າບອກກິດີໂອນໃຫ້ທໍາລາຍແທນບູຊານັ້ນ. ແຕ່ກິດີໂອນຢ້ານພວກປະຊາຊົນ, ດັ່ງນັ້ນ ລາວຈຶ່ງລໍຖ້າຈົນຮອດທ່ຽງຄືນ. ແລ້ວລາວກໍທໍາລາຍແທ່ນບູຊາລົງແລະ ທຸບເປັນສ່ຽງໆ. ລາວໄດ້ສ້າງແທ່ນບູຊາໃໝ່ໃຫ້ພຣະເຈົ້າໃກ້ກັບບ່ອນທີ່ເຂົາເຄີຍໃຊ້ເປັນບ່ອນບູຊາຮູບເຄົາລົບ ແລະ ນໍາເຄື່ອງມາຖວາຍໃຫ້ພຣະເຈົ້າ.

ເຊົ້າມື້ຕໍ່ມາ ປະຊາຊົນໄດ້ເຫັນວ່າມີບາງຄົນທໍາລາຍແທ່ນບູຊານັ້ນແລ້ວ, ພວກເຈົາຈຶ່ງໃຈຮ້າຍຫຼາຍ. ພວກເຂົາຈຶ່ງພາກັນໄປທີ່ເຮືອນຂອງກິດິໂອນເພື່ອຂ້າລາວ, ແຕ່ພໍ່ຂອງກິດິໂອນເວົ້າວ່າ: ເປັນຫຍັງພວກເຈົ້າຈຶ່ງພະຍາຍາມຊ່ວຍພະຂອງພວກເຈົ້າ, ຖ້ານັ້ນແມ່ນພະເຈົ້າແທ້ ປ່ອຍໃຫ້ລາວປົກປ້ອງຕົວເອງແມ້. ຍ້ອນພໍ່ກິດິໂອນເວົ້າດັ່ງນັ້ນກັບປະຊາຊົນ, ພວກເຂົາຈຶ່ງບໍ່ຂ້າກິດິໂອນ.

ຫຼັງຈາກນັ້ນ, ພວກມິດິອານຈຶ່ງກັບໄປລັກເຄື່ອງຂອງຊາວອິດສະລາເອນອີກຄັ້ງ. ເລື່ອງແບບນີ້ມັນໄດ້ເກີດຂຶ້ນຫຼາຍຄັ້ງນັບບໍ່ຖ້ວນ. ທ້າວກິດິໂອນໄດ້ຮຽກຮ້ອງໃຫ້ປະຊາຊົນອິດສະລາເອນມາຮ່ວມສູ້ສັດຕູກັບລາວ. ກິດິໂອນໄດ້ຂໍພຣະເຈົ້າໝາຍສໍາຄັນສອງຢ່າງເພື່ອແນ່ໃຈວ່າພຣະອົງໃຊ້ລາວມາເພື່ອຊ່ວຍປະຊາຊົນອິດສະລາເອນ..

ໝາຍສໍາຄັນທີ່ໜຶ່ງ, ກິດິໂອນໄດ້ເອົາຜ້າຜືນໜຶ່ງວາງໄວ້ເທິງພື້ນດິນ ແລະ ຂໍພຣະເຈົ້າໃຫ້ມີນໍ້າຄ້າງເຕັມຢູ່ເທິງຜ້າພື້ນນັ້ນແຕ່ບໍໃຫ້ມີຢູ່ຕາມພື້ນດິນ. ພຣະເຈົ້າໄດ້ເຮັດຕາມທີ່ລາວຂໍ. ຄືນຕໍ່ມາ, ລາວຂໍໃຫ້ພື້ນດິນປຽກແຕ່ຜ້ານັ້ນແຫ້ງ. ພຣະເຈົ້າກໍປະທານຕາມທີ່ລາວຂໍອີກ. ໝາຍສໍາຄັນສອງອັນນີ້ເຮັດໃຫ້ກີດິໂອນໝັ້ນໃຈວ່າພຣະເຈົ້າໃຊ້ລາວມາເພື່ອຊ່ວຍປະຊາຊົນອິດສາລະເອນຈາກພວກມິດິອານ.

ທະຫານອິດສະລາເອນ 32,000ຄົນໄດ້ເຂົ້າໄປຫາກິດິໂອນ, ແຕ່ພຣະເຈົ້າຊົງບອກລາວວ່າ, ທະຫານມີຈໍານວນຫຼາຍເກີນໄປ. ດັ່ງນັ້ນກິດິໂອນໄດ້ສົ່ງຜູ້ທີ່ຢ້ານກັບບ້ານໄປ 22,000ຄົນ. ພຣະເຈົ້າບອກກັບລາວອີກວ່າ, ຍັງມີຜູ້ຊາຍຫຼາຍເກີນໄປ. ກິດິໂອນກໍສົ່ງພວກເຂົາທັງໝົດກັບບ້ານ, ເຫຼືອທະຫານພຽງ 300ຄົນ.

ໃນຄືນນັ້ນ ພຣະເຈົ້າໄດ້ເວົ້າກັບກິດິໂອນວ່າ, “ ຈົ່ງລົງໄປຄ້າຍຂອງພວກມິດິອານ ແລະ ເຈົ້າຈະໄດ້ຍິນສິ່ງທີ່ພວກເຂົາເວົ້າ, ເຈົ້າຈະບໍ່ຢ້ານອີກຕໍ່ໄປ. ໃນຄືນນັ້ນກິດິໂອນ ໄດ້ລົງໄປທີ່ຄ້າຍ ແລະໄດ້ຍິນພວກທະຫານກິດິອານລົມກັນ, ຄົນໜຶ່ງກໍາລັງລົມກັບໝູ່ຂອງລາວກ່ຽວກັບຄວາມຝັນຂອງລາວ, ເຂົາເວົ້າວ່າ: ຄວາມຝັນນີ້ໝາຍຄວາມວ່າ, ທະຫານຂອງກິດິໂອນຈະຮົບຊະນະທະຫານມິດິອານ. ເມື່ອກິດິໂອນໄດ້ຍິນສິ່ງນີ້, ລາວກໍນະມັດສະການພຣະເຈົ້າ.

ແລ້ວກິດິໂອນກໍໄດ້ກັບຄືນໄປຫາທະຫານຂອງລາວ ແລະ ເອົາແກ, ໝໍດິນ ແລະ ກະບອງໄຟໃຫ້ແຕ່ລະຄົນ. ພວກເຂົາໄດ້ອ້ອມຄ້າຍພັກຂອງທະຫານມິດິອານທີ່ກໍາລັງຫຼັບຢູ່. ທະຫານສາມຮ້ອຍຄົນຂອງກິດິໂອນໄດ້ເອົາກະບອງໄຟໃສ່ໃນໝໍ້ດິນເພື່ອທີ່ທະຫານມິດິອານຈະບໍ່ເຫັນໄຟທີ່ຢູ່ໃນໝໍ້ດິນ.

ໃນເວລານັ້ນ, ທະຫານຂອງກິດິໂອນໄດ້ທຸບໝໍ້ດິນພ້ອມກັນ, ທັນໃດນັ້ນ ກໍເກີດໄຟໃນກະບອງ. ແລ້ວພວກເຂົາກໍເປົ່າແກ ແລະ ຮ້ອງຂຶ້ນວ່າ, ສູ້ເພື່ອພຣະເຈົ້າຢາເວ ແລະ ກິດິໂອນ.

ພຣະເຈົ້າເຮັດໃຫ້ພວກມິດິອານສັບສົນ, ດັ່ງນັ້ນ, ເຂົາເລີຍສູ້ ແລະ ຂ້າກັນເອງ. ທັນໃດນັ້ນ, ປະຊາຊົນອິດສະລາເອນທີ່ຢູ່ບ້ານໄດ້ຖືກເອີ້ນມາຊ່ວຍກັນຂັບໄລ່ພວກມິດິອານ. ພວກເຂົາຂ້າພວກມິດິອານເປັນຈໍານວນຫຼວງຫຼາຍ ແລະ ຂັບໄລ່ພວກທີ່ຍັງເຫຼືອອອກຈາກດິນແດນອິດສະລາເອນ. ໃນມື້ນັ້ນ ພວກມິດິອານໄດ້ຕາຍ ຈໍານວນ 120,000. ພຣະເຈົ້າໄດ້ຊ່ວຍກອບກູ້ຊາວອິດສະລາເອນ.

ປະຊາຊົນຕ້ອງການໃຫ້ກິດິໂອນເປັນກະສັດຂອງເຂົາ. ລາວບໍ່ອະນຸຍາດໃຫ້ພວກເຂົາເຮັດສິ່ງນັ້ນ, ແຕ່ລາວໄດ້ຂໍແຫວນຄໍາທີ່ເຂົາເອົາມາຈາກພວກມິດິອານ.ປະຊາຊົນໄດ້ເອົາຄໍາຈໍານວນຫຼວງຫຼາຍໃຫ້ກິດິໂອນ.

ແລ້ວກິດິໂອນກໍໃຊ້ຄໍາເຫຼົ່ານັ້ນເຮັດເຄື່ອງນຸ່ງໃຫ້ແກ່ມະຫາປະໂລຫິດ. ແຕ່ປະຊາຊົນເລີ່ມນະມັດສະການມັນປຽບເໝືອນກັບຮູບເຄົາລົບ. ສະນັ້ນ ພຣະເຈົ້າລົງໂທດອິດສະລາເອນອີກຄັ້ງເພາະພວກເຂົານະມັດສະການຮູບເຄົາລົບ. ພຣະເຈົ້າອານະຍາດໃຫ້ສັດຕູມາທໍາລາຍພວກເຂົາ. ພວກເຂົາກໍຂໍພຣະເຈົ້າໃຫ້ມາຊ່ວຍເຂົາອີກຄັ້ງ, ແລະ ພຣະເຈົ້າກໍຍັງສົ່ງຄົນມາຊ່ວຍເຂົາອີກເຊັ່ນເຄີຍ

ສິ່ງນີ້ເກີດຂຶ້ນຊໍ້າແລ້ວຊໍ້າອີກຄື: ຊາວອິດສະລາເອນເຮັດບາບ, ພຣະເຈົ້າໄດ້ລົງໂທດພວກເຂົາ, ແລ້ວພວກເຂົາກໍກັບໃຈ ແລະ ພຣະເຈົ້າກໍສົ່ງຄົນໄປຊ່ວຍພວກເຂົາອີກ. ເປັນເວລາຫຼາຍປີ ທີ່ພຣະເຈົ້າໄດ້ສົ່ງຜູ້ປົດປ່ອຍຫຼາຍຄົນມາຊ່ວຍຊາວອິດສະລາເອນຈາກພວກສັດຕູ.

ໃນທີ່ສຸດ ປະຊາຊົນກໍຂໍພຣະເຈົ້າມອບກະສັດໃຫ້ພວກເຂົາເໝືອນກັບຊົນຊາດອື່ນ. ພວກເຂົາຢາກມີກະສັດທີ່ສູງ ແລະ ແຂງແຮງ, ແລະ ຜູ້ທີນໍາພວກເຂົາເຂົ້າສູ່ສະໜາມຮົບໄດ້. ພຣະເຈົ້າບໍ່ມັກສິ່ງທີ່ພວກເຂົາຮ້ອງຂໍ, ແຕ່ພຣະອົງກໍໃຫ້ກະສັດຕາມທີ່ພວກເຂົາຮ້ອງຂໍ.

관련정보

생명의 말씀 - GRN 은 성경에 기반한 구원과 그리스도인의 삶에 대한 수천개의 오디오 복음 메시지를 가지고 있습니다.

무료 다운로드 - 여기에서 다운로드 가능한 여러 언어로 된 주요 GRN 메시지 스크립트, 그림 및 기타 관련 자료를 찾을 수 있습니다.

GRN 오디오 도서관 - 전도와 기본 성경 가르침을 위한 자료는 mp3, CD, 카세트 테이프 형태로 사람들의 필요와 문화에 맞추어졌습니다. 녹음은 성경이야기, 전도 메시지, 말씀 읽기, 노래를 포함하여 다양한 스타일로 구성되었습니다.

Choosing the audio or video format to download - What audio and video file formats are available from GRN, and which one is best to use?

Copyright and Licensing - GRN shares its audio, video and written scripts under Creative Commons