unfoldingWord 46 - ໂປໂລກັບໃຈມາເປັນຄຣິສຕຽນ

unfoldingWord 46 - ໂປໂລກັບໃຈມາເປັນຄຣິສຕຽນ

គ្រោង: Acts 8:1-3; 9:1-31; 11:19-26; 13-14

លេខស្គ្រីប: 1246

ភាសា: Lao

ទស្សនិកជន: General

ប្រភេទ: Bible Stories & Teac

គោលបំណង: Evangelism; Teaching

សម្រង់ព្រះគម្ពីរ: Paraphrase

ស្ថានភាព: Approved

ស្គ្រីបគឺជាគោលការណ៍ណែនាំជាមូលដ្ឋានសម្រាប់ការបកប្រែ និងការកត់ត្រាជាភាសាផ្សេង។ ពួកគេគួរតែត្រូវបានកែសម្រួលតាមការចាំបាច់ដើម្បីធ្វើឱ្យពួកគេអាចយល់បាន និងពាក់ព័ន្ធសម្រាប់វប្បធម៌ និងភាសាផ្សេងៗគ្នា។ ពាក្យ និងគោលគំនិតមួយចំនួនដែលប្រើអាចត្រូវការការពន្យល់បន្ថែម ឬសូម្បីតែត្រូវបានជំនួស ឬលុបចោលទាំងស្រុង។

អត្ថបទស្គ្រីប

ໂຊໂລຄືຊາຍໜຸ່ມຜູ້ທີ່ຖືເສື້ອຄຸມຂອງບັນດາຄົນທີ່ຂ້າສະເຕຟາໂນໄວ້ຕອນທີ່ຄົນທັງຫຼາຍກຳລັງຂ້າສະເຕຟາໂນ. ລາວບໍ່ໄດ້ເຊື່ອພຣະເຢຊູ ສະນັ້ນລາວຈຶ່ງຂົ່ມເຫັງບັນດາຄົນທັງຫຼາຍທີ່ເຊື່ອໃນພຣະເຢຊູ. ລາວໄດ້ເຂົ້າໄປໃນແຕ່ລະເຮືອນໃນເຢຣູຊາເລັມເພື່ອຈັບເອົາຜູ້ທີ່ເຊື່ອທັງຜູ້ຍິງແລະຜູ້ຊາຍຂັັງໄວ້ໃນຄຸກ. ນັກບວດໄດ້ອະນຸຍາດໃຫ້ໂຊໂລເດີນທາງໄປຍັງເມືອງດາມັສກັດເພື່ອໄປຈັບກຸມພວກຄຣິສຕຽນແລະນຳກັບມາຍັງນະຄອນເຢຣູຊາເລັມ.

ໃນຂະນະທີ່ໂຊໂລກຳລັງເດີນທາງໄປເມືອງດາມັສກັດ ມີແສງຈາກສະຫວັນສ່ອງລົງມາໃສ່ລາວແລ້ວລາວກໍລົ້ມລົງພື້ນ. ໂຊໂລໄດ້ຍິນສຽງໃຜບາງຄົນເວົ້າວ່າ, “ໂຊໂລ! ໂຊໂລເອີຍ! ເປັນຫຍັງເຈົ້າຈຶ່ງຂົ່ມເຫັງເຮົາ?” ໂຊໂລຖາມຄືນວ່າ, “ນາຍທ່ານແມ່ນຜູ້ໃດນໍ?” ພຣະເຢຊູຈຶ່ງໄດ້ຕອບລາວວ່າ, “ເຮົາແມ່ນເຢຊູຜູ້ທີ່ເຈົ້າກຳລັງຂົ່ມເຫັງ!”

ເມື່ອໂຊໂລລຸກຂຶ້ນ ເພິ່ນກໍບໍ່ເຫັນຮຸ່ງ. ເພື່ອນຂອງເພິ່ນໄດ້ນຳເພິ່ນເຂົ້າໄປໃນເມືອງດາມັສກັດ. ໂຊໂລບໍ່ໄດ້ກີນຫຼືດື່ມສິ່ງໃດເປັນເວລາ3ວັນ.

ຍັງມີສາວົກຄົນໜຶ່ງຊື່ວ່າ ອານາເນຍ. ພຣະເຈົ້າຊົງບອກກັບລາວວ່າ, “ຈົ່ງໄປເຮືອນທີ່ໂຊໂລກຳລັງພັກຢູ່ ແລ້ວວາງມືໃສ່ລາວເພື່ອລາວຈະໄດ້ເຫັນຮຸ່ງອີກຄັ້ງ.” ແຕ່ອານາເນຍວ່າ: "ນາຍເຈົ້າເອີຍ, ຂ້ານ້ອຍໄດ້ຍິນມາວ່າຊາຍຄົນນີ້ໄດ້ຂົ່ມເຫັງບັນດາຜູ້ທີ່ເຊື່ອທັງຫຼາຍ.” ພຣະເຈົາຊົງຕອບລາວວ່າ: “ຈົ່ງໄປໂລດ! ເຮົາໄດ້ເລືອກລາວໄວ້ເພື່ອປະກາດນາມຊື່ຂອງເຮົາໃຫ້ກັບພວກຢິວແລະຊົນຊາດອື່ນໆ. ລາວຈະຕ້ອງທົນທຸກທໍລະມານຍ້ອນນາມຂອງເຮົາ.”

ສະນັ້ນອານາເນຍຈຶ່ງໄປເພື່ອວາງມືໃສ່ໂຊໂລແລະກ່າວວ່າ, “ພຣະເຢຊູຜູ້ທີ່ປະກົດແກ່ທ່ານໃນລະຫວ່າງການເດີນທາງມາທີ່ນີ້ນັ້ນໄດ້ສົ່ງຂ້ອຍມາຫາເຈົ້າ ເພື່ອຈະເຮັດໃຫ້ເຈົ້າໄດ້ເຫັນຮຸ່ງອີກຄັ້ງແລະຈະໄດ້ເຕັມໄປດ້ວຍລິດພຣະວິນຍານບໍລິສຸດ.” ທັນໃດນັ້ນໂຊໂລກໍສາມາດເຫັນຮຸ່ງໄດ້ອີກຄັ້ງ ແລ້ວ ອານາເນຍກໍໃຫ້ລາວໄດ້ຮັບບັບຕິສະມາ. ຈາກນັ້ນໂຊໂລກໍຮັບປະທານອາຫານແລະກໍມີແຮງຂຶ້ນມາ.

ທັນໃດນັ້ນ, ໂຊໂລກໍເລີ່ມປະກາດກັບຊາວຢິວທີ່ຢູ່ໃນເມືອງດາມັສກັດ ໂດຍກ່າວວ່າ, “ພຣະເຢຊູຊົງເປັນພຣະບຸດຂອງພຣະເຈົ້າ!” ພວກຢິວພາກັນປະຫຼາດໃຈທີ່ເຫັນວ່າຊາຍຄົນທີ່ພະຍາຍາມທຳລາຍຜູ້ທີ່ເຊື່ອ ກັບມາຮັບເຊື່ອໃນອົງພຣະເຢຊູ! ໂຊໂລໄດ້ບອກເຫດຜົນກັບພວກຢິວແລະ ພິສູດໃຫ້ພວກເຂົາເຫັນວ່າ ພຣະເຢຊູຊົງເປັນພຣະເມຊີອາ.

ຫຼາຍມື້່ຜ່ານໄປ ພວກຢິວໄດ້ພາກັນວາງແຜນທີ່ຈະຂ້າໂຊໂລ. ໃນຄືນໜຶ່ງ ພວກເຂົາໄດ້ສົ່ງຄົນອອກໄປເຝົ້າເບິ່ງລາວຢູ່ປະຕູເມືອງເພື່ອກຽມທີ່ຈະຂ້າລາວ. ແຕ່ໂຊໂລໄດ້ຍິນກ່ຽວກັບແຜນການນັ້ນ, ໝູ່ຂອງລາວຈຶ່ງຊ່ວຍໃຫ້ລາວໜີອອກໄປຈາກເມືອງດາມັສກັດໂດຍໃຫ້ລາວນັ່ງໃນກະຕ່າແລ້ວຄ່ອຍໆປ່ອຍກະຕ່າລົງໄປນອກກຳແພງເມືອງ. ຫຼັງຈາກທີ່ໂຊໂລໄດ້ໜີອອກໄປຈາກເມືອງດາມັສກັດແລ້ວ ລາວກໍຍັງສືບຕໍ່ປະກາດເລື່ອງຂອງພຣະເຢຊູ.

ໂຊໂລໄດ້ເດີນທາງກັບໄປຍັງນະຄອນເຢຣູຊາເລັມເພື່ອພົບກັບບັນດາສາວົກຄົນອື່ນໆ, ແຕ່ພວກເຂົາກໍຍັງມີຄວາມຮູ້ສຶກຢ້ານລາວຢູ່. ແລ້ວກໍມີສາວົກຄົນໜຶ່ງຊື່ວ່າ ບາຣະນາບານຳໂຊໂລເຂົ້າໄປຫາພວກອັກຄະສາວົກແລ້ວເລົ່າໃຫ້ພວກເຂົາຟັງເຖິງການປະກາດຢ່າງກ້າຫານຂອງໂຊໂລໃນເມືອງດາມັສກັດ. ຫຼັງຈາກນັ້ນ ພວກສາວົກຄົນອື່ນໆຈຶ່ງຍອມຮັບໂຊໂລ.

ຄົນທີ່ເຊື່ອບາງຄົນໄດ້ໜີອອກຈາກການຂົ່ມເຫັງໃນເຢຣູຊາເລັມແລ້ວອອກໄປປະກາດເລື່ອງຂອງພຣະເຢຊູຢູ່ເມືອງອັນຕີໂອເຂຍ. ຄົນສ່ວນຫຼາຍໃນເມືອງອັນຕີໂອເຂຍບໍ່ແມ່ນຄົນຢິວ ແຕ່ໃນຊ່ວງທຳອິດກໍມີຄົນຫຼາຍໃນພວກເຂົາກາຍເປັນຜູ້ທີ່ເຊື່ອ. ບາຣະນາບາແລະໂຊໂລໄດ້ອອກໄປສັ່ງສອນພວກຄົນທີ່ເຊື່ອໃໝ່ເຫຼົ່ານັ້ນ ເພື່ອໃຫ້ເຂົາເຂົ້າໃຈຫຼາຍຂຶ້ນໃນເລື່ອງຂອງອົງພຣະເຢຊູ ແລະ ເພື່ອເສີມກຳລັງໃຫ້ກັບຄຣິສຕະຈັກ. ບັນດາຜູ້ທີ່ເຊື່ອພຣະເຢຊູໃນເມືອງອັນຕີໂອເຂຍໄດ້ຖືກເອີ້ນເປັນຄັ້ງທຳອິດວ່າ, “ຊາວຄຣິສຕຽນ.”

ມື້ໜຶ່ງໃນຂະນະທີ່ຄຣິສຕຽນທີ່ຢູ່ໃນເມືອງອັນຕີໂອເຂຍກຳລັງຖືສິນອົດແລະພາວະນາອະທິຖານຢູ່ນັ້ນ ພຣະວິນຍານບໍລິສຸດກໍກ່າວກັບພວກເຂົາວ່າ, “ຈົ່ງຕັ້ງບາຣະນາບາ ແລະ ໂຊໂລທັງສອງໃຫ້ອອກມາເຮັດໃນສິ່ງທີ່ເຮົາໄດ້ເອີ້ນພວກເຂົາໃຫ້ເຮັດ.” ສະນັ້ນ ຄຣິສຕະຈັກໃນເມືອງອັນຕີໂອເຂຍໄດ້ພາວັນນາອະທິຖານເພື່ອບາຣະນາບາແລະໂຊໂລ ແລະວາງມືໃສ່ພວກເຂົາ. ແລ້ວພວກເຂົາກໍສົ່ງທັງສອງຄົນອອກໄປປະກາດຂ່າວປະເສີດເລື່ອງຂອງອົງພຣະເຢຊູຢູ່ຕາມບ່ອນຕ່າງໆ. ບາຣະນາບາແລະໂຊໂລໄດ້ສັ່ງສອນປະຊາຊົນຈາກກຸ່ມໜຶ່ງໄປຫາອີກກຸ່ມໜຶ່ງ ແລະກໍມີຫຼາຍຄົນໄດ້ຮັບເຊື່ອໃນອົງພຣະເຢຊູ.

ព័ត៌មានពាក់ព័ន្ធ

Free downloads - Here you can find all the main GRN message scripts in several languages, plus pictures and other related materials, available for download.

The GRN Audio Library - Evangelistic and basic Bible teaching material appropriate to the people's need and culture in a variety of styles and formats.

Choosing the audio or video format to download - What audio and video file formats are available from GRN, and which one is best to use?

Copyright and Licensing - GRN shares it's audio, video and written scripts under Creative Commons