Veldu tungumál

mic

unfoldingWord 22 - ການເກີດຂອງໂຢຮັນ

unfoldingWord 22 - ການເກີດຂອງໂຢຮັນ

Útlínur: Luke 1

Handritsnúmer: 1222

Tungumál: Lao

Áhorfendur: General

Tilgangur: Evangelism; Teaching

Features: Bible Stories; Paraphrase Scripture

Staða: Approved

Forskriftir eru grunnleiðbeiningar fyrir þýðingar og upptökur á önnur tungumál. Þau ættu að vera aðlöguð eftir þörfum til að gera þau skiljanleg og viðeigandi fyrir hverja menningu og tungumál. Sum hugtök og hugtök sem notuð eru gætu þurft frekari skýringar eða jafnvel skipt út eða sleppt alveg.

Handritstexti

ໃນອະດີດ, ພະເຈົ້າໄດ້ກ່າວຕໍ່ປະຊາຊົນຂອງພະອົງຜ່ານເທວະດາ ແລະ ຜູ້ປະກາດພະຄໍາຂອງພະອົງ. ແຕ່ຜ່ານໄປ 400 ປີ ແລ້ວທີ່ພະອົງບໍ່ໄດ້ກ່າວຫຍັງຕໍ່ປະຊາຊົນຂອງພະອົງ. ແລ້ວຈາກນັ້ນພະເຈົ້າສົ່ງເທວະດາຂອງພະອົງມາກ່າວຕໍ່ນັກບວດແກ່ຄົນໜຶ່ງຊື່ວ່າ: ເຊຄາຣິຢາ. ເຊຄາຣິຢາ ກັບເມຍຂອງລາວຊື່: ເອລີຊາເບັດເປັນຄົນດີມີສິນທໍາ ແຕ່ນາງເອລິຊາເບັດເປັນໝັນບໍ່ມີລູກ.

ເທວະດາໄດ້ກ່າວຕໍ່ເຊຄາຣິຢາວ່າ: ເມຍຂອງເຈົ້າຈະຖືພາລູກຊາຍຄົນໜຶ່ງ, ໃຫ້ເຈົ້າຕັ້ງຊື່ລາວວ່າ: ໂຢຮັນ, ເຊິ່ງລາວຈະເຕັມໄປດ້ວຍພຣະວິນຍານບໍລິສຸດ, ແລະ ລາວຈະຕຽມປະຊາກອນຂອງພະເມຊິອາ. ແລ້ວເຊຄາຣິຢາກໍ່ກ່າວວ່າ: ຂ້ານ້ອຍ ແລະ ເມຍ ເຖົ້າແກ່ເກີນທີ່ຈະມີລູກ, ເຮັດແນວໃດຂ້ານ້ອຍຈຶ່ງຈະເຊື່ອໄດ້.

ແລ້ວເທວະດາກໍ່ກ່າວຄືນຕໍ່ເຊຄາຣິຢາວ່າ: ເຮົານໍາຂ່າວດີນີ້ມາສູ່ເຈົ້າ, ແຕ່ເພາະເຈົ້າບໍ່ເຊື່ອເຮົາ, ເຈົ້າຈະເວົ້າບໍ່ໄດ້ຈົນກ່ວາລູກຂອງເຈົ້າຈະເກີດ ແລະ ໃນທັນໃດນັ້ນເຊຄາຣິຢາກໍ່ເວົ້າບໍ່ໄດ້. ແລ້ວເທວະດາກໍ່ຈາກເຊຄາຣິຢາໄປ. ເຊຄາຣິຢາໄດ້ກັບເມືອເຮືອນຂອງລາວ ແລະ ເມຍຂອງລາວກໍໄດ້ຖືພາ.

ເມື່ອເອລີຊາເບັດຖືພາໄດ້ 6 ເດືອນ, ເທວະດາຕົນນັ້ນກໍໄດ້ປະກົດຕໍ່ພີ່ນ້ອງຂອງນາງ, ຜູ້ມີຊື່ວ່າ: ມາຣີ,ນາງເປັນຍິງສາວບໍລິສຸດ ຊຶ່ງຕອນນັ້ນກໍາລັງໝັ້ນໝາຍ ແລະ ກໍາລັງຈະແຕ່ງງານກັບຊາຍຊື່ວ່າ: ໂຢເຊັບ, ເທວະດາໄດ້ກ່າວຕໍ່ນາງວ່າ: ເຈົ້າຈະຖືພາ ແລະ ເກີດບຸດຊາຍ ໃຫ້ເຈົ້າຕັ້ງຊື່ລາວວ່າ: ເຢຊູ ຊຶ່ງເພິ່ນຈະເປັນບຸດຂອງພະເຈົ້າຜູ້ຍິ່ງໃຫຍ່ ແລະ ຈະຄຸ້ມຄອງຕະຫຼອດໄປ.

ມາຣີໄດ້ຕອບຄືນວ່າ: ເປັນໄປໄດ້ຢ່າງໃດ ຂ້ານ້ອຍຍັງບໍລິສຸດຢູ່? ເທວະດາກໍ່ອະທິບາຍວ່າ: ພະວິນຍານບໍລິສຸດຈະມາຫາເຈົ້າ ແລະ ອໍານາດຂອງພະເຈົ້າຈະຄອບຄອງເຈົ້າໃຫ້ມີລູກໄດ້, ເພື່ອບຸດນັ້ນຈະເປັນຜູ້ບໍລິສຸດຄືລູກຂອງພະເຈົ້າ ແລະ ມາຣີກໍ່ເຊື່ອ ແລະ ຍອມຮັບສິ່ງທີ່ເທວະດາກ່າວຕໍ່ນາງ.

ຫຼັງຈາກເທວະດາກ່າວກັບນາງແລ້ວ, ນາງມາຣີກໍໄດ້ໄປຢ້ຽມຢາມນາງເອລີຊາເບັດ. ໃນຂະນະທີ່ນາງເອລີຊາເບັດໄດ້ຍິນສຽງທັກທາຍຂອງນາງມາລີ ລູກຂອງນາງເອລີຊາເບັດຢູ່ໃນທ້ອງກໍ່ເໜັງຕີງໄປມາ. ພວກນາງທັງສອງຕ່າງກໍຊື່ນຊົມຍິນດີກັບສິ່ງທີ່ພະເຈົ້າໄດ້ໃຫ້ເກີດຂຶ້ນກັບເຂົາ. ມາຣີໄດ້ຢູ່ຕໍ່ກັບເອລີຊາເບັດ 3 ເດືອນແລ້ວນາງກໍກັບເມືອເຮືອນຂອງນາງ.

ຫຼັງຈາກເອລີຊາເບັດໄດ້ເກີດລູກຊາຍແລ້ວ. ເຊຄາຣິຢາ ແລະ ນາງກໍ່ຕັ້ງຊື່ໃຫ້ລູກວ່າ: ໂຢຮັນ “ ຕາມທີ່ເທວະດາໄດ້ກ່າວ” , ພະເຈົ້າໄດ້ອະນຸຍາດໃຫ້ເຊຄາຣິຢາເວົ້າໄດ້ອີກຄັ້ງ, ຈາກນັ້ນເຊຄາຣິຢາກໍກ່າວຂຶ້ນ ”ສັນເສີນພະເຈົ້າ ເພາະພະອົງຈື່ຈໍາປະຊາຊົນຂອງພະອົງ, ໂຢຮັນລູກຊາຍເອີ້ຍ ເຈົ້າຈະເປັນຜູ້ປະກາດພະຄໍາຂອງພະເຈົ້າຜູ້ຍິ່ງໃຫຍ່ສູງສຸດ ຄືຜູ້ທີ່ຈະຍົກຜິດຍົກບາບໃຫ້ແກ່ພວກເຂົາໄດ້.

Tengdar upplýsingar

Orð lífsins - Hljóðboðskapur í guðspjalli á þúsundum tungumála sem inniheldur biblíutengdan boðskap um hjálpræði og kristna lífsstíl.

Choosing the audio or video format to download - What audio and video file formats are available from GRN, and which one is best to use?

Copyright and Licensing - GRN shares its audio, video and written scripts under Creative Commons