unfoldingWord 29 - ເລື່ອງຄົນຮັບໃຊ້ທີ່ບໍ່ມີຄວາມເມດຕາ
Kontuur: Matthew 18:21-35
Skripti number: 1229
Keel: Lao
Publik: General
Eesmärk: Evangelism; Teaching
Features: Bible Stories; Paraphrase Scripture
Olek: Approved
Skriptid on põhijuhised teistesse keeltesse tõlkimisel ja salvestamisel. Neid tuleks vastavalt vajadusele kohandada, et need oleksid arusaadavad ja asjakohased iga erineva kultuuri ja keele jaoks. Mõned kasutatud terminid ja mõisted võivad vajada rohkem selgitusi või isegi asendada või täielikult välja jätta.
Skripti tekst
ວັນໜຶ່ງເປໂຕໄດ້ຖາມພຣະເຢຊູວ່າ, "ນາຍເຈົ້າເອີຍ ຂ້ານ້ອຍຕ້ອງຍົກໂທດໃຫ້ນ້ອງຊາຍຂອງຂ້ານ້ອຍຈັກເທື່ອ ເມື່ອລາວເຮັດຜິດບາບຕໍ່ຂ້ານ້ອຍ? ຕັ້ງເຈັດເທື່ອພຸ້້ນບໍ?" ພຣະເຢຊູຕອບວ່າ, "ບໍ່ແມ່ນເຈັດເທື່ອ ແຕ່ແມ່ນເຈັດສິບຄູນເຈັດເທື່ອ." ພຣະເຢຊູໝາຍຄວາມວ່າ ເຮົາຕ້ອງຍົກໂທດໃຫ້ກັນເລື້ອຍໆ. ແລ້ວພຣະເຢຊູໄດ້ບອກເລື່ອງນີ້ສູ່ເຂົາຟັງ.
ພຣະເຢຊູກ່າວວ່າ, “ອານາຈັກຂອງພຣະເຈົ້າກໍເໝືອນດັ່ງ ກະສັດຄົນໜຶ່ງທີ່ຕ້ອງການຖາມໜີ້ຈາກຄົນຮັບໃຊ້ຂອງຕົນ. ໜຶ່ງໃນຄົນຮັບໃຊ້ລາວນັ້ນຕິດໜີ້ລາວສອງແສນຕະລັນຕົນ (ເງິນໃນຍຸກນັ້ນ)”
ແຕ່ຄົນຮັບໃຊ້ນັ້ນບໍ່ສາມາດໃຊ້ໜີ້ຂອງຕົນໄດ້, ກະສັດຈິ່ງເວົ້າວ່າ: "ຂາຍຊາຍຄົນນີ້ ແລະ ຄອບຄົວຂອງລາວສາ! ເພື່ອເຂົາຈະມີເງິນມາໃຊ້ໜີ້."
ຄົນຮັບໃຊ້ຜູ້ນັ້ນຈຶ່ງຂູ່ເຂົ່າລົງ ແລະ ຂໍຮ້ອງຕໍ່ກະສັດວ່າ, ‘ຂໍໃຫ້ທ່ານອົດທົນນໍາຂ້ານ້ອຍແດ່ທ້ອນ, ແລ້ວຂ້ານ້ອຍຈະຫາເງິນມາຈ່າຍໜີ້ທັງໝົດໃຫ້ທ່ານ.’ ກະສັດຮູ້ສຶກອີ່ດູຕົນຄົນຮັບໃຊ້ຜູ້ນັ້ນ, ສະນັ້ນ ກະສັດຈຶ່ງຍົກໜີ້ທັງໝົດໃຫ້ລາວ ແລະ ປ່ອຍລາວກັບໄປ.
ແຕ່ເມື່ອຄົນຮັບໃຊ້ຜູ້ນັ້ນກັບຈາກກະສັດ, ລາວໄດ້ພົບໝູ່ທີ່ເປັນຄົນໃຊ້ຜູ້ໜຶ່ງທີ່ເປັນໜີ້ຄ່າຈ້າງລາວສີ່ເດືອນ, ຄົນໃຊ້ຜູ້ນັ້ນຈຶ່ງສວາຍໂອກາດເວົ້າວ່າ, "ຈົ່ງຈ່າຍເງິນທີ່ເຈົ້າເປັນໜີ້ມາໃຫ້ຂ້ອຍແມ້!”
ເພື່ອນຄົນໃຊ້ຜູ້ນັ້ນໄດ້ຂູ່ເຂົ່າລົງ ແລະ ເວົ້າວ່າ, "ຂໍໃຫ້ເຈົ້າຈົ່ງອົດທົນກັບຂ້ອຍແດ່ທ້ອນ, ແລ້ວຂ້ອຍຈະຫາເງິນມາໃຊ້ເຈົ້າທັງໝົດ." ແຕ່ຄົນໃຊ້ນັ້ນບໍ່ໄດ້ຟັງທີ່ລາວຮ້ອງຂໍ ແລະ ຈັບລາວໄປຄັງຄຸກຈົນກ່ວາລາວຈະໃຊ້ໜີ້.
ມີຄົນຮັບໃຊ້ອື່ນຫຼາຍຄົນເຫັນສິ່ງທີ່ເກີດຂຶ້ນ ແລະ ຮູ້ສຶກເປັນກັງວົນ. ພວກເຂົາຈຶ່ງໄປຫາກະສັດ ແລະ ບອກເລື່ອງທັງໝົດໃຫ້ກະສັດຟັງ.
ກະສັດຈຶ່ງເອີ້ນຄົນຮັບໃຊ້ຜູ້ນັ້ນມາ ແລະ ເວົ້າວ່າ, ‘ເຈົ້າຄົນຮັບໃຊ້ຊົ່ວຊ້າ! ເຮົາໄດ້ລົບໜີ້ໃຫ້ເຈົ້າເພາະເຈົ້າໄດ້ຂໍຮ້ອງເຮົາ.ເຈົ້າກໍຄວນເຮັດເຊັ່ນນັ້ນກັບໝູ່ເຈົ້າຄືກັນ.’ ກະສັດໂກດຮ້າຍຫຼາຍຈຶ່ງຈັບລາວຂັງຄຸກຈົນກ່ວາລາວຈະໃຊ້ໜີ້ໝົດ.
ຈາກນັ້ນພຣະເຢຊູກ່າວວ່າ, “ນີ້ຄືສິ່ງທີ່ພຣະບິດາຂອງເຮົາຢູ່ເທິງສະຫວັນຈະກະທໍາແກ່ພວກເຈົ້າ ຖ້າພວກເຈົ້າບໍ່ໃຫ້ອະໄພອ້າຍເອື້ອຍນ້ອງຂອງພວກເຈົ້າຈາກໃຈ.”