unfoldingWord 24 - ໂຢຮັນບັບຕິດສະມາພຣະເຢຊູ
План: Matthew 3; Mark 1; Luke 3; John 1:15-37
Нумар сцэнарыя: 1224
мова: Lao
Аўдыторыя: General
Прызначэнне: Evangelism; Teaching
Features: Bible Stories; Paraphrase Scripture
Статус: Approved
Скрыпты - гэта асноўныя рэкамендацыі для перакладу і запісу на іншыя мовы. Яны павінны быць адаптаваны па меры неабходнасці, каб зрабіць іх зразумелымі і актуальнымі для кожнай культуры і мовы. Некаторыя выкарыстаныя тэрміны і паняцці могуць мець патрэбу ў дадатковых тлумачэннях або нават быць замененымі або цалкам апушчанымі.
Тэкст сцэнара
ໂຢຮັນ, ລູກຊາຍຂອງເຊຄາລີຢາ ແລະ ເອລິຊາເບັດ, ໄດ້ເຕີບໃຫຍ່ຂຶ້ນ ແລະ ເປັນຜູ້ປະກາດພະຄໍາ ລາວໄດ້ອາໄສໃນປ່າເລິກ ກິນນໍ້າເຜິ້ງປ່າ ແລະ ຕັກກະແຕນ ແລະ ເຄື່ອງນຸ່ງຫົ່ມຂອງລາວເຮັດມາຈາກຂົນໂອດ.
ມີຄົນຈໍານວນຫຼາຍທີ່ອອກຈາກເມືອງເພື່ອມາຟັງໂຢຮັນເທດສະໜາ. ລາວເທດສະໜາຕໍ່ພວກເຂົາວ່າ”ຈົ່ງກັບໃຈ, ເພາະວ່າຣາຊາອານາຈັກພຣະເຈົ້າໃກ້ເຂົ້າມາແລ້ວ!”
ເມື່ອຄົນທັງຫຼາຍໄດ້ຍິນທີ່ໂຢຮັນເວົ້າ, ພວກເຂົາທັງຫຼາຍຈຶ່ງກັບໃຈຈາກການເຮັດບາບ ແລະ ໂຢຮັນໄດ້ເຮັດບັບຕິດສະມາໃຫ້ພວກເຂົາ. ບັນດາຜູ້ນໍາສາດສະໜາມາຫາໂຢຮັນ ເພື່ອຮັບບັບຕິດສະມາ ແຕ່ພວກເຂົາບໍ່ໄດ້ກັບໃຈຈາກການເຮັດບາບ.
ໂຢຮັນເວົ້າໃຫ້ພວກຜູ້ນໍາສາດສະໜາ, “ພວກຊາດງູຜິດ! ພວກເຈົ້າຈົ່ງກັບໃຈ ແລະ ປ່ຽນແປງພຶດຕິກໍາຂອງພວກເຈົ້າ. ຕົ້ນໄມ້ທີ່ບໍ່ເກີດຜົນຈະຖືກຕັດຖິ້ມ ແລະໂຍນໃສ່ກອງໄຟ.” ໂຢຮັນໄດ້ເປັນດັ່ງທີ່ຜູ້ທໍານາຍເຄີຍກ່າວໄວ້ວ່າ, “ເບິ່ງແມ້! ເຮົາໄດ້ສົ່ງຜູ້ນຳຂ່າວໄປກ່ອນໜ້າເຈົ້າ ຜູ້ທີ່ຈັດຕຽມຫົນທາງສໍາລັບເຈົ້າ.”
ຊາວຢິວບາງຄົນໄດ້ຖາມໂຢຮັນວ່າລາວແມ່ນພຣະເມຊິອາບໍ?. ໂຢຮັນຕອບວ່າ,”ຂ້ອຍບໍ່ແມ່ນພຣະເມຊີອາ, ແຕ່ແມ່ນອີກຊາຍຄົນໜຶ່ງຈະມາພາຍຫຼັງເຮົາ. ເພິ່ນເປັນຄົນທີ່ຍິ່ງໃຫຍ່ເໜືອເຮົາ ແລະ ເຮົາກໍບໍ່ສົມຄວນແມ້ແຕ່ແກ້ສາຍຮັດເກີບຂອງເພິ່ນ.”
ມື້ຕໍ່ມາ, ພຣະເຢຊູເຈົ້າ ໄດ້ມາຮັບບັບຕິດສະມາກັບໂຢຮັນ. ເມື່ອໂຢຮັນເຫັນເພິ່ນ, ລາວເວົ້າວ່າ, “ຫັັນເດ! ລູກແກະຂອງພຣະເຈົ້າ ຜູ້ຊົງຮັບເອົາຄວາມຜິດບາບຂອງມະນຸດທຸກຄົນໃນໂລກໄປເສຍ.”
ໂຢຮັນເວົ້າກັບພຣະເຢຊູເຈົ້າວ່າ, “ຂ້ານ້ອຍບໍ່ເໝາະສົມທີ່ຈະຮັບບັບຕິດສະມາໃຫ້ພຣະອົງເລີຍ. ແຕ່ຂ້ານ້ອຍຄວນຮັບບັບຕິດສະມາຈາກພຣະອົງຫຼາຍກ່ວາ.” ແຕ່ພຣະເຢຊູເຈົ້າຕອບວ່າ, “ເຈົ້າຄວນຮັບບັບຕິດສະມາໃຫ້ເຮົາເພາະມັນເປັນສິ່ງທີ່ຖືກຕ້ອງ.” ສະນັ້ນໂຢຮັນຈຶ່ງເຮັດບັບຕິດສະມາໃຫ້ພຣະອົງ, ເຖິງແມ່ນວ່າພຣະເຢຊູບໍ່ເຄີຍເຮັດບາບກໍຕາມ.
ເມື່ອພຣະເຢຊູເຈົ້າຂຶ້ນຈາກການຮັບບັບຕິດສະມາ, ພຣະວິນຍານຂອງພຣະເຈົ້າໄດ້ມາປະກົດເປັນຮູບນົກເຂົາສີຂາວ ແລະ ຈັບຢູ່ທີ່ບ່າພຣະອົງ. ໃນເວລາດຽວກັນ, ສຽງຂອງພຣະເຈົ້າຈາກສະຫວັນ, ກ່າວວ່າ, “ເຈົ້າເປັນລູກທີ່ຮັກຂອງເຮົາ, ແລະ ເຮົາພໍໃຈໃນເຈົ້າຫຼາຍ.”
ພຣະເຈົ້າໄດ້ເຄີຍບອກເລື່ອງນີ້ກັບໂຢຮັນມາກ່ອນແລ້ວວ່າ, “ຈະມີພຣະວິນຍານບໍລິສຸດລົງມາເທິງຊາຍຄົນທີ່ເຈົ້າເຮັດບັບຕິດສະມາໃຫ້. ຊາຍຜູ້ນັ້ນແມ່ນບຸດຂອງພຣະເຈົ້າ.” ມີພຽງພຣະເຈົ້າອົງດຽວເທົ່ານັ້ນ. ແຕ່ເມື່ອໂຢຮັນໄດ້ເຮັດບັບຕິດສະມາໃຫ້ພຣະເຢຊູ ລາວຍິນສຽງຂອງ ພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ.