unfoldingWord 37 - ພຣະເຢຊູຊົງບັນດານໃຫ້ລາຊະໂຣເປັນຄືນມາຈາກຕາຍ

إستعراض: John 11:1-46
رقم النص: 1237
لغة: Lao
الجماهير: General
الغرض: Evangelism; Teaching
Features: Bible Stories; Paraphrase Scripture
حالة: Approved
هذا النص هو دليل أساسى للترجمة والتسجيلات فى لغات مختلفة. و هو يجب ان يعدل ليتوائم مع اللغات و الثقافات المختلفة لكى ما تتناسب مع المنطقة التى يستعمل بها. قد تحتاج بعض المصطلحات والأفكار المستخدمة إلى شرح كامل أو قد يتم حذفها فى ثقافات مختلفة.
النص

ມື້ໜຶ່ງພຣະເຢຊູໄດ້ຮັບຂ່າວວ່າລາຊະໂຣປ່ວຍໜັກ. ລາຊະໂຣແລະເອື້ອຍທັງ 2 ຂອງລາວຄືມາຣີແລະມາທາເປັນເພື່ອນສະໜິດຂອງພຣະເຢຊູ. ເມື່ອພຣະເຢຊູໄດ້ຮັບຂ່າວນີ້, ພຣະອົງຊົງກ່າວວ່າ, “ການເຈັບປ່ວຍຄັ້ງນີ້ຈະບໍ່ເຖິງຂັ້ນຕ້ອງຕາຍ ແຕ່ມັນເກີດຂຶ້ນເພື່ອພຣະເຈົ້າຈະໄດ້ຮັບກຽດ.” ພຣະເຢຊູຊົງຮັກເພື່ອນສະໜິດຂອງພຣະອົງ. ພຣະເຢຊູຊົງລໍຖ້າໃຫ້ເວລາຜ່ານໄປ2ວັນ.

ຫຼັງຈາກ2ວັນຜ່ານໄປ ພຣະເຢຊູຈິ່ງບອກກັບສາວົກຂອງພຣະອົງວ່າ, “ໃຫ້ພວກເຮົາພາກັນກັບໄປຍັງແຂວງຢູດາກັນເທາະ!” ພວກສາວົກຕອບພຣະອົງວ່າ “ແຕ່ພຣະອາຈານເອີຍ, ເມື່ອບໍ່ດົນມານີ້ພວກເຂົາຕ້ອງການຂ້າພຣະອົງ!” ແລ້ວພຣະເຢຊູຊົງກ່າວວ່າ, “ເພື່ອນລາຊະໂຣຂອງເຮົາໄດ້ນອນຫຼັບໄປ ແລະເຮົາຕ້ອງໄປປຸກລາວໃຫ້ຕື່ນຂຶ້ນ.”

ສາວົກຂອງພຣະເຢຊູກ່າວວ່າ, “ພຣະອາຈານເອີຍ, ຖ້າຫາກລາຊະໂຣຍັງນອນຫຼັບຢູ່ ລາວກໍຄົງຈະຕື່ນແລ້ວ. ແລ້ວພຣະເຢຊູຈິ່ງບອກພວກເຂົາຢ່າງໂດຍຕົງເລີຍວ່າ, ລາຊະໂຣຕາຍແລ້ວ. ເຮົາຮູ້ສຶກດີໃຈທີ່ເຮົາບໍ່ໄດ້ຢູ່ທີ່ນັ້ນ ເພື່ອວ່າພວກເຈົ້າຈະໄດ້ເຊື່ອໃນເຮົາເມື່ອພວກເຈົ້າເຫັນສິ່ງທີ່ເຮົາກຳລັງຈະເຮັດ.”

ເມື່ອພຣະເຢຊູໄປຮອດບ້ານຂອງລາຊະໂຣແລ້ວກໍພົບວ່າລາຊະໂຣໄດ້ຕາຍໄປໄດ້ 4 ວັນແລ້ວ. ມາທາແລ່ນອອກມາຫາພຣະເຢຊູແລະເວົ້າວ່າ, “ພຣະອາຈານເອີຍ, ຖ້າທ່ານຫາກຢູ່ທີ່ນີ້ ນ້ອງຂອງພວກຂ້ານ້ອຍກໍຄົງບໍ່ຕາຍ. ແຕ່ຂ້ານ້ອຍເຊື່ອວ່າພຣະເຈົ້າຈະປະທານທຸກສິ່ງທີ່ທຸກຢ່າງໃຫ້ທ່ານເມື່ອທ່ານທູນຂໍຈາກພຣະອົງ.”

ພຣະເຢຊູຊົງຕອບນາງວ່າ, ເຮົານີ້ແຫຼະເປັນເຫດໃຫ້ຄົນທັງປວງເປັນຄືນມາແລະເປັນຊີວິດ. ຜູ້ທີ່ເຊື່ອໃນເຮົາຈະບໍ່ຕາຍ. ເຈົ້າເຊື່ອສິ່ງນີ້ບໍ?” ມາທາຕອບພຣະເຢຊູວ່າ, “ເຊື່ອແທ້ພຣະອາຈານເອີຍ! ຂ້ານ້ອຍເຊື່ອວ່າພຣະອົງຊົງເປັນພຣະເມຊີອາ, ພຣະບຸດຂອງພຣະເຈົ້າ.”

ແລ້ວມາຣີກໍມາເຖິງແລະໝອບລົງທີ່ຕີນຂອງພຣະເຢຊູແລະກ່າວວ່າ, “ພຣະອາຈານເອີຍ, ຖ້າທ່ານຢູ່ທີ່ນີ້ນ້ອງຂອງພວກຂ້ານ້ອຍຄົງບໍ່ຕາຍ.” ພຣະເຢຊູຖາມພວກເຂົາວ່າ, ພວກເຈົ້າຝັງລາຊະໂຣຢູ່ທີ່ໃດ?” ພວກເຂົາຕອບພຣະອົງວ່າ, ຝັງໄວ້ຢູ່ໃນອຸບມຸງ, ເຊີນມາເບິ່ງທາງພີ້.” ແລ້ວພຣະເຢຊູຊົງຮ້ອງໄຫ້.

ອຸບມຸງຄືຖໍ້າທີ່ມີກ້ອນຫີນປິດປາກທາງເຂົ້າໄວ້. ເມື່ອພຣະເຢຊູມາຮອດອຸບມຸງ, ພຣະອົງຊົງບອກພວກເຂົາວ່າ, “ຈົ່ງກິ້ງກ້ອນຫີນອອກ.” ແຕ່ມາທາກ່າວວ່າ, “ລາວຕາຍໄດ້4ວັນມາແລ້ວ. ປານນີ້ສົບຂອງລາວຄົງຈະເໝັນແຮງແລ້ວ.”

ພຣະເຢຊູຕອບວ່າ, “ເຮົາໄດ້ບອກເຈົ້າແລ້ວບໍ່ແມ່ນຫຼືວ່າ ຖ້າເຈົ້າເຊື່ອເຈົ້າຈະໄດ້ເຫັນສະຫງ່າຣາສີຂອງພຣະເຈົ້າ? ສະນັ້ນພວກເຂົາຈຶ່ງກຶ່ງກ້ອນຫີນອອກ.

ແລ້ວພຣະເຢຊູຈິ່ງເງີຍໜ້າຂຶ້ນເທິງຟ້າແລະກ່າວວ່າ, “ໂອພຣະບິດາເຈົ້າເອີຍ, ຂ້ານ້ອຍໂມທະນາຂອບພຣະຄຸນທີ່ພຣະອົງຟັງຂ້ານ້ອຍ, ຂ້ານ້ອຍຮູ້ວ່າພຣະບິດາເຈົ້າຟັງຂ້ານ້ອຍຢູ່ສະເໝີ. ແຕ່ຂ້ານ້ອຍເວົ້າຢ່າງນີ້ກໍເພື່ອເຫັນແກ່ຄົນທັງຫຼາຍທີ່ຢືນອ້ອມຢູ່ນີ້ເພື່ອພວກເຂົາຈະໄດ້ເຊື່ອວ່າແມ່ນພຣະບິດາເຈົ້າທີ່ເປັນຜູ້ໄດ້ໃຊ້ຂ້ານ້ອຍມາ.” ແລ້ວລາຊະໂຣກໍອອກມາ

ລາວຍັງຄົງມີຜ້າພັນຮອບຮ່າງກາຍຂອງລາວຢູ່. ພຣະເຢຊູບອກພວກເຂົາວ່າ, “ຈົ່ງຊ່ວຍແກ້ຜ້າພັນຮ່າງກາຍຂອງລາວອອກ!” ມີຄົນຢີວຫຼາຍຄົນໄດ້ເຊື່ອໃນພຣະເຢຊູເມື່ອເຂົາເຫັນການອັດສະຈັນຄັ້ງນີ້.

ແຕ່ພວກຜູ້ນຳຢິວຮູ້ສຶກອິດສາພຣະເຢຊູ ພວກເຂົາຈຶ່ງວາງແຜນທີ່ຈະຂ້າພຣະເຢຊູແລະລາຊະໂຣໃຫ້ຕາຍ.