ቋንቋ ይምረጡ

mic

unfoldingWord 35 - ເລື່ອງພໍ່ທີ່ມີຄວາມເມດຕາ

unfoldingWord 35 - ເລື່ອງພໍ່ທີ່ມີຄວາມເມດຕາ

ዝርዝር: Luke 15

የስክሪፕት ቁጥር: 1235

ቋንቋ: Lao

ታዳሚዎች: General

ዓላማ: Evangelism; Teaching

Features: Bible Stories; Paraphrase Scripture

ሁኔታ: Approved

ስክሪፕቶች ወደ ሌሎች ቋንቋዎች ለመተርጎም እና ለመቅዳት መሰረታዊ መመሪያዎች ናቸው። ለእያንዳንዱ የተለየ ባህል እና ቋንቋ እንዲረዱ እና እንዲስማሙ ለማድረግ እንደ አስፈላጊነቱ ማስተካከል አለባቸው። አንዳንድ ጥቅም ላይ የዋሉ ቃላቶች እና ጽንሰ-ሐሳቦች የበለጠ ማብራሪያ ሊፈልጉ ወይም ሊተኩ ወይም ሙሉ ለሙሉ ሊተዉ ይችላሉ.

የስክሪፕት ጽሑፍ

ມື້ໜຶ່ງ, ພຣະເຢຊູໄດ້ສັ່ງສອນ ພວກເກັບພາສີ ແລະ ພວກນອກສິນທໍາ ພວກເຂົາມາຮ່ວມຕົວກັນ ເພື່ອມາຟັງສິ່ງທີ່ ພຣະອົງເທດສະໜາ.

ຜູ້ນໍາສາດສະໜາບາງຄົນເຫັນພຣະເຢຊູຢູ່ກັບພວກຄົນບາບເໝືອນກັບໝູ່ເພື່ອນ, ພວກເຂົາເລີ່ມວິພາກວິຈານສິ່ງທີ່ ພຣະອົງເຮັດ. ສະນັ້ນ ພຣະເຢຊູເຈົ້າຈຶ່ງເລົ່າເລື່ອງໃຫ້ພວກເຂົາຟັງ.

“ມີຊາຍຄົນໜຶ່ງເຊິ່ງມີລູກຊາຍສອງຄົນ. ຜູ້ເປັນນ້ອງໄດ້ເວົ້າກັບພໍ່ຂອງຕົນວ່າ, ‘ພໍ່, ລູກຕ້ອງການຊັບສົມບັດທີ່ເປັນສ່ວນຂອງລູກໃນຕອນນີ້.’ ເມື່ອຜູ້ເປັນພໍ່ແບ່ງຊັບສົມບັດເປັນສອງສ່ວນໃຫ້ລູກຊາຍທັງສອງ.”

“ຕໍ່ມາຜູ້ເປັນນ້ອງໄດ້ຮີບໂຮມເອົາຊັບສົມບັດທັງໝົດ ແລ້ວອອກເດີນທາງໄປຫ່າງໄກ, ເຂົາໄດ້ໃຊ້ເງິນຢ່າງຟຸ້ມເຟືອຍໃນທາງຜິດບາບ.”

ຫຼັງຈາກນັ້ນ, ກໍ່ເກີດໄພອຶດຫິວໃນດິນແດນທີ່ລາວອາໄສຢູ່, ແລະ ລາວບໍ່ມີເງິນທີ່ຈະຊື້ອາຫານ. ດັ່ງນັ້ນ ລາວຈຶ່ງຫາວຽກທີ່ລາວສາມາດເຮັດໄດ້, ຄືການລ້ຽງໝູ. ລາວລໍາບາກ ແລະ ຫິວຫຼາຍ ຈົນສິກິນອາຫານໝູໄດ້.

“ໃນທີ່ສຸດ, ຜູ້ເປັນນ້ອງໄດ້ເວົ້າກັບຕົນເອງວ່າ, ‘ຂ້ອຍກໍາລັງເຮັດຫຍັງຢູ່ທີ່ນີ້? ຂະໜາດຄົນຮັບໃຊ້ຂອງພໍ່ຂ້ອຍຍັງມີອາຫານກິນຢ່າງບໍ່ອຶດບໍ່ຢາກ, ສ່ວນຂ້ອຍຈະຫິວຕາຍຢູ່ແລ້ວ.ຂ້ອຍຈະກັບໄປຫາພໍ່ ແລະ ຈະຂໍເປັນຄົນຮັບໃຊ້ຂອງເພິ່ນ. ’”

ເມື່ອຜູ້ເປັນນ້ອງຊາຍກັບໄປທີ່ບ້ານພໍ່ຂອງລາວ. ເມື່ອລາວຍັງຢູ່ໄກຈາກເຮືອນ; ພໍ່ລາວຫຼຽວເຫັນລາວ ແລະ ເກີດຄວາມເຫັນອົກເຫັນໃຈລາວຫຼາຍ. ລາວຈຶ່ງແລ່ນໄປຫາລູກຊາຍຂອງຕົນ ທັງກອດ ແລະ ຈູບດ້ວຍຄວາມດີໃຈ.

ລູກຊາຍ, ເວົ້າຕໍ່ພໍ່ວ່າ,”ລູກໄດ້ເຮັດບາບຕໍ່ສູ້ພຣະເຈົ້າ ແລະ ພໍ່, ລູກບໍ່ສົມຄວນທີ່ຈະເປັນຂອງພໍ່.”

ແຕ່ພໍ່ຂອງລາວໄດ້ບອກຄົນຮັບໃຊ້ວ່າ, “ຮີບໄປເອົາເຄື່ອງນຸ່ງທີ່ດີທີ່ສຸດມານຸ່ງໃຫ້ລູກຊາຍຂອງເຮົາ! ເອົາແຫວນມາໃສ່ໃນມື ແລະ ເອົາເກີບມາໃສ່ຕີນໃຫ້ລາວ, ແລ້ວຂ້າລູກງົວທີ່ດີທີ່ສຸດ ພວກເຮົາຈະຈັດງານລ້ຽງ, ເພາະວ່າ ລູກຊາຍຂອງເຮົາໄດ້ຕາຍໄປແລ້ວ ແຕ່ຕອນນີ້ລາວໄດ້ມີຊີວິດໃໝ່, ລາວຫຼົງຫາຍໄປ ແຕ່ຕອນນີ້ຫາລາວພົບແລ້ວ.”

ດັ່ງນັ້ນ ຄົນທັງຫຼາຍກໍເລີ່ມຈັດງານລ້ຽງ. ຫຼັງຈາກນັ້ນບໍ່ດົນ, ຜູ້ເປັນອ້າຍໄດ້ກັບມາຈາກວຽກ, ລາວໄດ້ຍິນສຽງເພງ ແລະ ເຫັນຄົນເຕັ້ນລໍາ ລາວຈຶ່ງຖາມຄົນຮັບໃຊ້ວ່າ ມີງານລ້ຽງຫຍັງ?

ເມື່ອຜູ້ເປັນອ້າຍເຫັນວ່າ ພວກເຂົາຈັດງານລ້ຽງເພາະນ້ອງຊາຍກັບມາ, ລາວກໍເກີດໃຈຮ້າຍຫຼາຍ ແລະ ບໍ່ຢາກເຂົ້າໄປໃນບ້ານ. ພໍ່ຂອງລາວອອກມາແລະ ຂໍຮ້ອງໃຫ້ລາວເຂົ້າມາຮ່ວມສະຫຼອງນໍາກັນ, ແຕ່ລາວປະຕິເສດ.

ຜູ້ເປັນອ້າຍໄດ້ເວົ້າຕໍ່ພໍ່ວ່າ, “ທຸກປີຂ້ອຍເຮັດວຽກຢ່າງໜັກ ແລະ ສັດຊື່ກັບພໍ່! ຂ້ອຍບໍ່ເຄີຍທີ່ຈະບໍ່ເຊື່ອຟັງພໍ່. ແລະ ແມ້ແຕ່ແກະນ້ອຍໂຕໜຶ່ງພໍ່ກໍບໍ່ເຄີຍໃຫ້ຂ້ອຍສະຫຼອງກັບໝູ່ເພື່ອນເລີຍ, ແຕ່ລູກຊາຍຂອງພໍ່ຜານເງິນໃນການທາງຜິດບາບແລ້ວກັບມາ, ພໍ່ກັບຂ້າງົວທີ່ດີທີ່ສຸດໃຫ້ລາວ.”

ຜູ້ເປັນພໍ່ຕອບວ່າ, “ລູກຊາຍເອີ້ຍເຈົ້າຢູ່ກັບພໍ່ຕະຫຼອດ, ແລະທຸກຢ່າງທີ່ພໍ່ມີກໍເປັນຂອງເຈົ້າ. ແຕ່ນີ້ ເປັນການສົມຄວນທີ່ພວກເຮົາຈະສະຫຼອງ, ເພາະວ່າ ນ້ອງຊາຍຂອງເຈົ້າເໝືອນຕາຍໄປແລ້ວ,ແຕ່ບັດນີ້ ໄດ້ກັບຄືນມາມີຊີວິດອີກຄັ້ງ, ລາວເຄີຍຫຼົງຫາຍໄປ ແຕ່ບັດນີ້ ໄດ້ພົບລາວແລ້ວ. ”

ተዛማጅ መረጃ

የሕይወት ቃላት - ስለ ድነት እና ስለ ክርስቲያናዊ ኑሮ መጽሐፍ ቅዱሳዊ መልእክት የያዙ በሺዎች በሚቆጠሩ ቋንቋዎች የኦዲዮ የወንጌል መልእክቶች።

Choosing the audio or video format to download - What audio and video file formats are available from GRN, and which one is best to use?

Copyright and Licensing - GRN shares its audio, video and written scripts under Creative Commons