unfoldingWord 04 - ພັນທະສັນຍາຂອງພະເຈົ້າຕໍ່ອັບບຣາຮາມ

unfoldingWord 04 - ພັນທະສັນຍາຂອງພະເຈົ້າຕໍ່ອັບບຣາຮາມ

План-конспект: Genesis 11-15

Номер текста: 1204

Язык: Lao

Тема: Living as a Christian (Obedience, Leaving old way, begin new way); Sin and Satan (Judgement, Heart, soul of man)

Aудитория: General

Жанр: Bible Stories & Teac

Цель: Evangelism; Teaching

Библейская цитата: Paraphrase

статус: Approved

Сценарии - это основные инструкции по переводу и записи на другие языки. Их следует при необходимости адаптировать, чтобы сделать понятными и актуальными для каждой культуры и языка. Некоторые используемые термины и концепции могут нуждаться в дополнительном пояснении или даже полностью замещаться или опускаться.

Текст программы

ຫຼັງຈາກໄພນໍ້າຖ້ວມ, ໂລກໄດ້ເກີດມີຄົນອີກຄັ້ງ ແລະ ເຂົາກໍ່ເວົ້າພາສາດຽວກັນ, ແທນທີ່ເຂົາຈະເຕີມເຕັມໂລກຕາມທີ່ພະເຈົ້າບອກ, ເຂົາກັບຢູ່ຮ່ວມກັນ ແລະ ຊ່ວຍກັນສ້າງຕົວເມືອງຂຶ້ນ.

ພວກເຂົາພູມໃຈໃນສິ່ງທີ່ເຂົາສ້າງ, ແລະ ບໍ່ໄດ້ສົນໃຈວ່າພະເຈົ້າຈະເວົ້າຫຍັງ. ພວກເຂົາເລີ່ມສ້າງຕຶກທີ່ສູງທີ່ສຸດເພື່ອໄປເຖິງສະຫວັນໄດ້. ພະເຈົ້າເຫັນວ່າຖ້າພວກເຂົາຍັງສືບຕໍ່ເຮັດສິ່ງຊົ່ວຊ້າດັ່ງກ່າວ, ທຸກສິ່ງທີ່ເຂົາເຮັດຈະເຕັມໄປດ້ວຍຄວາມບາບ.

ດັ່ງນັ້ນ ພະເຈົ້າຈຶ່ງປ່ຽນໃຫ້ເຂົາທຸກຄົນໃຊ້ພາສາທີ່ແຕກຕ່າງກັນທົ່ວທັງໂລກ. ເມືອງທີ່ເຂົາສ້າງຂຶ້ນມີຊື່ວ່າ: ບາເບວ,ຄວາມໝາຍວ່າ: ສັບສົນ.

ຫຼາຍຮ້ອຍປີຫຼັງຈາກນັ້ນ, ພະເຈົ້າໄດ້ເວົ້າກັບຊາຍຜູ້ໜຶ່ງຊື່ວ່າ: ອັບຣາມ. ພະເຈົ້າເວົ້າກັບລາວວ່າ: ເຈົ້າ ແລະ ຄອບຄົວຂອງເຈົ້າ ອອກຈາກເມືອງຂອງເຈົ້າໄປ. ເຮົາຈະມອບດິນແດນໃໝ່ແກ່ເຈົ້າ. ເຮົາຈະອວຍພອນເຈົ້າ ແລະ ເຈົ້າຈະມີຊົນຊາດຢ່າງຫຼວງຫຼາຍ. ເຮົາຈະເຮັດໃຫ້ຊື່ຂອງເຈົ້າເປັນທີ່ຮູ້ຈັກທົ່ວໂລກ. ເຮົາຈະອວຍພອນຜູ້ທີ່ອວຍພອນເຈົ້າ ແລະ ເຮົາຈະຊາບແຊ່ງຜູ້ທີ່ຊາບແຊ່ງເຈົ້າ. ຊົນຊາດທົ່ວໂລກຈະໄດ້ຮັບການອວຍພອນເພາະເຈົ້າ.

ອັບຣາມໄດ້ເຮັດຕາມທີ່ພຣະເຈົ້າບອກ, ລາວໄດ້ນໍາເມຍຂອງລາວຊື່ ຊາລາຍ ແລະ ຄົນຮັບໃຊ້ລວມໄປເຖິງທຸກສິ່ງທຸກຢ່າງຂອງລາວໄປສູ່ດິນແດນທີ່ພຣະເຈົ້າຈະມອບໃຫ້ລາວ, ຄືເມືອງການາອານ.

ເມື່ອອັບຣາມໄປເຖິງການາອານ ພຣະເຈົ້າໄດ້ກ່າວຕໍ່ອັບຣາມວ່າ: ຈົ່ງຫຼຽວເບິ່ງໄປທົ່ວຈົນສຸດສາຍຕາຂອງເຈົ້າເພາະສິ່ງທີ່ເຈົ້າແນມເຫັນເຮົາຈະມອບໃຫ້ເຈົ້າ ແລະ ເຊື້ອສາຍຂອງເຈົ້າທັງໝົດ ເປັນມໍລະດົກ. ແລ້ວອັບຣາມກໍໄດ້ເຮັດຕາມທີ່ພຣະເຈົ້າບອກ.

ມື້ໜຶ່ງອັບຣາມໄດ້ພົບກັບ ເມຄີຊາເດັກ ປະໂລຫິດໃຫຍ່ຂອງພຣະເຈົ້າ. ເມຄີຊາເດັກໄດ້ອວຍພອນອັບຣາມວ່າ: ຂໍໃຫ້ພຣະເຈົ້າຂອງຈັກກະວານຜູ້ທີ່ເປັນເຈົ້າສະຫວັນ ແລະ ແຜ່ນດິນໂລກນີ້ອວຍພອນອັບຣາມດ້ວຍເຖີດ. ແລ້ວອັບຣາມກໍ່ໄດ້ຖວາຍໜຶ່ງສ່ວນສິບແກ່ເມຄີຊາເດັກ.

ຫຼາຍປີຜ່ານໄປ, ແຕ່ອັບຣາມ ແລະ ຊາລາຍກໍຍັງບໍ່ມີລູກ. ພຣະເຈົ້າໄດ້ເວົ້າສັນຍາກັບອັບຣາມວ່າ: ເຈົ້າຈະມີລູກຊາຍ ແລະ ເຊື້ອສາຍຂອງເຈົ້າຈະມີຢ່າງຫຼວງຫຼາຍເໝືອນກັບດວງດາວເທິງຟ້າ. ອັບຣາມເຊື່ອທີ່ພຣະເຈົ້າສັນຍາ. ພຣະເຈົ້າກ່າວວ່າ: ອັບຣາມເປັນຄົນຊອບທໍາເພາະລາວເຊື່ອໃນສິ່ງທີ່ພຣະເຈົ້າສັນຍາ.

ແລ້ວພຣະເຈົ້າກໍ່ໄດ້ເຮັດພັນທະສັນຍາກັບອັບຣາມ. ພັນທະສັນຍານັ້ນແມ່ນໄດ້ເຫັນດີທັງສອງຝ່າຍ. ພຣະເຈົ້າກ່າວວ່າ: ເຈົ້າຈະມີລູກຊາຍທີ່ສືບຕໍ່ເຊື້ອສາຍເຈົ້າ. ເຮົາຈະມອບດິນແດນການາອານແກ່ເຊື້ອສາຍຂອງເຈົ້າ. ແຕ່ອັບຣາມກໍຍັງຄົງບໍ່ມີລູກ.

Схожая информация

Free downloads - Here you can find all the main GRN message scripts in several languages, plus pictures and other related materials, available for download.

Аудиотека GRN - Евангелистские и базовые Библейские учебные материалы , присущие людским нуждам и культуре в различных стилях и форматах

Copyright and Licensing - GRN shares it's audio, video and written scripts under Creative Commons

Choosing the right audio or video format - What audio and video file formats are available from GRN, and which one is best to use?